ກອງປະຊຸມສະຫຼຸບ ແລະ ປິດການຊ່ວຍເຫຼືອ ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ຂອງອົົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ (SDC)

Posting Date: 
20 Jun 2022

ກອງປະຊຸມສະຫຼຸບ ແລະ ປິດການຊ່ວຍເຫຼືອ ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ

ຂອງອົົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ (SDC)

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ

 

ໃນວັນທີ 16 ມິຖຸນາ 2022 ຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສະຫຼຸບ ແລະ ປິດການຊ່ວຍເຫຼືອ ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ຂອງອົົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ (SDC) ຂຶ້ນທີ່ຫ້ອງປະຊຸມກົມພັດທະນາຊົນນະບົດ ໂດຍການເປັນປະທານຮ່ວມຂອງທ່ານ ສີປະໄພ ໄຊສົງຄາມ, ຫົວໜ້າຫ້ອງການ ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ທ່ານ ຄຣີສຕຽນ ເອງເລີ (Christian Engler), ຮອງຫົວໜ້າ ອົງການ SDC ປະຈໍາ ສປປ ລາວ ແລະ ການເຂົ້າຮ່ວມຂອງຜູ້ຕາງໜ້າກົມແຜນການ ແລະ ຮ່ວມມື, ກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້, ຄະນະຊ່ຽວຊານຈາກ SDC ແລະ ທະນາຄານໂລກ, ບັນດາຫົວໜ້າຂະແໜງການທີ່ກ່ຽວຂ້ອງ ແລະ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ເຂົ້າຮ່ວມທັງໝົດ 23 ທ່ານ, ຍິງ 6 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເປັນການສະຫຼຸບຜົນງານການຊ່ວຍເຫຼືອຂອງ SDC ທີ່ໄດ້ສະໜັບສະໜູນ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນໄລຍະ 13 ຜ່ານມາ (ແຕ່ປີ 2009-2022).

ໃນທີ່ປະຊຸມໄດ້ຮັບຟັງການລາຍງານ ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດໂຄງການ ທລຍ ທີ່ສະໜັບສະໜູນໂດຍອົງການ SDC ຊຶ່ງອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ເປັນຄູ່ຮ່ວມງານດ້ານການພັດທະນາຫຼັກ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ທາງດ້ານການເງິນ ແລະ ດ້ານເຕັກນິກວິຊາການ ເປັນເວລາ 13 ປີ ນັບຕັ້ງແຕ່ປີ 2009 ເຖີງປີ 2022, ອົງການ SDC ໄດ້ໃຫ້ການສະໜັບສະໜູນທຶນຊ່ວຍເຫຼືອລ້າ ຫຼາຍກວ່າ 40 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການ ທລຍ ໂດຍຜ່ານການສົ່ງເສີມ, ການວາງແຜນແບບມີສ່ວນຮ່ວມແຕ່ສູນກາງລົງຮອດທ້ອງຖິ່ນ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຄັດເລືອກບຸລິມະສິດຄວາມຕ້ອງການຂອງຊຸມຊົນ ໂດຍການມີສ່ວນຮ່ວມຂອງແມ່ຍິງ ແລະ ຊົນເຜົ່າ. ໂດຍສະເພາະແມ່ນການສະໜັບສະໜູນການພັດທະນາໂຄງລ່າງພື້ນຖານ ທັງໝົດ 1.544 ໂຄງການຍ່ອຍ ໃນແຕ່ຂະແໜງການຕ່າງໆ ເປັນຕົ້ນແມ່ນ: ສາທາລະນະສຸກ, ສືກສາທິການ ແລະ ກິລາ, ໂຍທາທິການ ແລະ ຂົນສົ່ງ ແລະ ກະສີກຳ ແລະ ປ່າໄມ້.

ນອກນັ້ນ, ຍັງສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລະ ອໍານາດການປົກຄອງທ້ອງຖິ່ນ, ການປ້ອງກັນຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມ ແລະ ການຄຸ້ມຄອງຄວາມສ່ຽງໄພພິບັດ. ທັງໝົດຂອງກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດນັ້ນ ລ້ວນແລ້ວແຕ່ແນໃສ່ຮັບປະກັນໃຫ້ຜູ້ທີ່ທຸກຍາກ ໄດ້ຮັບຜົນປະໂຫຍດສູງສຸດ. ນອກຈາກນີ້, ໄລຍະທີ່ປະເທດລາວ ໄດ້ປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທ້າຍປີ 2021 SDC ກໍໄດ້ໃຫ້ທຶນສະໜັບສະໜູນ ຈຳນວນ 500.000 ໂດລາສະຫະລັດ ເພື່ອສະໜັບສະໜູນລັດຖະບານລາວ ໃນການຫຼຸດຜ່ອນຄວາມສ່ຽງການແຜ່ລະບາດຂອງພະຍາດໂຄວິດ-19 ລົງສູ່ເຂດຊົນນະບົດ ໂດຍໄດ້ຈັດຕັ້ງປະຕິບັດກິດຈະກຳ ຢູ່ 900 ບ້ານ, 35 ເມືອງ ຂອງ 10 ແຂວງ ເພື່ອສ້າງຈິດສໍານຶກໃຫ້ກັບຊຸມຊົນຢູ່ບ້ານເປົ້າໝາຍເຫຼົ່ານັ້ນ ກ່ຽວກັບການປ້ອງກັນຕົນເອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ການແຜ່ລະບາດຂອງພະຍາດການຕິດຕໍ່ອື່ນໆ. ນອກຈາກນັ້ນ, ໃນປີ 2021 ອົງການ SDC ຍັງໄດ້ໃຫ້ທຶນສະໜັບສະໜູນ ຈຳນວນ 395.200 ໂດລາສະຫາລັດ ສຳລັບເປັນຄ່າບໍລິຫານ ແລະ ຕິດຕາມວຽກງານການກໍ່ສ້າງ 53 ໂຄງການຍ່ອຍ ຢູ່ 6 ແຂວງ ຄື: ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ພາຍໃຕ້ທຶນສົມທົບຂອງລັດທະບານ ຂອງ ທລຍ 3.

 

ໃນຕອນທ້າຍຂອງກອງປະຊຸມ ທ່ານ ສີປະໄພ ໄຊສົງຄາມ, ຫົວໜ້າຫ້ອງການ ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າຊົມເຊີຍອົງການ SDC ຊຶ່ງແມ່ນຄູ່ຮ່ວມພັດທະນາ ທີ່ສໍາຄັນ ຂອງ ສປປ ລາວ ທີ່ໄດ້ໃຫ້ທຶນສະໜັບສະໜູນຂະ ແໜງກະສິກໍາ ແລະ ປ່າໄມ້ ແລະ ຂະແໜງການອື່ນໆ ຢ່າງຫຼວງຫຼາຍ ແລະ ຕໍ່ເນື່ອງຍາວນານ ພ້ອມທັງມີໝາກຜົນໃຫ້ເຫັນຢ່າງເປັນຮູບປະທໍາຈະແຈ້ງ ໂດຍສະເພາະແມ່ນໃນວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ.