ຝຶກອົບຮົມເຕັກນິກການລ້ຽງໝູ, ລ້ຽງໄກ່ ແລະ ລ້ຽງງົວ ໃຫ້ກຸ່ມຜະລິດ ຢູ່ເມືອງຫຼາ, ແຂວງອຸດົມໄຊ

Posting Date: 
25 May 2022

ຝຶກອົບຮົມເຕັກນິກການລ້ຽງໝູ, ລ້ຽງໄກ່ ແລະ ລ້ຽງງົວ

ໃຫ້ກຸ່ມຜະລິດ ຢູ່ເມືອງຫຼາ, ແຂວງອຸດົມໄຊ

 

ໂດຍ: ພອນສັກ ວິໄລທອງ, ຫົວໜ້າທີມ ທລຍ ເມືອງ ຫຼາ-ນາໝໍ້

ໃນລະຫວ່າງວັນທີ 11-16 ພຶດສະພາ 2022 ຜ່ານມາ ກອງທຶນຫຼຸດຜ່ອນ ຄວາມທຸກຍາກ (ທລຍ) ປະຈໍາເມືອງຫຼາ, ແຂວງອຸດົມໄຊ ໄດ້ສົົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫຼາ ແລະ ພະແນກກະສິກຳ ປລະ ປ່າໄມ້ແຂວງອຸດົມໄຊ ລົງຝຶກອົບຮົມເຕັກນິກການລ້ຽງໝູ, ລ້ຽງໄກ່ ແລະ ລ້ຽງງົວ ໃຫ້ແກ່ສະມາຊິກ ກຸ່ມຜະລິດກະສິກຳ ບ້ານສາມັກຄີໄຊ ແລະ ບ້ານໂພນໄຊ, ເມືອງຫຼາ, ແຂວງອຸດົມໄຊ ເພື່ອກະກຽມສະເໜີກູ້ຍືມເງິນຈາກທຶນສິນເຊື່ອ 4 ຮ່ວມຈາກທະນາຄານນະໂຍບາຍ ແຂວງອຸດົມໄຊ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ສະມາຊິກ ກຸ່ມຜະລິດ ທີ່ສ້າງຕັ້ງຂຶ້ນ ໄດ້ຮຽນຮູ້ ເຕັກນິກວິຊາໃນການລ້ຽງທີ່ຖືກຕ້ອງ ເພື່ອໃຫ້ກຸ່ມຜະລິດ ມີຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ແລະ ສາມາດສ້າງລາຍຮັບຈາກຜົນຜະລິດຂອງຕົນ.

ເຂົ້າຮ່ວມເປັນວິທະຍາກອນ ຝຶກອົບຮົມໃນຄັ້ງນີ້ ມີວິຊາການຂະແໜງລ້ຽງສັດ ຈາກສູນສະຖານີອ່າງນໍ້າຫີນ ທີ່ຂື້ນກັບພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫຼາ, ພະນັກງານ ທລຍ ຂັ້ນເມືອງ, ພະນັກງານ ທລຍ ຂັ້ນບ້ານ ລວມທັງໝົດ 6 ທ່ານ, ຍິງ 1 ທ່ານ ແລະ ນັກສໍາມະນາກອນ ຈາກກຸ່ມລ້ຽງໝູ 6 ທ່ານ, ກຸ່ມລ້ຽງໄກ່ 6 ທ່ານ (ຍິງ 2 ທ່ານ), ກຸ່ມລ້ຽງງົວ 6 ທ່ານ, ລວມຜູ້ເຂົ້າ ເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 3 ທ່ານ.

ຊຸດຝຶກອົບຮົມໃນຄັ້ງນີ້້ ໄດ້ແບ່ງອອກເປັນ 2 ພາກ ຄື: ພາກທິດສະດີ 30% ແລະ ພາກປະຕິບັດຕົວຈິງ 70% ເຊິ່ງໃນພາກທິດສະດີ ນັກສໍາມະນາກອນ ໄດ້ຮຽນຮູ້ ການກະກຽມສະຖານທີ່ລ້ຽງ, ການຄັດເລືອກແນວພັນ, ການເຮັດອາຫານຕາມສູດເພື່ອຫຼຸດຜ່ອນຕົ້ນທຶນ, ການໃຫ້ອາຫານ, ການເບິ່ງແຍງຮັກສາສຸຂະພາບ ແລະ ການສັກວັກຊີນປ້ອງກັນພະຍາດຕາມລະດູການ. ສ່ວນພາກປະຕິບັດຕົວຈິງ ໄດ້ສາທິດການປະສົມອາຫານຕາມສູດ, ສາທິດການເຮັດອາຫານໝັກແບບປະຫຍັດຕົ້ນທຶນ ໂດຍນໍາໃຊ້ວັດສະພືດຕາມທ້ອງຖິ່ນທີມີພາຍໃນບ້ານ, ສາທິດວິທີການສັກຢາ, ຢອດຢາວັກຊີນປ້ອງກັນພະຍາດ.

 

ຜ່ານການຝຶກອົບຮົມເປັນເວລາ 7 ວັນ ເຫັນວ່າ ບັນດານັກສໍາມະນາກອນ ໄດ້ຮຽນຮູ້ເຕັກນິກວິທີການລ້ຽງໝູ, ລ້ຽງໄກ່ ແລະ ລ້ຽງງົວ ຢ່າງຖືກຕ້ອງຕາມຫຼັກວິຊາການ ແລະ ຈະນໍາເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ເກີດດອກອອກຜົນຢ່າງເປັນຮູບປະທໍາ.