ສະມາຊິກ ກຊກ ບ້ານຫາດນາງ ຕື່ນຕົວສັກວັກຊີນປ້ອງກັນພະຍາດສັດປີກ

Posting Date: 
24 Aug 2022

ສະມາຊິກ ກຊກ ບ້ານຫາດນາງ ຕື່ນຕົວສັກວັກຊີນປ້ອງກັນພະຍາດສັດປີກ

        ໂດຍ: ຈັນທະໜອມ ສຸລິນຄໍາ, ປັບປຸງຊີວິດການເປັນຢູ່ຂັ້ນບ້ານ

ພະຍາດສັດປີກ ເປັນອຸປະສັກ ແລະ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ໃຫ້ແກ່ຊາວກະສິກອນຜູ້ລ້ຽງສັດປີກ. ດັ່ງນັ້ນ, ໃນວັນທີ 20ມິຖູນາ 2022, ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ)ຢູ່ບ້ານຫາດນາງ, ເມືອງຂວາ, ແຂວງຜົ້ງສາລີ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນຫຼຸດຜ່ອນຄວາມທູກຍາກ (ທລຍ) ໄດ້ເຕົ້າໂຮມສະມາຊິກຜູ້ລ້ຽງສັດປີກທີ່ເປັນເພດຍິງ ທັງໝົດ 26 ຄອບຄົວ ເຂົ້າຮັບຟັງການເຜີຍແຜ່ຜົນຮ້າຍຂອງພະຍາດສັດປີກ ແລະ ການປ້ອງກັນການຕາຍຂອງສັດປີກ. ພ້ອມດຽວກັນນັ້ນ, ພວກເຂົາເຈົ້າ ກໍໄດ້ຮຽນຮູ້ວິທີການສັກວັກຊີນ ເຊັ່ນ: ຕໍາແໜ່ງການສັກຢາວັກຊິນ, ປະລິມານວັກຊີນທີ່ໃຊ້, ວິທີການເກັບຮັກສາຢາວັກຊີນ ແລະ ໄດ້ສັກວັກຊີນປ້ອງກັນອະຫິວາສັດປີກ ໃຫ້ສັດປີກຂອງເຂົາເຈົ້າ ຈໍານວນ  200 ໂຕ (ໄກ່ 80 ໂຕ ແລະ ເປັດ 120 ໂຕ).

ນອກຈາກນີ້ ສະມາຊິກ ກຊກ ຈໍານວນ 26 ຄອບຄົວ ຍັງໄດ້ຮ່ວມກັນລົງຕິດຕາມການລ້ຽງສັດປີກຂອງແຕ່ລະຄອບຄົວ ເພື່ອແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນ ກວດກາສະຖານທີ່ຕັ້ງຄອກສັດ, ການລ້ອມຮົ້ວເພື່ອປ້ອງກັນສັດຕູສັດ, ວິທີການປ້ອງກັນພະຍາດສັດປີກ (ການອະນາໄມຄອກ, ວິທີການປ້ອງກັນດ້ວຍການເຮັດຄອກແຍກປ່ຽວ, ການພົ່ນຢາຂ້າເຊື້ອດ້ວຍນໍ້າປູນຂາວ) ລວມທັງວິທີການປີ່ນປົວສັດ.

ນອກຈາກກິດຈະກຳສ້າງລາຍຮັບຈາກການລ້ຽງສັດປີກແລ້ວ, ສະມາຊິກ ກຊກ ບ້ານຫາດນາງ ຍັງໄດ້ຝາກເງິນປະຈໍາເດືອນ ຢ່າງເປັນປົກກະຕິ ກັບກອງທຶນ ກຊກ ບ້ານ, ຊຶ່ງໄດ້ຖືກສ້າງຕັ້ງຂຶ້ນມາແຕ່ເດືອນມັງກອນ ປີ 2021. ປະຈຸບັນ ບ້ານຫາດນາງ ປະກອບມີ ກຊກ 6 ກຸ່ມ ແລະ ມີສະມາຊິກ ກຊກ ທັງໝົດ 82 ຄົນ, ຍິງ 82ຄົນ; ມີຄະນະກຳມະການບໍລິຫານກອງທຶນ ກຊກ ບ້ານ ຫຼື ເອີ້ນຫຍໍ້ວ່າ ຄບກ ຈຳນວນ 6 ທ່ານ ເປັນຜູ້ຄຸ້ມຄອງການເງິນ, ການບັນຊີກອງທຶນ. ມາຮອດເດືອນມິຖຸນາ ປີ 2022 ກອງທຶນ ກຊກ ບ້ານຫາດນາງ ມີເງິນຝາກທັງໝົດ 24 ລ້ານກີບ (ສະເລ່ຍເງິນຝາກ ແມ່ນ 820,000 ກີບ/ເດືອນ, ຂະໜາດເງິນຝາກຂອງສະມາຊິກແມ່ນ 10,000 ກີບ/ຄົນ/ເດືອນ).

ນອກຈາກເງິນຝາກຂອງສະມາຊິກ ກຊກ ແລ້ວ, ກອງທຶນ ກຊກ ບ້ານ ຫາດນາງ ຍັງໄດ້ຮັບເງິນຕົ້ນທຶນຈາກທລຍ ຈໍານວນ 90,528,000 ກີບ ແລະ ໄດ້ນໍາມາປ່ອຍກູ້ໃຫ້ແກ່ສະມາຊິກ ຈໍານວນ 29ຄົນ ເປັນມູນຄ່າ 87,000,000 ກີບ; ໃນນີ້ 9 ຄົນ ຢືມເງີນ 23,000,000 ກີບ ເພື່ອລ້ຽງໄກ່, 8 ຄົນ ຢືມເງີນ 20,000,000 ກີບ ເພື່ອລ້ຽງເປັດ, 10 ຄົນ ຢືມເງີນ 39,000,000 ກີບ ເພື່ອລ້ຽງໝູ, ແລະ 2 ຄົນ ຢືມເງີນ 5.000.000 ກີບ ເພື່ອຄ້າຂາຍຍ່ອຍ; ສ່ວນເງິນທຶນຍັງເຫຼືອ ແມ່ນຮັກສາໄວ້ຢູ່ບັນຊີທະນາຄານ. ສໍາຫຼັບເງິນຝາກປະຈໍາຂອງສະມາຊິກ ກໍໄດ້ປ່ອຍກູ້ໃຫ້ແກ່ສະມາຊິກ ກຊກ ຈໍານວນ 13ຄົນ ລວມເປັນເງິນທັງໝົດ 15,200.000 ກີບ ເພື່ອເຮັດກິດຈະກຳສ້າງລາຍຮັບ ຄື: ປ່ອຍກູ້ໃຫ້ 7 ຄົນ ເປັນເງິນ 8,000,000 ກີບ ສໍາລັບລ້ຽງໄກ່, ປ່ອຍກູ້ໃຫ້ 4 ຄົນ ເປັນເງິນ 6,700,000 ກີບ ສໍາລັບລ້ຽງໝູ, ແລະ ປ່ອຍກູ້ໃຫ້ 1 ຄົນ ເປັນເງິນ 500,000 ກີບ ສໍາລັບລ້ຽງເປັດ.