ກຸ່ມໂພຊະນາການ ບ້ານນາອໍ້ ປູກຖົ່ວຂຽວ ເພື່ອໂພຊະນາການ

Posting Date: 
06 Sep 2022
ກຸ່ມໂພຊະນາການ ບ້ານນາອໍ້ ປູກຖົ່ວຂຽວ ເພື່ອໂພຊະນາການ
ໂດຍ: ນີຄຳ ບຸນເລີງທອງ, ຫົວໜ້າທີມ ທລຍ ເມືອງກວັນ, ແຂວງຫົວພັນ
ບ້ານນາອໍ້ ເປັນບ້ານຊົນເຜົ່າລາວລຸ່ມ ທີ່ຂຶ້ນກັບເມືອງກວັນ, ແຂວງຫົວພັນ, ມີໄລຍະທາງຫ່າງຈາກເທດສະບານເມືອງ 15 ກິໂລແມັດ; ມີ 50 ຫຼັງຄາ, 63 ຄົວເຮືອນ, ພົນລະເມືອງທັງໝົດ 303 ຄົນ, ຍິງ 151 ຄົນ; ໃນນັ້ນມີຄອບຄົວທຸກຍາກ 5 ຄອບຄົວ, ມີຈໍານວນພົນ 27 ຄົນ, ຍິງ 14 ຄົນ; ອາຊີບຕົ້ນຕໍຂອງປະຊາຊົນພາຍໃນບ້ານແມ່ນເຮັດນາ, ເຮັດໄຮ່, ປູກກາເຟ, ຕ່ຳຫູກ ແລະ ລ້ຽງສັດ; ປະຊາຊົນພາຍໃນບ້ານມີລາຍຮັບສະເລ່ຍ 4.000.000 ກີບຕໍ່ຄົນຕໍ່ປີ.
ໃນປີ 2020-2022 ບ້ານດັ່ງກ່າວ ໄດ້ສ້າງຕັ້ງກຸ່ມໂພຊະນາການ (ກພກ) 1 ກຸ່ມ, ມີສະມາຊິກກຸ່ມທັງໝົດ 39 ຄົນ, ຍິງ 27 ຄົນ, ໄດ້ຮັບເງິນສະໜັບສະໜຸນຈາກໂຄງການ ທລຍ ທັງໝົດ 3.072.000 ກີບ ສໍາລັບແຕ່ງອາຫານເສີມໃຫ້ແມ່ຍິງຖືພາ, ແມ່ລູກອ່ອນ, ເດັກອາຍຸ 6-23 ເດືອນ ຊຸດທີ 1 ໄລຍະ 6 ເດືອນ ແລະ ນອກຈາກນັ້ນ ຍັງມີເງິນຊຸມຊົນປະກອບສ່ວນ 816.000 ກີບ. ສະມາຊິກ ກພກ ບ້ານນາອໍ້ ໄດ້ຮັບຝຶກອົບຮົມ ສ້າງສວນຄົວ, ເຮັດສູດຢາຂັບໄລ່ແມງໄມ້, ປູກພືດໄຮ່ ຈາກອົງການ CLICK ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໂດຍການສະໜັບສະໜູນຈາກ ໂຄງການ ທລຍ.
ຫຼັງຈາກໄດ້ຄວາມຮູ້ຈາກການຝຶກອົບຮົມແລ້ວ ສະມາຊິກ ກພກ ບ້ານດັ່ງກ່າວ ໄດ້ທົດລອງປູກຖົ່ວຂຽວ ຕາມຫຼັກສູດ ແລະ ຄວາມຮູ້ທີ່ໄດ້ຮຽນມາ ໃນເນື້ອທີ່ປະມານ 50 ຕາແມັດ ດ້ວຍແນວປູກ 2 ກິໂລກະລາມ ແລະ ຕໍ່ມາສາມາດເກັບກູ້ຜົນຜະລິດໄດ້ທັງໝົດ 40 ກິໂລກະລາມ. ຖົ່ວຂຽວທີ່ເກັບໄດ້ນັ້ນ ແມ່ນເອົາມາຕາກແຫ້ງ ແລ້ວເອົາມາຂົ້ວຕາມປະລິມານ ແລະ ບົດປະສົມໃສ່ເຂົ້າຈ້າວ ເພື່ອແຕ່ງເປັນອາຫານເສີມໃຫ້ເດັກອາຍຸ 6-23 ເດືອນ ກິນ ເພື່ອໃຫ້ໄດ້ຮັບສານອາຫານພຽງພໍ ແລະ ຫຼຸດຕົ້ນທຶນຈາການຊື້ຖົ່ວຂຽວຢູ່ໃນທ້ອງຕະຫຼາດ. ໃນຕໍ່ໜ້າ ກຸ່ມ ກພກ ບ້ານອໍ້ ຈະຂະຫຍາຍເນື້ອທີ່ປູກຖົ່ວຂຽວ ໃຫ້ຫຼາຍຂຶ້ນ ເພື່ອສາມາດສະໜອງໃຫ້ແກ່ການແຕ່ງອາຫານເສີມໃຫ້ເດັກ 6-23 ເດືອນ ໄດ້ຢ່າງພຽງພໍ.