ກອງປະຊຸມ ສະຫລຸບ ແລະ ປິດໂຄງການ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ຢູ່ແຂວງເຊກອງ ແຕ່ປີ 2010-2021

Posting Date: 
19 May 2022

ກອງ​ປະຊຸມສະຫລຸບ ແລະ ປິດໂຄງການ

ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ຢູ່ແຂວງເຊກອງ ແຕ່ປີ 2010-2021

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 

ໃນວັນທີ 11ພຶດສະພາ 2022 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງເຊກອງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງ​ປະຊຸມສະຫລຸບ ແລະ ປິດໂຄງການ ທລຍ ແຂວງເຊກອງ ເຊິ່ງຈັດຕັ້ງປະຕິບັດມາແຕ່ປີ 2010-2021ຂຶ້ນທີຫ້ອງວ່າການປົກຄອງແຂວງ​ເຊກອງໂດຍໃຫ້ກຽດ​ການ​ເປັນ​ປະ​ທານຮ່ວມ​ຂອງ​ທ່ານ ສົມຫວັງ ຂໍາມະວົງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ​ເຊກອງ ແລະ ​​ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມຂອງຮອງເຈົ້າເມືອງດາກຈຶງ, ຮອງເຈົ້າເມືອງກະລຶມ, ຫົວໜ້າຫ້ອງວ່າການປົກຄອງເມືອງລະມາມ; ຜູ້ຕາງໜ້າຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງລະມາມ, ກະລຶມ ແລະ ດາກຈຶງ; ພະແນກສຶກສາທິການ ແລະ ກິລາ,​ ພະແນກສາທາລະນະສຸກ, ພະແນກການເງິນ, ພະແນກແຜນການ ແລະ ການລົງທຶນ, ພະແນກອຸດສະຫະກໍາ ແລະ ການຄ້າ, ສະພາປະຊາຊົນແຂວງ; ຜູ້ປະສານງານ ທລຍ ແຂວງເຊກອງ ພ້ອມ​ດ້ວຍ​ພະ​ນັກ​ງານ​ ທລຍ ແຂວງ ແລະ ​ເມືອງ ເຂົ້າ​ຮ່ວມ​ທັງ​ໝົດ 35 ທ່ານ, ຍິງ  9 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານຜົນໄດ້ຮັບໃນການສະໜັບສະໜູນ ວຽກງານແກ້ໄຂຄວາມທຸກຍາກ ຕະຫຼອດໄລຍະ 11 ປີຜ່ານມາ ພ້ອມທັງມອບບັນດາໂຄງການຍ່ອຍທີ່ ທລຍ ໄດ້ສະໜັບສະໜູນງົບປະມານ ໃນຜ່ານມາ ໃຫ້ອົງການປົກຄອງແຂວງ,ພະແນກການທີ່ກ່ຽວຂ້ອງ ເປັນຜູ້ຄຸ້ມຄອງ ຊຸກຍູ້ພໍ່ແມ່ ປະຊາຊົນ ປົກປັກຮັກສາ ແລະ ນໍາໃຊ້ ໃຫ້ເກີດປະໂຫຍດສູງສຸດ ແລະ ແຈ້ງປິດຫ້ອງການ ທລຍ ແຂວງເຊກອງ ຢ່າງເປັນທາງການ.

ກອງປະຊຸມ ໃຫ້ກຽດກ່າວເປີດ ໂດຍທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານ ໂຄງການ ທລຍ ຕໍ່ກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ແຂວງເຊກອງ ໂດຍໄດ້ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ໃຫ້ສາມາດເຂົ້າເຖິງການບໍລິການຂອງລັດ.

ຈາກ​ນັ້ນ, ກອງປະຊຸມ ໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານ ທລຍ ຢູ່ແຂວງເຊກອງ ແຕ່ປີ 2010-2021 ໂດຍທ່ານ ພົມມາ ວໍລະສິງ, ຫົວໜ້າຫ້ອງການ ທລຍ ແຂວງເຊກອງ ເຊິ່ງໄດ້ລາຍງານວ່າ: ໃນ 11 ປີ ຜ່ານມາ ທລຍ ໄດ້ສະໜັບສະໜູນ 324ໂຄງການຍ່ອຍ ລວມມູນຄ່າທັງໝົດ 74 ຕື້ກວ່າກີບ ໃນນັ້ນ ທຶນ ທລຍ 67 ຕື້ກວ່າກີບ ແລະ ທຶນປະກອບສ່ວນຂອງຊຸມຊົນ ທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນ ຄິດເປັນເງິນ 6 ຕື້ກວ່າກີບ.

ໃນບັນດາໂຄງການຍ່ອຍເຫຼົ່ານັ້ນ (1) ຂະແໜງສຶກສາທິການ ແລະ ກິລາ ມີ 135 ໂຄງການ ກວມເອົາ 42% ຂອງຈໍານວນໂຄງການທັງໝົດ ເປັນຕົ້ນແມ່ນການກໍ່ສ້າງໂຮງຮຽນ, ກໍ່ສ້າງຫໍພັກຄູ/ນັກຮຽນ ແລະ ອຸປະກອນສິ່ງອໍານວຍຄວາມສະດວກດ້ານການສຶກສາຕ່າງໆ, ມີມູນຄ່າທັງໝົດ 28 ຕື້ກວ່າກີບ, ທຶນ ທລຍ 27 ຕື້ກວ່າກີບ ແລະ ທຶນຊຸມຊົນປະກອບສ່ວນ 1.8 ຕື້ກວ່າກີບ; (2) ຂະແໜງສາທາລະນະສຸກ ມີ 127 ໂຄງການ ກວມເອົາ 39% ຂອງຈໍານວນໂຄງການທັງໝົດ ເປັນຕົ້ນແມ່ນການກໍ່ສ້າງ ແລະ ສ້ອມແປງສຸກສາລາ, ສະໜອງນໍ້າໃຫ້ກັບຊຸມຊົນ, ມີມູນຄ່າທັງໝົດ 28 ຕື້ກວ່າກີບ ໃນນັ້ນ ທຶນຊຸມຊົນປະກອບສ່ວນ 2.9 ຕື້ກວ່າກີບ; (3) ຂະແໜງກະສິກໍາ ແລະ ປ່າໄມ້ ມີ 36 ໂຄງການ ກວມເອົາ 11% ຂອງໂຄງການທັງໝົດ ເປັນຕົ້ນແມ່ນການກໍ່ສ້າງ ແລະ ສ້ອມແປງຊົນລະປະທານ ເຊິ່ງສາມາດສະໜອງນໍ້າເຂົ້າພື້ນທີ່ການຜະລິດກະສິກໍາ ໃນເນື້ອທີ່ນາທັງໝົດ 561 ເຮັກຕາ ແລະ ສາມາດຂະຫຍາຍເນື້ອທີ່ເພີ່ມອີກ 51 ເຮັກຕາ ເພື່ອປູກພຶດ, ຜັກຕາມລະດູການຕ່າງໆ, ມີມູນຄ່າ 10.6 ຕື້ກວ່າກີບ ໃນນັ້ນ ທຶນຊຸມຊົນປະກອບສ່ວນ 879 ລ້ານກວ່າກີບ; (4) ຂະແໜງໂຍທາທິການ ແລະ ຂົນສົ່ງ ມີ 25 ໂຄງການ, ມີມູນຄ່າ 6 ຕື້ກວ່າກີບ ໃນນັ້ນ ຊຸມຊົນປະກອບສ່ວນ 1.1 ຕື້ກວ່າກີບ, ກວມເອົາ 8% ຂອງໂຄງການທັງໝົດ ເປັນຕົ້ນແມ່ນການປັບປຸງເສັ້ນທາງ ແລະ ວາງທໍ່ ທັງໝົດຍາວກວ່າ 87 ກິໂລແມັດ ຊຶ່ງເປັນການປັບປຸງເສັ້ນທາງຊົນນະບົດ ເຮັດໃຫ້ຫຼາຍພື້ນທີ່ທີ່ທຸລະກັນດານ ທີ່ຫຍຸ້ງຍາກໃນການເຂົ້າເຖິງ ສາມາດເຊື່ອມຕໍ່ລະຫວ່າງບ້ານຫາບ້ານ, ບ້ານຫາເມືອງ, ເຮັດໃຫ້ຊາວບ້ານສາມາດນໍາເອົາຜົນຜະລິດອອກມາຂາຍ ຫຼື ມີພໍ່ຄ້າເຂົ້າໄປຊື້ສິນຄ້າພາຍໃນບ້ານ ພ້ອມນັ້ນເວລາເຈັບເປັນ ປະຊາຊົນ ກໍສາມາດຈັດສົ່ງຄົນເຈັບໄປປິ່ນປົວໄດ້ທັນກັບເວລາ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດີຂຶ້ນເປັນກ້າວໆ.    

ຫລັງຈາກທີໄດ້ຮັບຝັງການລາຍງານ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ເນື້ອໃນບົດສະຫຼຸບ ຢ່າງກົງໄປກົງມາ ຄື: ເຫັນດີເປັນເອກະພາບຕໍ່ບົດສະຫລຸບຜົນການຈັດຕັ້ງປະຕິບັດ ຂອງກອງທຶນຫລຸດຜ່ອນຄວາມທຸກຍາກໃນໄລຍະ 11 ປີ; ການຄິດໄລ່ໂຄງການໃນໄລຍະຜ່ານມາ ເຫັນວ່າ ເຂດຢູ່ຫ່າງໄກສອກຫຼີກ ຊົນນະບົດ ມູນຄ່າຂອງໂຄງການ ແມ່ນຍັງຕໍ່າທຽບໃສ່ຄວາມຫຍຸ້ງຍາກຕ່າງໆ; ໃນຕໍ່ໜ້າ ສະເໜີໃຫ້ສຸ່ມໃສ່ວຽກງານການປັບປຸງຊີວິດການເປັນຢູ່ ການປູກ, ການລ້ຽງ ແລະ ອື່ນໆ ທີ່ຕິດພັນກັບວຽກກະສິກຳ; ສະເໜີໃຫ້ກອງທຶນຫລຸດຜ່ອນຄວາມທຸກຍາກ ຂັ້ນສູນກາງ ສືບຕໍ່ຂໍທຶນຊ່ວຍເຫຼືອວຽກງານແກ້ໄຂຄວາມທຸກຍາກ ຢູ່ແຂວງເຊກອງ; ແລະ ສະເໜີໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ສືບຕໍ່ບໍາລຸງຮັກສາໂຄງການທີ່ ທລຍ ຊ່ວຍເຫລືອຜ່ານມາ ໃຫ້ມືຄວາມຍຶນຍົງ ແລະ ເກີດຜົນປະໂຫຍດສູງສຸດ.

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງຄໍາເຫັນຂອງ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການ ທລຍ ສູນກາງ ເຊິ່ງທ່ານໄດ້ກ່າວວ່າ ໃນໄລຍະ 11 ປີ ຜ່ານມາ ເຫັນໄດ້ວ່າ ທລຍ ໄດ້ປະກອບສ່ວນເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ແຂວງເຊກອງ ໄດ້ສໍາເລັດຕາມແຜນການທີ່ວາງໄວ້ ໂດຍສ້າງເງື່ອນໄຂໃຫ້ຊາວຊົນນະບົດ ໄດ້ເຂົ້າເຖິງການບໍລິການທາງດ້ານສາທາລະນະ ເປັນຕົ້ນແມ່ນການສ້າງພື້ນຖານໂຄງລ່າງເພື່ອຕອບສະໜອງການໄປມາລະຫວ່າງບ້ານຫາບ້ານ, ການປິ່ນປົວສຸຂະພາບ, ການຊົມໃຊ້ນໍ້າສະອາດ ແລະ ການເຂົ້າຮຽນຂອງເດັກໃນເກນອາຍຸເຂົ້າໂຮງຮຽນ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ສົມຫວັງ ຂໍາມະວົງ ໄດ້ມີຄຳເຫັນ​ສະຫຼຸບ ແລະ​​ ເນັ້ນໜັກວ່າ:

1)  

ເມື່ອຕີລາຄາແລ້ວ ເຫັນໄດ້ວ່າ ການຈັດຕັ້ງປະຕິບັດວຽກງານ ທລຍ ໃນໄລຍະຜ່ານມາ ມີຜົນສໍາເລັດຫຼາຍອັນ ໂດຍສະເພາະ ການປະກອບສ່ວນສ້າງພື້ນຖານໂຄງລ່າງ ໃຫ້ແກ່ຂະແໜງການຕ່າງໆ ເຖິງວ່າຈະເປັນໂຄງການກໍ່ສ້າງຂະໜາດນ້ອຍ ແຕ່ມີຜົນປະໂຫຍດໂດຍກົງຕໍ່ຊຸມຊົນຢ່າງກວ້າງຂວາງ.

2) 

ຮຽກຮ້ອງໃຫ້ບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ ເອົາໃຈໃສ່ຊຸກຍູ້, ຕິດຕາມກວດກາ ການຄຸ້ມຄອງ-ນຳໃຊ້ ໂຄງ​ການ ທ​ລຍ ໂດຍໃຫ້ຖືວ່າເປັນວຽກປົກກະຕິ ແລະ ​ໃນ​ຄວາມ​ຮັບ​ຜິດ​ຊອບຂອງຕົນເອງ ເພື່ອໃຫ້ໂຄງການເຫຼົ່ານັ້ນ ໄດ້ຖືກນຳໃຊ້ຢ່າງຄຸ້ມຄ່າ ແລະ ເກີດປະໂຫຍດສູງສຸດ ພ້ອມທັງຮັກສາໃຫ້ມີຄວາມຍືນຍົງ.

 

3) 

ສໍາລັບທິດທາງໃນຕໍ່ໜ້າຂອງ ທລຍ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ກໍຄື ໂຄງການປັບປຸງຊີວິດການເປັນຢູ່ ຕິດພັນກັບວຽກສົ່ງເສີມດ້ານໂພຊະນະການ ແມ່ນເຫັນດີ ແລະ ສະເໜີໃຫ້ມາຈັດຕັ້ງປະຕິບັດ ຢູ່ແຂວງເຊກອງ ໃນອະນາຄົດ ເພາະພື້ນຖານໂຄງລ່າງທີ່ຕິດພັນກັບການຜະລິດກະສິກໍາ ແມ່ນມີຄວາມຈໍາເປັນຫຼາຍ ເພື່ອສົ່ງເສີມປະຊາຊົນຜະລິດເປັນສີນຄ້າ.