ລົງຕິດຕາມຊຸກຍູ້ກຸ່ມໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ເມືອງກັວນ ແຂວງຫົວພັນ

Posting Date: 
08 Jul 2022

ລົງຕິດຕາມຊຸກຍູ້ກຸ່ມໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ເມືອງກັວນ ແຂວງຫົວພັນ

ໂດຍ: ລ່ຽນ ມາໄລທອງ, ໂພຊະນາການບ້ານ

ໃນວັນທີ 17 ມິຖຸນາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ເມືອງກັວນ, ແຂວງຫົວພັນ, ໄດ້ລົງຕິດຕາມຊຸກຍູ້ ກຸ່ມໂພຊະນາການ ບ້ານຍອດອິ້ນໂດຍ ໂດຍໄດ້ນໍາພາສາທິດການປຸ່ງແຕ່ງອາຫານເສີມ ໃຫ້ກຸ່ມແມ່ຍິງຖືພາ 13 ຄົນ, ເດັກ 0-5 ເດືອນ 6 ຄົນ,ແມ່ລູກອ່ອນ 6 ຄົນ,ເດັກອາຍຸ 6-23 ເດືອນ 24 ຄົນ ແລະ ຜູ້ດູແລເດັກ. ການສາທິດປຸງແຕ່ງອາຫານໃນຄັ້ງນີ້ ແມ່ນໄດ້ຕົ້ມເຂົ້າປຽກຕາມສູດທີ 8 ຂອງກຸ່ມໂພຊະນາການບ້ານຍອດອິ້ນ ໂດຍມີສ່ວນປະກອບ ຄື: ແປ້ງບົດ (ເຮັດມາຈາກເຂົ້າຈ້າວ ແລະ ຖົ່ວຂຽວ) ຜູ້ລະ 50 ກຣາມ, ນໍ້ານົມຈືດຜູ້ລະ 125 ມິນລິລິດ ແລະ ໝາກກ້ວຍຜູ້ລະ 40 ກຣາມ.

ການປຸງແຕ່ງອາຫານເສີມໃຫ້ເດັກອາຍຸ 6-23 ເດືອນ ໃນຮູບແບບດັ່ງກ່າວນີ້ ແມ່ນໄດ້ປະຕິບັດຢ່າງຕໍ່ເນື່ອງ 1 ຄັ້ງຕໍ່ອາທິດ ຢູ່ບັນດາບ້ານບ້ານເປົ້າໝາຍດັ່ງກ່າວ ຊື່ງສູດອາຫານດັ່ງນັ່ນ ຈະຊ່ວຍເຮັດໃຫ້ເດັກ ມີສຸຂະພາບແຂງແຮງ ໄດ້ຮັບອາຫານທີ່ມີໂພຊະນາການ ແລະ ຄົບຄຸນປະໂຫຍດຂອງໝວດອາຫານ ແລະ ຍັງເຮັດໃຫ້ຜູ້ເປັນແມ່ ໄດ້ຮຽນຮູ້ ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານໃນແຕ່ລະໄລຍະອີກດ້ວຍ.