ການຝຶກອົບຮົມການເປັນຄູຝຶກ “ການສ້າງຕັ້ງກຸ່ມຜະລິດ ແລະ ການສຶກສາການຕະຫຼາດແບບມີສ່ວນຮ່ວມ”

Posting Date: 
22 Jun 2022

ການຝຶກອົບຮົມການເປັນຄູຝຶກ

ການສ້າງຕັ້ງກຸ່ມຜະລິດແລະການສຶກສາການຕະຫຼາດແບບມີສ່ວນຮ່ວມ

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 

ໃນລະຫວ່າງວັນທີ 23-27 ພຶດສະພາ 2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາແລະປ່າໄມ້ ໄດ້ຈັດຝຶກອົບຮົມການເປັນຄູຝຶກການສ້າງຕັ້ງກຸ່ມຜະລິດແລະການສຶກສາ ການຕະຫຼາດແບບມີສ່ວນຮ່ວມຂຶ້ນທີ່ເມືອງຊໍາເໜືອ, ແຂວງຫົວພັນໂດຍຄູຝຶກ ມາຈາກກົມສົ່ງເສີມກະສີກຳແລະສະຫະກອນ, ກະຊວງກະສິກໍາແລະປ່າໄມ້ 6 ທ່ານແລະທລຍ 4 ທ່ານແລະການເຂົ້າຮ່ວມເປັນນັກສໍາມະນາກອນທັງໝົດ 59 ທ່ານ (ເພດຍິງ 16 ຄົນ) ທີ່ມາຈາກພະແນກກະສິກຳແລະປ່າໄມ້ແຂວງ, ທະນາຄານນະໂຍບາຍ, ຫ້ອງການທລຍເມືອງກັວນ, ເມືອງຊໍາໃຕ້, ເມືອງຫົວເມືອງ, ເມືອງຊ່ອນ ແຂວງຫົວພັນ, ​ເມືອງຄໍາແລະເມືອງໜອງແຮດ, ແຂວຊຽງຂວາງແລະຕາງໜ້າຊາວບ້ານຈາກ 2 ບ້ານຂອງເມືອງຫົວເມືອງ.

ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອຍົກລະດັບຄວາມຮູ້ຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມກ່ຽວກັບບັນດານີຕິກຳທີ່ກ່ຽວຂ້ອງກັບການສ້າງຕັ້ງກຸ່ມຜະລິດ, ການຄຸ້ມຄອງການຜະລິດກະສິກຳ ທີ່ຕິດພັນກັບການຜະລິດ ໃຫ້ເປັນສິນຄ້າ ທີ່ສາມາດສະໜອງໃຫ້ຕະຫຼາດ ຢ່າງເປັນປົກກະຕິທາງດ້ານປະລິມານແລະຄຸນນະພາບ, ພ້ອມທັງ ເປັນການສ້າງພື້ນຖານໃຫ້ກຸ່ມຜະລິດ ໃຫ້ສາມາດເຂົ້າເຖິງການສະໜອງສິນເຊື່ອ 4 ຮ່ວມຈາກທະນາຄານນະໂຍບາຍແລະແຫຼ່ງທຶນອື່ນໆ.

ການຝຶກອົບຮົມໄດ້ແບ່ງເປັນ 2 ພາກໃຫຍ່ຄື: 1) ການສ້າງຕັ້ງກຸ່ມຜະລິດແລະ 2) ການສຶກສາ ການຕະຫຼາດແບບມີສ່ວນຮ່ວມ. ການຝືກອົບຮົມທັງສອງຫົວຂໍ້ ໄດ້ດຳເນີນໄປທັງພາກທິດສະດີໂດຍການບັນຍາຍແລະໃຫ້ບົດຝືກຫັດເພື່ອເຮັດຕົວຈິງ ພ້ອມທັງລົງພາກສະໜາມ ຢູ່ 2 ບ້ານ ຂອງເມືອງຫົວເມືອງເປັນເວລາ 2 ວັນ ລວມທັງ ລົງເກັບກຳຂໍ້ມູນຢູ່ຕະຫຼາດເຂດເທດສະບານເມືອງຊໍາເໜືອ,ແຂວງຫົວພັນ. ການຝຶກອົບຮົມຄັ້ງນີ້ຊ່ວຍເຮັດໃຫ້ນັກສໍາມະນາກອນ ມີຄວາມຮູ້ຄວາມສາມາດ ກ່ຽວກັບການສ້າງຕັ້ງກຸ່ມຜະລິດແລະສຶກສາການຕະຫຼາດ ເພີ້ມຂື້ນ.

 

ໃນຕໍ່ໜ້າ ນັກສໍາມານາກອນເຫຼົ່ານີ້ ຈະນໍາເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ໄປຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງເພື່ອສ້າງຕັ້ງກຸ່ມຜະລິດຢູ່ທ້ອງຖິ່ນຕົນເອງໃຫ້ມີຜົນສໍາເລັດຕາມທີ່ທລຍ ໄດ້ກໍານົດ ເປົ້າໝາຍວ່າຈະສ້າງຕັ້ງກຸ່ມຜະລິດໃຫ້ໄດ້ 100 ກຸ່ມໃນຈຳນວນບ້ານເປົ້າໝາຍ ທັງໝົດ 465 ບ້ານ ຢູ່ 4 ແຂວງ ຄື: ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ຊຶ່ງສະມາຊິກ ກຸ່ມຜະລິດດັ່ງກ່າວນີ້ຈະໄດ້ຮັບການຄັດເລືອກ ມາຈາກສະມາຊິກກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ)ຜູ້ທີ່ມີທ່າແຮງ ໃນການດຳເນີນກິດຈະກຳ ປັບປຸງຊີວິດການຢູ່ ທີ່ປະສົບຜົນສຳເລັດແລະສາມາດຜະລິດເປັນກຸ່ມໄດ້