ກອງປະຊຸມ ສະຫຼຸບ ແລະ ປິດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຢູ່ແຂວງຫຼວງນໍ້າທາ ແຕ່ປີ 2008-2021

Posting Date: 
30 May 2022

ກອງປະຊຸມ ສະຫຼຸບ ແລະ ປິດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ

ຢູ່ແຂວງຫຼວງນໍ້າທາ ແຕ່ປີ 2008-2021

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

  ໃນວັນທີ 04 ພຶດສະພາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງຫຼວງນໍ້າທາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ສະຫຼຸບ ແລະ ປິດໂຄງການ ທລຍ ຢູ່ແຂວງຫຼວງນໍ້າທາ ເຊິ່ງຈັດຕັ້ງປະຕິບັດມາແຕ່ປີ 2008-2021 ຂຶ້ນ​ທີ່ຫ້ອງປະ​ຊຸມ ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ ໂດຍການ​ເປັນ​ປະ​ທານ​ຮ່ວມຂອງ​ ທ່ານ ວິລະຊົນ ແດນຫັນສາ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງນ້ຳທາ ແລະ  ທ່ານ ປອ. ວົງປະພັນ ມະນີວົງ, ຮອງຜູ້ອໍານວຍການບໍລິຫານ ທລຍ, ມີຜູ້ຕາງໜ້າພະແນກການອ້ອມຂ້າງແຂວງ ແລະ ຄະນະນຳຂັ້ນເມືອງ ຈາກ 3 ເມືອງເປົ້າໝາຍ (ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ), ທີມງານ ທລຍ ສູນກາງ, ຫົວ​ໜ້າຫ້ອງການ ທລຍ ແຂວງຫຼວງນ້ຳ​ທາ ພ້​ອມດ້ວຍ​ພະ​ນັກ​ງານ​ວິ​ຊາ​ການ​ ທ​ລຍ ແຂວງ, ເມືອງ ເຂົ້າ​ຮ່ວມ​ທັງ​ໝົດ 49ທ່ານ, ຍິງ8ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານຜົນໄດ້ຮັບໃນການສະໜັບສະໜູນ ວຽກງານແກ້ໄຂຄວາມທຸກຍາກ ຕະຫຼອດໄລຍະ 13 ປີຜ່ານມາ ພ້ອມທັງມອບບັນດາໂຄງການຍ່ອຍທີ່ ທລຍ ໄດ້ສະໜັບສະໜູນງົບປະມານ ໃຫ້ອົງການປົກຄອງແຂວງ, ພະແນກການທີ່ກ່ຽວຂ້ອງ ເປັນຜູ້ຄຸ້ມຄອງ ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນ ປົກປັກຮັກສາ ແລະ ນໍາໃຊ້ ໃຫ້ເກີດປະໂຫຍດສູງສຸດ ແລະ ແຈ້ງປິດຫ້ອງການ ທລຍ ແຂວງຫຼວງນໍ້າທາ ຢ່າງເປັນທາງການ.

ກອງປະຊຸມ ໃຫ້ກຽດຂຶ້ນກ່າວເປີດຢ່າງເປັນທາງການ ຂອງທ່ານຮອງຫົວໜ້າພະແນກກະສິກຳ  ແລະ ປ່າໄມ້ແຂວງຫຼວງນ້ຳທາ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານ ໂຄງການກອງທລຍ ຕໍ່ກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ແຂວງຫຼວງນ້ຳທາ ໂດຍໄດ້ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ໃຫ້ສາມາດເຂົ້າເຖິງການບໍລິການຂອງລັດ.

ຈາກນັ້ນ, ທ່ານ ວົງມະນີ ເພຍເທບ, ຫົວໜ້າຫ້ອງການ ທລຍ ແຂວງຫຼວງນໍ້າທາ ໄດ້ລາຍງານ ຜົນການຈັດ​ຕັ້ງ​ປະຕິບັດ​ວຽກ​ ທລຍ ແຂວງຫຼວງນ້ຳທາ ເຊິ່ງໃນໄລຍະ 13 ປີ (2008-2021) ໄດ້ຈັດຕັ້ງປະຕິບັດທັງໝົດ 457 ໂຄງການ ຍ່ອຍ ແລະ ນໍາໃຊ້ງົບປະມານຫຼາຍກວ່າ 67.9 ຕື້ກວ່າກີບ, ໃນນັ້ນ ທຶນຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ຄິດເປັນເງິນ ມີມູນຄ່າ7.2ຕື້ກວ່າກີບ. ໃນບັນດາ 457 ໂຄງການຍ່ອຍ ໄດ້ກວມເອົາຂະແໜງ ສຶກສາທິການ ແລະ ກິລາ 88 ໂຄງການ,ງົບປະມານ 18.7ຕື້ກີບ;ຂະແໜງສາທາລະນະສຸກ133 ໂຄງການ, ງົບປະມານ14,5ຕື້ກີບ;ຂະແໜງກະສິກໍາ ແລະ ປ່າໄມ້ 134 ໂຄງການ,ງົບປະມານ11,1ຕື້ກີບ;ຂະແໜງໂຍທາທິການ ແລະ ຂົນສົ່ງ 102ໂຄງການ, ງົບປະມານ23,4 ຕື້ກີບ.

ຫລັງຈາກທີໄດ້ຮັບຝັງການລາຍງານ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນ ໂດຍເຫັນດີເປັນເອກະພາບຕໍ່ບົດສະຫຼຸບຜົນການຈັດຕັ້ງປະຕິບັດຂອງໂຄງການ ທລຍ ຢູ່ແຂວງອັດຕະປື ແລະ ໃນຕໍ່ໜ້າ ສະເໜີໃຫ້ລັດຖະບານ ກໍຄື ທລຍ ຊ່ວຍຊອກຫາແຫຼ່ງທຶນຈາກພາກສ່ວນຕ່າງໆ ມາຊ່ວຍພັດທະນາ ບັນດາບ້ານທີ່ຍັງທຸກຍາກ ພາຍໃນແຂວງຫຼວງນ້ຳທາ ຕື່ມອີກ;

ໃນບັ້ນກອງປະຊຸມໃນຄັ້ງນີ້ ທ່ານ ວົງປະພັນ ມະນີວົງ, ຮອງຜູ້ອໍານວຍການບໍລິຫານ ທລຍ ກໍໄດ້ກ່າວມີຄໍາເຫັນວ່າ:​ ເມື່ອຕີລາຄາແລ້ວ ເຫັນໄດ້ວ່າ ການຈັດຕັ້ງປະຕິບັດວຽກງານ ທລຍ ໃນໄລຍະຜ່ານມາ ມີຜົນສໍາເລັດຫລາຍອັນ ໂດຍສະເພາະ ແມ່ນການປະກອບສ່ວນດ້ານພື້ນຖານໂຄງລ່າງ ໃຫ້ແກ່ຂະແໜງການຕ່າງໆ ເຖິງວ່າ ໂຄງການຂະໜາດນ້ອຍ ແຕ່ມີຜົນປະໂຫຍດໂດຍກົງຕໍ່ຊຸມຊົນ. ເພື່ອເຮັດໃຫ້ໂຄງການຕ່າງໆທີ່ ທລຍ ໄດ້ໃຫ້ການສະໜັບສະໜູນໃນໄລຍະຜ່ານມາ ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ ຈຶ່ງຂໍມອບຄວາມຮັບຜິດຊອບໃຫ້ອົງການປົກຄອງແຂວງ ແລະ ທ້ອງຖິ່ນ ເປັນຜູ້ຄຸ້ມຄອງ ແລະ ຊຸກຍູ້ໃຫ້ຊຸມຊົນ ເປັນເຈົ້າການໃນການຄຸ້ມຄອງ ແລະ ນໍາໃຊ້ ໃຫ້ເກີດປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ.

 

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ວິລະຊົນ ແດນຫັນສາ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງນ້ຳທາ ໄດ້ມີຄໍາເຫັນວ່າ ຂໍໃຫ້ຂະແໜງການທີ່ກ່ຽວຂ້ອງ ປະສານສົມທົບກັບອຳນາດການປົກຄອງທ່ອງຖີ່ນ ໃນການຕິດຕາມ ຊຸກຍູ້ ກິດຈະກໍາຕ່າງໆ ທີ່ ທລຍ ໄດ້ຊ່ວຍເຫຼືອຜ່ານມາ ເພື່ອໃຫ້ໂຄງການດັ່ງກ່າວມີຄວາມຍືນຍົງ ແລະ ສະເໜີໃຫ້ ທລຍ ສືບຕໍ່ຊອກຫາທຶນມາຊ່ວຍເຫຼືອບັນດາເມືອງທີ່ຍັງທຸກຍາກ ຕາມການປະເມີນດຳລັດ 348/ລບ.