ຄະນະຊ່ຽວຊານທະນາຄານໂລກ ລົງເຄື່ອນໄຫວວຽກງານ ຢູ່ເມືອງກະລຶມ

Posting Date: 
16 Jun 2022

ຄະນະຊ່ຽວຊານທະນາຄານໂລກ ລົງເຄື່ອນໄຫວວຽກງານ ຢູ່ເມືອງກະລຶມ

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 

ໃນລະຫວ່າງ ວັນທີ 7-9 ມິຖຸນາ 2022 ຜ່ານມານີ້, ທ່ານ ນາງ ຊູຊານ ເຊັນ ຫົວໜ້າຝ່າຍບໍລິຫານວຽກງານພັດທະນາສັງຄົມ ແລະ ການມີສ່ວນຮ່ວມ, ທ່ານ ເບັນຈາມິນ ເບິກຮາດ ຜູ້ຊ່ຽວຊານອາວູໂຊ ດ້ານການພັດທະນາສັງຄົມ ແລະ ຫົວໜ້າທິມງານຈັດຕັ້ງປະຕິບັດໂຄງການ ພ້ອມດ້ວຍຄະນະຊ່ຽວຊານຈາກທະນາຄານໂລກ, ທ່ານ ພັດທະຄອນ ຄັນທະມີໄຊ ຜູ້ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານ ຢູ່ເມືອງກະລືມ, ແຂວງເຊກອງ ຊື່ງກ່ອນທີ່ຈະລົງຢ້ຽມຢາມຢູ່ເມືອງກະລຶມ ຄະນະດັ່ງກ່າວ ໄດ້ເຂົ້າພົບ ທ່ານ ນາງ ຈັນຫອມ ມະຫາໄຊ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງເຊກອງ ເພື່ອສະເໜີຈຸດປະສົງ ແລະ ແຜນການເຄື່ອນໄຫວວຽກງານຢູ່ທ້ອງຖີ່ນໃນຄັ້ງນີ້ ໂດຍສະເພາະແມ່ນການເກັບກໍາຂໍ້ມູນ ເພື່ອກະກຽມໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວ ກັບການປ່ຽນແປງດິນຟ້າອາກາດ ຫຼື CLEAR.

ຫຼັງຈາກນັ້ນ, ຄະນະຊ່ຽວຊານຂອງທະນາຄານໂລກ ກໍໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງກະລຶມ, ແຂວງເຊກອງ ໂດຍໃຫ້ກຽດເຂົ້າຮ່ວມຕ້ອນຮັບໂດຍ ທ່ານ ຄຳປະເສີດ ດອຍບົວລະພາ, ຮອງເຈົ້າເມືອງ ເມືອງກະລຶມ, ຜູ້ຊີ້ນໍາຂົງເຂດເສດຖະກິດ;ທ່ານ ບຸນສຳ ສີສັກ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ພ້ອມດ້ວຍຄະນະ. ການລົງເຄື່ອນໄຫວເຮັດວຽກງານໃນຄັ້ງນີ້ ໄດ້ຢ້ຽມຢາມ ບັນດາໂຄງການ ທີ່ ທລຍ ໄດ້ໃຫ້ການສະໜັບສະໜູນ ໃນໄລຍະ ຜ່ານມາ ແລະ ພົບປະພໍ່ແມ່ປະຊາຊົນ ຢູ່ 3 ບ້ານ ຄື: ບ້ານ ລິງ, ບ້ານ ຈິງ ແລະ ບ້ານ ຕີນຕຶມ. ພ້ອມນັ້ນ ກໍ່ໄດ້ເກັບກໍາຂໍ້ມູນຕົວຈິງ ເພື່ອກະກຽມໂຄງການ CLEAR ໂດຍຈະເນັ້ນໃສ່ການເຂົ້າເຖິງການບໍລິການຂັ້ນພື້ນຖານສໍາລັບການຜະລິດກະສິກໍາ, ການປັບປຸງຊີວິດການເປັນຢູ່ ແລະ ການສົ່ງເສີມໂພຊະນາການ ຊຶ່ງປະກອບດ້ວຍ 5 ອົງປະກອບ ຄື: (1) ການໃຫ້ທຶນສະໜັບສະໜູນພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ; (2) ການປັບປຸງຊີວິດການເປັນຢູ່ຂອງຊຸມຊົນ; (3) ການເຂົ້າເຖິງການບໍລິການດ້ານໂພຊະນາການ; (4) ການຄຸ້ມຄອງໂຄງການ ແລະ ການຕິດຕາມ-ປະເມີນຜົນ; ແລະ (5) ການຕອບສະໜອງທຶນເມື່ອເກີດເຫດການສຸກເສີນ.