ການມາເຮັດວຽກ ຂອງຄະນະຊ່ຽວຊານທະນາຄານໂລກ ຮ່ວມກັບກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້

Posting Date: 
27 Jun 2022

ການມາເຮັດວຽກ ຂອງຄະນະຊ່ຽວຊານທະນາຄານໂລກ ຮ່ວມກັບກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 

ໂດຍປະຕິບັດຕາມໜັງສືແຈ້ງການຂອງຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ຄັ້ງວັນທີ 26 ພຶດສະພາ 2022 ຄະນະຊ່ຽວຊານ ຂອງທະນາຄານໂລກ ນໍາໂດຍ ທ່ານ ນາງ ຊູຊານ ເຊັນ, ຫົວໜ້າຝ່າຍບໍລິຫານວຽກງານພັດທະນາສັງຄົມ ແລະ ການມີສ່ວນຮ່ວມ, ທ່ານ ເບັນຈາມິນ ເບິກຮາດ ຜູ້ຊ່ຽວຊານອາວູໂຊ ດ້ານການພັດທະນາສັງຄົມ ແລະ ຫົວໜ້າທິມງານຈັດຕັ້ງປະຕິບັດໂຄງການ ພ້ອມດ້ວຍຄະນະຊ່ຽວຊານຈາກທະນາຄານໂລກ ແລະ ທ່ານ  ພັດທະຄອນ ຄັນທະມີໄຊ ຜູ້ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານ ຢູ່ ສປປ ລາວ ລະຫວ່າງວັນທີ 6-17 ມິຖຸນາ 2022.

ຈຸດປະສົງຂອງການມາເຮັດວຽກຂອງຄະນະຊ່ຽວຊານທະນາຄານໂລກໃນຄັ້ງນີ້ ແມ່ນເພື່ອປະເມີນຜົນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ເກັບກຳຂໍ້ມູນເພື່ອກະກຽມໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (Community Livelihood Enhancement And Resilience (CLEAR).

ການມາເຮັດວຽກຂອງຄະນະຊ່ຽວຊານທະນາຄານໂລກໃນຄັ້ງນີ້ ໄດ້ລົງເຄື່ອນໄຫວວຽກງານ ຢູ່ເມືອງກະລືມ ແຂວງເຊກອງ; ເມືອງພູຄູນ ແຂວງຫຼວງພະບາງ; ແລະ ເມືອງຄໍາ, ເມືອງໜອງແຮດ ແຂວງຊຽງຂວາງ ແລະ ໄດ້ສໍາເລັດລົງດ້ວຍການຈັດກອງປະຊຸມສະຫຼຸບຜົນໄດ້ຮັບ ໃນວັນທີ 17 ພຶດສະພາ 2022 ໂດຍໄດ້ຮັບກຽດເປັນປະທານກອງປະຊຸມ ຂອງທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ອະເລັກຊານເດີ ເຄຼມເມີ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ແລະ ການເຂົ້າຮ່ວມຂອງຮອງຫົວໜ້າຫ້ອງການ ກະຊວງກະສິກໍາ ແລະ ປ່າໄມ້, ຜູ້ຕາງໜ້າກົມແຜນການ ແລະ ການເງິນ, ກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້; ຜູ້ຕາງໜ້າຈາກກະຊວງການເງິນ; ຄະນະຊ່ຽວຊານຈາກ ທະນາຄານໂລກ; ແລະ ບັນດາຫົວໜ້າຂະແໜງການ ຂອງ ທລຍ ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 6 ທ່ານ.

ໃນກອງປະຊຸມສະຫຼຸບຜົນ, ທ່ານ ເບັນຈາມິນ ເບີກຮາດ ໄດ້ລາຍງານຜົນຂອງການລົງມາຕິດຕາມ ກວດກາ ປະເມີນຜົນ ຄວາມຄືບໜ້າວຽກງານໂຄງການຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ຊຶ່ງທ່ານໄດ້ຕີລາຄາສູງ ຕໍ່ກັບຜົນສໍາເລັດຂອງການຈັດຕັ້ງປະຕິບັດບັນດາວຽກງານຕ່າງໆຂອງໂຄງການ ເຊັ່ນ: ວຽກງານປັບປຸງຊີວິດການເປັນຢູ່, ວຽກງານໂພຊະນາການ, ວຽກງານຕິດຕາມ-ປະເມີນຜົນ, ວຽກງານບໍລິຫານ-ການເງິນ, ວຽກງານຈັດຊື້-ຈັດຈ້າງ, ວຽກງານວິສະວະກໍາ ແລະ ອື່ນໆ ທີ່ສາມາດບັນລຸໄດ້ຕາມລະດັບຄາດໝາຍ ແລະ ຕົວຊີ້ວັດຕ່າງໆ ທີ່ກໍານົດໄວ້; ທັງໄດ້ສະແດງໃຫ້ເຫັນວ່າຜົນງານຂອງໂຄງການ ໄດ້ປະກອບສ່ວນໂດຍກົງເຂົ້າໃນແຜນງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຂອງກະຊວງກະສິກໍາ ແລະ ປ່າໄມ້ ໃນໄລຍະຜ່ານມາ ກໍ່ຄືໂຄງການທີ່ກໍາລັງຈັດຕັ້ງປະຕິບັດໃນປະຈຸບັນ. ນອກນັ້ນ ທ່ານ ເບັນຈາມິນ ຍັງໄດ້ລາຍງານວ່າ ການກະກຽມໂຄງການ ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR) ແມ່ນມີຄວາມຄືບໜ້າຫຼາຍ ແລະ ຄາດວ່າຈະໄດ້ຈັດຕັ້ງປະຕິບັດໂຄງການໃໝ່ນີ້ ໃນກາງປີ 2023 ໂດຍຈຸດປະສົງເປົ້າໝາຍຂອງໂຄງການດັ່ງກ່າວ ແມ່ນຈະເນັ້ນໃສ່ການເຂົ້າເຖິງການບໍລິການຂັ້ນພື້ນຖານສໍາລັບການຜະລິດກະສິກໍາ, ການປັບປຸງຊີວິດການເປັນຢູ່ ແລະ ການສົ່ງເສີມໂພຊະນາການ ເຊິ່ງປະກອບດ້ວຍ 5 ອົງປະກອບ ຄື: (1) ການໃຫ້ທຶນສະໜັບສະໜູນພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ; (2) ການປັບປຸງຊີວິດການເປັນຢູ່ຂອງຊຸມຊົນ; (3) ການເຂົ້າເຖິງການບໍລິການດ້ານໂພຊະນາການ; (4) ການຄຸ້ມຄອງໂຄງການ ແລະ ການຕິດຕາມ-ປະເມີນຜົນ; ແລະ (5) ການຕອບສະໜອງທຶນເມື່ອເກີດເຫດການສຸກເສີນ.

 

ໃນຕອນທ້າຍ ຂອງກອງປະຊຸມສະຫຼຸບຜົນ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີຄໍາເຫັນຕີລາຄາສູງຕໍ່ກັບຜົນສໍາເລັດໃນການມາເຮັດວຽກຂອງຄະນະຊ່ຽວຊານຂອງທະນາຄານໂລກໃນຄັ້ງນີ້ ໂດຍຜົນສໍາເລັດຂອງໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ສະແດງໃຫ້ເຖິງການຮ່ວມມື ອັນໜັກແໜ້ນ ລະຫວ່າງ ລັດຖະບານ ສປປ ລາວ ກໍ່ຄືກະຊວງກະສິກໍາ ແລະ ປ່າໄມ້, ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາຕ່າງໆ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ ຕອບສະໜອງຄວາມຕ້ອງການຕົວຈິງຂອງປະຊາຊົນບັນດາເຜົ່າ ແລະ ຍັງເປັນເງື່ອນໄຂພື້ນຖານອັນດີ ໃຫ້ແກ່ການກະກຽມໂຄງການໃໝ່ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ກໍຄື ໂຄງການ CLEAR ໃຫ້ມີຄວາມສອດຄ່ອງກັບທິດທາງນະໂຍບາຍ ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ສປປ ລາວ.