ການສ້າງລາຍຮັບຈາກການລ້ຽງແບ້ ຂອງສະມາຊິກ ກຊກ ຢູ່ບ້ານສົ້ນຂົວ

Posting Date: 
15 Aug 2022

ການສ້າງລາຍຮັບຈາກການລ້ຽງແບ້ ຂອງສະມາຊິກ ກຊກ ຢູ່ບ້ານສົ້ນຂົວ

 ໂດຍ:  ພູນຕາວັນ ອິນທຽມວົງ, ຫົວໜ້າທີມງານ ທລຍ ເມືອງຫົວເມືອງ

            ບ້ານສົ້ນຂົວ ເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງຫົວເມືອງ, ແຂວງຫົວພັນ ຕັ້ງຢູ່ຫ່າງຈາກເທດສະບານເມືອງ 50 ກິໂລແມັດ. ບ້ານສົ້ນຂົວ ປະກອບມີທັງໝົດ 106 ຄົວເຮືອນ, ໃນນັ້ນ ມີ 65 ຄົວເຮືອນທຸກຍາກ, ມີພົນລະເມືອງທັງໝົດ 892 ຄົນ, ຍິງ 317 ຄົນ, ປະກອບມີ 2 ຊົນເຜົ່າ ຄື: ກຶມມຸ ແລະ ລາວລຸ່ມ, ອາຊີບຫຼັກຂອງປະຊາຊົນພາຍໃນບ້ານ ແມ່ນເຮັດໄຮ່ປູກເຂົ້າ, ອາຊີບສຳຮອງແມ່ນປູກສາລີ, ໝາກເດືອຍ, ລ້ຽງສັດໃຫຍ່ ແລະ ສັດນ້ອຍ.

ບ້ານສົ້ນຂົວ ແມ່ນບ້ານເປົ້າໝາຍຂອງ ໂຄງການ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ໂດຍໄດ້ຮັບການສະໜັບສະໜູນກິດຈະກໍາປັບປຸງຊີວິດການເປັນຢູ່ ມາແຕ່ປີ 2017 ຊຶ່ງໄດ້ສ້າງຕັ້ງ ກຸ່ມຊ່ວຍກັນແກ້ໄຂຄວາມທຸກຍາກບ້ານ (ກຊກ) ທັງໝົດ 6 ກຸ່ມ ແລະ ມີສະມາຊິກທັງໝົດ 60 ຄົນ, ຍິງ 60 ຄົນ.

ບ້ານສົ້ນຂົວ ໄດ້ຮັບເງິນຕົ້ນທຶນຈາກໂຄງການ ທລຍ 3 ຈໍານວນ 56 ລ້ານ ກີບ ແລະ ເງິນຕົ້ນທຶນຈາກ ໂຄງການ ທລຍ 3 ໄລຍະເພີ່ມທຶນ ຈໍານວນ 66.2 ລ້ານ ກີບ, ລວມເງິນຕົ້ນທຶນທັງໝົດ 122 ລ້ານ ກີບ. ນອກຈາກນັ້ນ, ນັບແຕ່ມື້ເລີ່ມຕົ້ນສ້າງຕັ້ງກຸ່ມ ກຊກ ມາຮອດປະຈຸບັນ ສະມາຊິກ ກຊກ ກໍຍັງໄດ້ຝາກເງິນເພື່ອສົມທົບກັບເງິນຕົ້ນທຶນ ເດືອນລະ 10,000 ກີບ ຊຶ່ງມາຮອດປະຈຸບັນ ມີເງິນຝາກສະສົມທັງໝົດ 36.9 ລ້ານກີບ. ໃນເດືອນມັງກອນ ປີ 2022 ໄດ້ປ່ອຍກູ້ໃຫ້ສະມາຊິກ ກຊກ ຈໍານວນ 42 ຄົນ ກຸ້ຢືມທັງໝົດ 150 ລ້ານ ກີບ; ໃນນັ້ນ ສະມາຊິກ 35 ຄົນ ໄດ້ກູ້ຢືມເງິນຕົ້ນທືນ ໂຄງການ ທລຍ 3 ແລະ ທລຍ 3 ໄລຍະເພີ່ມທືນ ລວມເປັນເງິນທັງໝົດ 122 ລ້ານ ກີບ ແລະ ອີກ 7 ຄົນ ໄດ້ກູ້ຢືມຈາກເງີນຝາກຂອງສະມາຊີກ ກຊກ ເປັນເງິນ 28 ລ້ານ ກີບ ເພື່ອໄປເຮັດກິດຈະກຳລ້ຽງສັດ, ຕໍ່າຫຸກ ແລະ ຄ້າຂາຍຍ່ອຍ.

ພາຍໃນເດືອນກໍລະກົດ ປີ 2022 ບ້ານສົ້ນຂົວ ໄດ້ຂາຍແບ້ ໄດ້ເງິນທັງໝົດ  68 ລ້ານ ກ່ວາກີບ; ໃນນັ້ນ 55,9 ລ້ານ ກີບ ໄດ້ຈາກການຂາຍແບ້ 43 ໂຕ ທີ່ລ້ຽງໂດຍສະມາຊິກ ກຊກ  (ທັງໝົດ 1.141 ກິໂລກລາມ, ລາຄາຂາຍ 50.000 ກີບ ຕໍ່ກິໂລກລາມ) ປະກອບດ້ວຍ ຄອບຄົວ ນາງ ພູວຽງ ຈໍານວນ 16 ໂຕ ເປັນເງິນ 23.8 ລ້ານ ກີບ, ຄອບຄົວນາງ ຈັບ ຈໍານວນ 10 ໂຕ ເປັນເງິນ 12.8 ລ້ານ ກີບ, ຄອບຄົວ ນາງ ໄຮ ຈໍານວນ 9 ໂຕ ເປັນເງິນ 9.3 ລ້ານ ກີບ, ຄອບຄົວ ນາງ ສຸກ ຈໍານວນ 9 ໂຕ ເປັນເງິນ 10 ລ້ານ ກີບ ແລະ ຂາຍແບ້ຈາກຄອບທີ່ບໍ່ແມ່ນ ສະມາຊີກ ກຊກ ມູນຄ່າ 11 ລ້ານກວ່າກີບ.

 

ເມື່ອສົມທຽບການກຸ້ຢືມເງິນຂອງສະມາຊິກ ກຊກ ແລະ ລາຍຮັບທີ່ໄດ້ຈາກການຂາຍສັດ ເຫັນວ່າ ການລ້ຽງແບ້ ມີກຳໄລ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ໄດ້ດີພໍສົມຄວນ ເນື່ອງຈາກວ່າການລ້ຽງແບ້ ບໍ່ໄດ້ນຳໃຊ້ຕົ້ນທຶນສູງ ແລະ ຊີ້ນເເບ້ ກໍໄດ້ຮັບຄວາມນິຍົມຈາກສັງຄົມທັງພາຍໃນບ້ານ, ເມືອງ, ແຂວງ ແລະ ຕ່າງແຂວງ. ລາຍຮັບຈາກການລ້ຽງແບ້ ຂອງສະມາຊິກ ກຊກ ສາມາດແກ້ໄຂຄວາມທຸກຍາກ ພາຍໃນຄອບຄົວ ສະມາຊິກ ກຊກ ແລະ ຈະຊ່ວຍໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.