ກອງປະຊຸມ ສະຫລຸບ ແລະ ປິດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຢູ່ແຂວງອັດຕະປື ແຕ່ປີ 2010-2021

Posting Date: 
26 May 2022

ກອງ​ປະຊຸມສະຫລຸບ ແລະ ປິດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ

ຢູ່ແຂວງອັດຕະປື ແຕ່ປີ 2010-2021

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 

ໃນວັນທີ 12 ພຶດສະພາ 2022 ຜ່ານມາ, ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ແຂວງອັດຕະປື, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງ​ປະຊຸມສະຫລຸບ ແລະ ປິດໂຄງການ ທລຍ ແຂວງອັດຕະປື ເຊິ່ງຈັດຕັ້ງປະຕິບັດມາແຕ່ປີ 2010-2021 ຂຶ້ນທີຫ້ອງປະ​ຊຸມ ພະແນກກະສິກຳ ແລະ ປ່າໄມ້ແຂວງອັດຕະປືໂດຍໃຫ້ກຽດ ເປັນ​ປະ​ທານ​ຂອງ​ທ່ານ ທະນູໄຊ ບັນຊາລິດ, ຄະນະປະຈໍາພັກແຂວງ, ຮອງເຈົ້າ​ແຂວງ​ ແຂວງອັດຕະປື ແລະ ການເຂົ້າຮ່ວມຂອງ​ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ທລຍ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື, ຮອງເຈົ້າເມືອງເມືອງສະໜາມໄຊ, ຮອງເຈົ້າເມືອງເມືອງຊານໄຊ, ເຈົ້າເມືອງເມືອງພູວົງ, ຜູ້ຕາງໜ້າຈາກຫ້ອງການກະສິກໍາ ແລະ ປ່າໄມ້ 3 ເມືອງ (ເມືອງພູວົງ, ເມືອງຊານໄຊ, ເມືອງສະໜາມໄຊ), ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຜູ້ປະສານງານ ທລຍ ແຂວງອັດຕະປື ພ້ອມ​ດ້ວຍ​ພະ​ນັກ​ງານ​ວິ​ຊາ​ການທີ່​ກ່ຽວ​ຂ້ອງຂັ້ນ​ສູນ​ກາງ, ແຂວງ ແລະ ​ເມືອງ ເຂົ້າ​ຮ່ວມ​ທັງ​ໝົດ 33 ທ່ານ, ຍິງ 6 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານຜົນໄດ້ຮັບໃນການສະໜັບສະໜູນ ວຽກງານແກ້ໄຂຄວາມທຸກຍາກ ຕະຫຼອດໄລຍະ 11 ປີຜ່ານມາ ພ້ອມທັງມອບບັນດາໂຄງການຍ່ອຍທີ່ ທລຍ ໄດ້ສະໜັບສະໜູນງົບປະມານໃນຜ່ານມາ ໃຫ້ອົງການປົກຄອງແຂວງ, ພະແນກການທີ່ກ່ຽວຂ້ອງ ເປັນຜູ້ຄຸ້ມຄອງ ຊຸກຍູ້ພໍ່ແມ່ ປະຊາຊົນ ປົກປັກຮັກສາ ແລະ ນໍາໃຊ້ ໃຫ້ເກີດປະໂຫຍດສູງສຸດ ແລະ ແຈ້ງປິດຫ້ອງການ ທລຍ ແຂວງອັດຕະປື ຢ່າງເປັນທາງການ.

ກອງປະຊຸມ ໄດ້ໃຫ້ກຽດກ່າວເປີດຢ່າງເປັນທາງການ ຂອງທ່ານຮອງເຈົ້າແຂວງແຂວງອັດຕະປື ເຊິ່ງທ່ານໄດ້ ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານ ໂຄງການ ທລຍ ຕໍ່ກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ແຂວງອັດຕະປື ໂດຍປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ໃຫ້ສາມາດເຂົ້າເຖິງການບໍລິການຂອງລັດ.

ຈາກ​ນັ້ນ, ກອງປະຊຸມ ໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານ ທລຍ ຢູ່ແຂວງອັດຕະປື ແຕ່ປີ 2010-2021 ໂດຍທ່ານ ປະຕິຍາ ຈູມມະນີວົງ, ຫົວໜ້າຫ້ອງການ ທລຍ ແຂວງອັດຕະປື ເຊິ່ງໄດ້ລາຍງານວ່າ: ໃນໄລຍະ 11 ປີຜ່ານມາ ທລຍ ແຂວງອັດຕະປື ໄດ້ສະໜັບສະໜູນທັງໝົດ 235 ໂຄງການຍ່ອຍ ແລະ ນໍາໃຊ້ງົບປະມານ 54 ຕື້ກວ່າກີບ, ໃນນັ້ນ ທຶນ ທລຍ 51 ຕື້ກີບ ແລະ ທຶນປະກອບສ່ວນຂອງຊຸມຊົນດ້ານແຮງງານ ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ ຄິດເປັນມູນຄ່າປະມານ 3 ກວ່າຕື້ກີບ ແລະ ຖ້າແຍກໄປຕາມຂະແໜງການ ເຫັນວ່າ: ຂະແໜງສຶກສາທິການ ແລະ ກິລາ ມີ 82 ໂຄງການ ກວມເອົາ 35% ຂອງໂຄງການທັງໝົດ, ຂະແໜງສາທາລະນະສຸກ ມີ 92 ໂຄງການ ກວມເອົາ 39%, ຂະແໜງກະສິກໍາ ແລະ ປ່າໄມ້ ມີ 13 ໂຄງການ ກວມເອົາ 6%, ຂະແໜງໂຍທາທິການ ແລະ ຂົນສົ່ງ ມີ 38 ໂຄງການ ກວມເອົາ 16% ແລະ ຂະແໜງພະລັງງານ ແລະ ບໍ່ແຮ່ ມີ 6 ໂຄງການ ກວມເອົາ 3% ແລະ ຂະແໜງອຸດສາຫະກໍາ ແລະ ການຄ້າ ມີ 4 ໂຄງການ ກວມເອົາ 2%.

ຫລັງຈາກທີໄດ້ຮັບຝັງການລາຍງານ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ເນື້ອໃນບົດສະຫຼຸບ ຢ່າງກົງໄປກົງມາ ຄື: ເຫັນດີເປັນເອກະພາບຕໍ່ບົດສະຫຼຸບຜົນການຈັດຕັ້ງປະຕິບັດຂອງໂຄງການ ທລຍ ຢູ່ແຂວງອັດຕະປື; ໃນຕໍ່ໜ້າ ສະເໜີໃຫ້ ທລຍ ຂັ້ນສູນກາງ ສືບຕໍ່ຍາດແຍ່ງທຶນຊ່ວຍເຫຼືອເຂົ້າໃນວຽກງານແກ້ໄຂຄວາມທຸກຍາກ ຢູ່ແຂວງອັດຕະປື ເພາະວ່າຕາມການປະເມີນຄວາມທຸກຍາກຕາມມາດຕະຖານ ດໍາລັດ 348 ເຫັນວ່າ ເປີເຊັນຄວາມທຸກຍາກຢູ່ແຂວງອັດຕະປື ຍັງກວມເອົາອັດຕາສູງຢູ່.

ໃນກອງປະຊຸມຄັ້ງນີ້ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການ ທລຍ ສູນກາງ ໄດ້ກ່າວວ່າ: ໃນໄລຍະ 11 ປີ ຜ່ານມາ ເຫັນໄດ້ວ່າ ທລຍ ໄດ້ປະກອບສ່ວນເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ແຂວງອັດຕະປື ໄດ້ສໍາເລັດຕາມແຜນການທີ່ວາງໄວ້ ໂດຍສ້າງເງື່ອນໄຂໃຫ້ຊາວຊົນນະບົດ ໄດ້ເຂົ້າເຖິງການບໍລິການທາງດ້ານສາທາລະນະ ເປັນຕົ້ນແມ່ນການສ້າງພື້ນຖານໂຄງລ່າງເພື່ອຕອບສະໜອງການໄປມາລະຫວ່າງບ້ານຫາບ້ານ, ການປິ່ນປົວສຸຂະພາບ, ການຊົມໃຊ້ນໍ້າສະອາດ ແລະ ການເຂົ້າຮຽນຂອງເດັກໃນເກນອາຍຸເຂົ້າໂຮງຮຽນ. ພ້ອມກັນນັ້ນ, ທ່ານຍັງໄດ້ກ່າວວ່າ ຈະນໍາເອົາຄໍາຄິດຄໍາເຫັນຕ່າງໆ ທີ່ຜູ້ແທນກອງປະຊຸມໄດ້ສະເໜີ ເພື່ອນໍາສະເໜີຕໍ່ກຳມະການສະພາບໍລິຫານ ທລຍ ຄົ້ນຄ້ວາພິຈາລະນາໃນຂັ້ນຕໍ່ໄປ.

ໃນຕອນທ້າຍກອງປະຊຸມທ່ານ ທະນູໄຊ ບັນຊາລິດ, ຮອງເຈົ້າ​ແຂວງ​ ແຂວງອັດຕະປືໄດ້ມີຄຳເຫັນ​ສະຫຼຸບວ່າ: ເມື່ອຕີລາຄາແລ້ວ ເຫັນໄດ້ວ່າ ການຈັດຕັ້ງປະຕິບັດວຽກງານ ທລຍ ໃນໄລຍະຜ່ານມາ,ມີຜົນສໍາເລັດຫຼາຍອັນ ໂດຍສະເພາະການປະກອບສ່ວນສ້າງພື້ນຖານໂຄງລ່າງ ໃຫ້ແກ່ຂະແໜງການຕ່າງໆ ເຖີງວ່າຈະເປັນໂຄງການກໍ່ສ້າງຂະໜາດນ້ອຍ ແຕ່ມີຜົນປະໂຫຍດໂດຍກົງຕໍ່ຊຸມຊົນ ຢ່າງກວ້າງຂວາງ; ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນ​ສຳ​ເລັດ​ທີ່​ຍາດ​ມາ​ໄດ້ ຂອງໂຄງການ ທລຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແຂວງອັດຕະປື ຕໍ່ກັບວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ການປະກອບສ່ວນຂອງທຸກພາກສ່ວນ ໃນການຈັດຕັ້ງປະຕິບັດໂຄງການ ທລຍ ຢູ່ແຂວງອັດຕະປື ເຊິ່ງເຮັດໃຫ້ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ກົງຢ່າງເປັນຮູບປະທໍາ ແຕ່ຢ່າງໃດກກໍ່ຕາມ, ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ ເຫັນວ່າ ຍັງມີຫຼາຍວຽກທີ່ຕ້ອງໄດ້ເອົາໃຈໃສ່ ສືບຕໍ່ຈັດຕັ້ງປະຕິດບັດ ເປັນຕົ້ນແມ່ນ:

(1)  

ຮຽກຮ້ອງໃຫ້ບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເອົາໃຈໃສ່ຊຸກຍູ້, ຕິດຕາມກວດກາການຄຸ້ມຄອງ-ນຳໃຊ້ ໂຄງ​ການ ທ​ລຍ ຂອງອົງການປົກຄອງຂັ້ນບ້ານ ແລະພໍ່ແມ່ປະຊາຊົນ ໂດຍໃຫ້ຖືວ່າເປັນວຽກປົກກະຕິ ແລະ​ໃນ​ຄວາມ​ຮັບ​ຜິດ​ຊອບ ຂອງຕົນເອງ ເພື່ອໃຫ້ໂຄງການດັ່ງກ່າວໄດ້ນຳໃຊ້ຢ່າງຄຸ້ມຄ່າແລະເກີດປະໂຫຍດສູງສຸດ ພ້ອມທັງຮັກສາໃຫ້ມີຄວາມຍືນຍົງ;

 

(2) 

ສໍາລັບທິດທາງໃໝ່ຂອງ ທລຍ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂຄງການປັບປຸງຊີວິດການເປັນຢູ່ ຕິດພັນກັບວຽກສົ່ງເສີມດ້ານໂພຊະນະການ ແມ່ນເຫັນດີ ແລະ ສະເໜີໃຫ້ມາສະໜັບສະໜູນ ຢູ່ແຂວງອັດຕະປື ໃນອະນາຄົດ ສໍາລັບພື້ນຖານໂຄງລ່າງທີ່ຕິດພັນກັບການຜະລິດກະສິກໍາ ເຫັນວ່າ ມີຄວາມຈໍາເປັນ ເພື່ອສົ່ງເສີມປະຊາຊົນໃຫ້ຜະລິດເປັນສີນຄ້າ, ສ້າງລາຍຮັບ ແລະມີຊີວິດທີ່ດີຂຶ້ນ.  ພ້ອມ​ດຽວ​ກັນ ກໍຮຽກ​ຮ້ອງໃຫ້ບັນ​ດາ​ທ່ານ​ຜູ້​ແທນ ແລະ ​ແຂກ​ຖືກ​ເຊີນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ ​​ຈົ່ງ​ພ້ອມ​ກັນ​​​ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້ ໄປ​ຜັນ​ຂະ​ຫຍາຍ ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ.