ກອງປະຊຸມຄະນະຮັບຜິດຊອບວຽກງານສະໜອງສິນເຊື່ອ 4 ຮ່ວມ ເພື່ອແກ້ໄຂຄວາມທຸກຍາກ

Posting Date: 
06 Jun 2022

ກອງປະຊຸມຄະນະຮັບຜິດຊອບວຽກງານສະ​ໜ​ອງ​ສິນ​ເຊື່ອ 4 ຮ່ວມ ເພື່ອແກ້ໄຂຄວາມທຸກຍາກ

ໂດຍ: ທລຍ

 

ໃນວັນທີ 23 ພຶດສະພາ 2022 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ເປີດກອງປະຊຸມຄະນະຮັບຜິດຊອບວຽກງານສະ​ໜ​ອງ​ສິນ​ເຊື່ອ 4 ຮ່ວມ ເພື່ອແກ້ໄຂຄວາມທຸກຍາກຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງໆອຸດົມໄຊ ແລະ ມີຜູ້ແທນຈາກຄະນະຮັບຜິດຊອບວຽກງານສະໜອງສິນເຊື່ອ 4 ຮ່ວມ ເພື່ອແກ້ໄຂຄວາມທຸກຍາກ ຂັ້ນສູນກາງ ແລະ ຂັ້ນແຂວງ ແລະ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫຼາ, ເມືອງນາໝໍ້, ແລະ ເມືອງງາ ທີ່ເປັນເມືອງເປົ້າໝາຍທົດລອງການຈັດຕັ້ງປະຕິບັດວຽກງານສະໜອງສິນເຊື່ອ 4 ຮ່ວມ ເຂົ້າຮ່ວມທັງໝົດ 54 ທ່ານ, ຍິງ 10 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື, ວາງແຜນການ ແລະ ແບ່ງຄວາມຮັບຜິດຊອບພາຍໃນຄະນະຜິດຊອບວຽກງານການສະໜອງສິນເຊື່ອ 4 ຮ່ວມ ເພື່ອແກ້ໄຂຄວາມທຸກຍາກ ພ້ອມທັງຮັບຟັງການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນບັ້ນທົດລອງ ຢູ່ແຂວງອຸດົມໄຊ.

ພາຍຫຼັງຄະນະປະທານ ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ຈາກນັ້ນ ກອງປະຊຸມ ໄດ້ດໍາເນີນໄປຕາມວາລະ ຄື:

·     

ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບວຽກງານສະໜອງສິນເຊື່ອ 4 ຮ່ວມ ເພື່ອແກ້ໄຂຄວາມທຸກຍາກ ສະບັບເລກທີ 1327/ກປ, ລົງວັນທີ 15 ຕຸລາ 2021;

·     

ຮັບຟັງການນໍາສະເໜີແຜນທົດລອງຈັດຕັ້ງປະຕິບັດວຽກງານສະໜອງສິນເຊື່ອ 4ຮ່ວມ ເພື່ອແກ້ໄຂຄວາມທຸກຍາກ ແລະ ລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານ ນັບຕັ້ງແຕ່ມີຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດ ຊອບວຽກງານສະໜອງສິນເຊື່ອ 4 ຮ່ວມ ເພື່ອແກ້ໄຂຄວາມທຸກຍາກ ສະບັບເລກທີ 1327/ກປ, ລົງວັນທີ 15 ຕຸລາ 2021;

·     

ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານສະໜອງສິນເຊື່ອ 4 ຮ່ວມ ບັ້ນທົດລອງຢູ່ 3 ເມືອງເປົ້າໝາຍ ຄື: ເມືອງຫຼາ,  ເມືອງນາໝໍ້, ແລະ ເມືອງງາ;

·     

ຮັບຟັງການນຳສະເໜີນະໂຍບາຍສະໜອງສິນເຊື່ອຂອງທະນາຄານນະໂຍບາຍ ແລະ ແຜນການສະໜອງສິນເຊື່ອ ໃນຂອບຮ່ວມມື 4 ຮ່ວມ ແລະ ພາລະບົດບາດໂດຍລວມຂອງທະນາຄານນະໂຍບາຍ;

·     

ຮັບຟັງການນຳສະເໜີຮ່າງຄໍາແນະນໍາການຈັດຕັ້ງປະຕິບັດຂອບຮ່ວມມືການສະໜອງສິນເຊື່ອ 4 ຮ່ວມ ແກ້ໄຂຄວາມທຸກຍາກ.

 

ຫຼັງຈາກນັ້ນ, ຄະນະປະທານ ໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ປະກອບຄຳເຫັນ ປຶກສາຫາລືຮ່ວມກັນ ໂດຍອີງໃສ່ຄໍາຖາມເຈາະຈີ້ມ ດັ່ງລຸ່ມນີ້:

1) 

ການປະສານງານ ລະຫວ່າງທະນາຄານນະໂຍບາຍ ແລະ ຄະນະຮັບຜິດຊອບວຽກງານສະໜອງສິນເຊື່ອ 4 ຮ່ວມ, ລະຫວ່າງທິມງານຂັ້ນແຂວງ ແລະ ທິມງານຂັ້ນເມືອງ ມີຂໍ້ຫຍຸ້ງຍາກຫຍັງແນ່?

2) 

ການສ້າງກຸ່ມຕົວແບບ ຜ່ານມາມີດ້ານດີ, ດ້ານອ່ອນ ແນວໃດ ແລະ ຈະແກ້ໄຂແນວໃດ?

3) 

ການສ້າງແຜນສິນເຊື່ອ ແລະ ການປ່ອຍສິນເຊື່ອ ມີຂໍ້ດີ ແລະ ຂໍ້ຄົງຄ້າງ ຫຍັງແນ່ ແລະ ຈະມີວິທີແກ້ໄຂແນວໃດ?

4) 

ການອໍານວຍຄວາມສະດວກດ້ານອື່ນ ເປັນຕົ້ນແມ່ນການສະໜອງແນວພັນພືດ ສັດ, ການກັກກັນພືດ ສັດ, ແລະ ການປີ່ນປົວ ຈະມີວິທີການແນວໃດ?

5) 

ເງື່ອນໄຂການເຂົ້າເຖິງແຫຼ່ງທຶນ ສໍາລັບຜູ້ຕິດຢາເສບຕິດ ແມ່ນສາມາດເຂົ້າເຖີງສິນເຊື່ອ 4 ຮ່ວມ ໄດ້ບໍ ເພາະຄົນກຸ່ມນີ້ ກໍແມ່ນຄົນທຸກຍາກຄືກັນ ເຊິ່ງກໍຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ?

6) 

ບັນຫາໜີ້ຄ້າງຈ່າຍ ຍ້ອນຜົນຜະລິດຂອງປະຊາຊົນ ເສຍຫາຍ ຍ້ອນພະຍາດລະບາດ ຈະມີວິທີການຊ່ວຍແນວໃດ?

 

ຜ່ານການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມຢ່າງກົງໄປກົງມາ ຫຼັງຈາກນັ້ນ ທ່ານປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນນໍາ ເຊິ່ງສາມາດສະຫຼຸບສັງລວມໄດ້ ດັ່ງນີ້:

1) 

ເຫັນດີ ຮັບຮອງເອົາແຜນທົດລອງຈັດຕັ້ງປະຕິບັດວຽກງານສະໜອງສິນເຊື່ອ 4ຮ່ວມ ເພື່ອແກ້ໄຂຄວາມທຸກຍາກ ຢູ່ແຂວງອຸດົມໄຊ;

2) 

ເຫັນດີ ໃຫ້ຈັດກອງປະຊຸມວິຊາການຂຶ້ນ ເພື່ອຜ່ານຄໍາແນະນໍາການຈັດຕັ້ງປະຕິບັດຂອບຮ່ວມມືການສະໜອງສິນເຊື່ອ 4 ຮ່ວມ ເພື່ອແກ້ໄຂຄວາມທຸກຍາກ ໃຫ້ລະອຽດເລິກເຊິ່ງ ແລະ ໃຫ້ທ້ອງຖີ່ນມີຄໍາເຫັນປະກອບໃສ່ ເພື່ອໃຫ້ ຄໍາແນະນໍາດັ່ງກ່າວ ມີຄວາມເໝາະສົມ ແລະ ສາມາດນໍາໃຊ້ໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;

3) 

ເຫັນດີ ໃຫ້ຄົ້ນຄວ້າ ແລະ ປັງປຸງຄືນ ຂໍ້ຕົກລົງຂອງ ຄະນະຮັບຜິດຊອບວຽກງານສະໜອງສິນເຊື່ອ 4 ຮ່ວມ ເພື່ອແກ້ໄຂຄວາມທຸກຍາກ ເນື່ອງຈາກຫຼາຍທ່ານໃນຄະນະດັ່ງກ່າວ ໄດ້ຖືກມອບໝາຍໃຫ້ໄປຮັບໜ້າທີ່ຢູ່ບ່ອນປະຈໍາການ  ໃໝ່;

4) 

ມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ແລະ ທະນາຄານນະໂຍບາຍ ສືບຕໍ່ພົວພັນປະສານງານກັນໃຫ້ໄດ້ປ່ອຍສິນເຊື່ອ ທັນຕາມລະດູການຜະລິດ ແລະ ພ້ອມທັງລົງຕິດຕາມຊຸກຍູ້ກຸ່ມຜະລິດຢ່າງໃກ້ຊິດ ເພື່ອສ້າງເປັນຕົວແບບທີ່ເຂັ້ມແຂງ;

5) 

ມອບໃຫ້ຄະນະຮັບຜິດຊອບວຽກງານສະໜອງສິນເຊື່ອ 4 ຮ່ວມ ຂັ້ນສູນກາງ ແລະ ທະນາຄານນະໂຍບາຍ ຄົ້ນຄວ້າ ສະໜັບສະໜູນທາງດ້ານທຶນຮອນ ໃນການຊື້ອຸປະກອນເຄື່ອງມືທີ່ຈຳເປັນໃນການສ້າງຕາໜ່າງກັກກັນພືດ ແລະ ຕາໜ່າງສັດຕະວະແພດ ເພື່ອປ້ອງກັນ ແລະ ປີ່ນປົວພະຍາດພືດ ແລະ ສັດລ້ຽງ ຂອງຊາວກະສິກອນ;

6) 

ເພື່ອສືບຕໍ່ ແກ້ໄຂບັນຫາການປ່ອຍສິນເຊື່ອແບບກະແຈກກະຈາຍ ບໍ່ໄປຕາມຈຸດສຸມອັນດຽວກັນ ແລະ ກໍໃຫ້ເກີດມີໜີ້ເສຍຫຼາຍ ດັ່ງນັ້ນ ຂະແໜງກະສິກໍາ ແລະ ປ່າໄມ້ ແຕ່ລະຂັ້ນນັບແຕ່ກົມວິຊາການ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຕ້ອງໄດ້ສຸມໃສ່ແນະນໍາດ້ານວິຊາການ ໃຫ້ກຸ່ມຜະລິດຢ່າງເປັນລະບົບຕໍ່ເນື່ອງລຽນຕິດ ເພື່ອຫັນຈາກການຜະລິດພໍກຸ້ມຢູ່ກຸ້ມກິນ ໄປສູ່ການຜະລິດເປັນສິນຄ້າ;

7) 

ການຈັດຕັ້ງປະຕິບັດວຽກງານສະໜອງສິນເຊື່ອ 4 ຮ່ວມ ຕ້ອງໃຫ້ສອດຄ່ອງກັບວາລະແຫ່ງຊາດ ເຊິ່ງຂະແໜງກະສິກໍາ ແລະ ປ່າໄມ້ ມີ 2 ໜ້າວຽກ ຄື: ການຜະລິດຄໍ້າປະກັນສະບຽງອາຫານ ແລະ ການຜະລິດທົດແທນການນໍາເຂົ້າ ແລະ ສົ່ງອອກ;

8) 

ມອບໃຫ້ ຄະນະສະໜອງສິນເຊື່ອ 4 ຮ່ວມ ຂັ້ນສູນກາງ ປະສານກັບກົມປູກຝັງ ເພື່ອເອົາບັນຊີລາຍການສິນຄ້າທີ່ ສປປ ລາວ ສາມາດສົ່ງອອກໄປປະເທດຄູ່ຄ້າ ເປັນຕົ້ນແມ່ນ ສປ ຈີນ ແລະ ສສ ຫວຽດນາມ ເພື່ອໃຫ້ຊຸກຍູ້ຜູ້ຜະລິດ, ກຸ່ມຜະລິດ ໄປຕາມພືດ ຫຼື ສັດ ທີ່ຢູ່ໃນລາຍການເຫຼົ່ານັ້ນ ແລະ ສະເໜີໃຫ້ກົມພັດທະນາຊົນນະບົດ, ກົມສົ່ງເສີມ ແລະ ສະຫະກອນ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຄົ້ນຄວ້າຄວາມເປັນໄປໄດ້ໃນການສະໜອງງົບປະມານຈາກບັນດາ ໂຄງການກ່ຽວຂ້ອງທີ່ກຳລັງຈັດຕັ້ງປະຕິບັດຢູ່ ຫຼື ໂຄງການທີ່ກໍາລັງສະເໜີໃໝ່ມາຊຸກຍູ້, ໃຫ້ການແນະນໍາ, ແລະ ຕິດຕາມກວດກາ ຢູ່ເຂດເປົ້າໝາຍທົດລອງສະໜອງສິນເຊື່ອ 4 ຮ່ວມ ຢູ່ແຂວງອຸດົມໄຊ.