ຄອບຄົວຕົວແບບໃນການການລ້ຽງໝູສ້າງລາຍຮັບໃຫ້ແກ່ຄອບຄົວ

Posting Date: 
18 Aug 2022

ຄອບຄົວຕົວແບບໃນການລ້ຽງໝູສ້າງລາຍຮັບໃຫ້ແກ່ຄອບຄົວ

ໂດຍ: ຊູສີດາ ລໍບັນຮຸນ, ພະນັກງານປັບປຸງຊີວິການເປັນຢູ່ ຂັ້ນບ້ານ, ເມືອງນາໝໍ້, ແຂວງອຸດົມໄຊ

ຄອບຄົວທ່ານ ນາງ ຈອມແປງ ພາຍມະນີວົງ ແມ່ນຄອບຄົວໜຶ່ງທີ່ອາໃສຢູ່ບ້ານນໍ້າເງິນ, ເມືອງນາໝໍ້, ແຂວງອຸດົມໄຊ, ມີສະມາຊິກໃນຄອບຄົວທັງໝົດ 4 ຄົນ, ຍິງ 2 ຄົນ, ມີແຮງງານຕົ້ນຕໍ 2 ຄົນ, ແຮງງານສຳຮອງ 1 ຄົນ. ທ່ານນາງ ຈອມແປງ ໄດ້ເຂົ້າເປັນສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ແຕ່ປີ 2020 ແລະ ໄດ້ຮັບການຝຶກອົບຮົມເຕັກນິກ-ວິຊາການ ໃນການລ້ຽງໝູ ຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາໝໍ້ ໂດຍການສະໜັບສະໜູນຈາກໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ).

            ພາຍຫຼັງໄດ້ຮັບການຝຶກອົບຮົມ, ນາງ ຈອມແປງ ມີຄວາມຮູ້ຄວາມສາມາດຫຼາຍຂຶ້ນ ໂດຍໄດ້ຮູ້ຈັກວິທີການສັກຢາປ້ອງກັນພະຍາດສັດ ແລະ ການເຮັດອາຫານໝັກ ເພື່ອຫຼຸດຜ່ອນຕົ້ນທຶນຈາກການນຳໃຊ້ຫົວອາຫານ. ຄອບຄົວ ນາງ ຈອມແປງ ໄດ້ກູ້ຢືມເງິນຕົ້ນທຶນຈາກກອງທຶນ ກຊກ ບ້ານ ໃນງວດທຳອິດຈຳນວນ 5,000,000 ກີບ ໂດຍເອົາມາສົມທົບໃສ່ເງິນທີ່ມີຢູ່ໃນຄອບຄົວຈຳນວນໜຶ່ງ ລົງທຶນໃສ່ກິດຈະກຳລ້ຽງໝູ ໂດຍໄດ້ຊື້ຫົວອາຫານ, ຢາວັກຊີນ ແລະ ໝູພໍ່ແມ່ພັນຈຳນວນ 4 ໂຕ ສົມທົບກັບໝູທີ່ມີຢູ່ແລ້ວຈຳນວນ 14 ໂຕ. ຫຼັງຈາກລ້ຽງໝູໄດ້ 8 ເດືອນ ລາວສາມາດສ້າງລາຍຮັບຈາກການຂາຍໝູນ້ອຍ 6 ຊຸດ ພາຍໃນ 1 ປີ (ຂາຍ 2 ເດືອນ/ຊຸດ, 20 ໂຕ/ຊຸດ, ລາຄາຂາຍໂຕລະ 700,000 ກິບ), ສະເລ່ຍແລ້ວ ລາວຂາຍໝູນ້ອຍໄດ້ເງີນ 14,000,000 ກີບ ຕໍ່ຊຸດ ແລະ ໃນ 1 ປີ ສາມາດສ້າງລາຍຮັບໃນການຂາຍໝູນ້ອຍ 6 ຊຸດ ຄິດເປັນເງິນ 84,000,000 ກິບ. ປະຈຸບັນ, ນາງ ຈອມແປງ ມີສັດປີກ ຈຳນວນ 100 ໂຕ, ໝູ 105 ໂຕ, ໜອງປາ 1 ໜອງ; ຄາດວ່າຈະສາມາດສ້າງລາຍຮັບໃຫ້ແກ່ຄອບຄົວປະມານ 101 ລ້ານກ່ວາກີບ/ປີ.

 

            ນອກຈາກນີ້ ນາງ ຈອມແປງ ຍັງໄດ້ເຂົ້າຮ່ວມການຝາກເງິນໃນກອງທຶນ ກຊກ ເປັນປົກກະຕິ, ມາຮອດປັດຈຸບັນ ລາວມີເງິນຝາກປະຫຍັດຢູ່ໃນບັນຊີ ກຊກ ຈຳນວນໜຶ່ງ. ນາງ ຈອມແປງ ໄດ້ກ່າວວ່າ ການເຂົ້າເປັນສະມາຊິກ ກຊກ, ການຝຶກອົບຮົມເຕັກນິກການປູກຝັງ, ລ້ຽງສັດ ຊ່ວຍໃຫ້ລາວມີຄວາມຮູ້, ຄວາມສາມາດ ແລະ ປະສົບການຫຼາຍຂື້ນ ເພື່ອນຳໄປຈັດຕັ້ງປະຕິບັດໃນການສ້າງລາຍຮັບໃຫ້ແກ່ຄອບຄົວ.