ກອງປະຊຸມແນະນໍາ ໂຄງການ ທລຍ ເພື່ອຈັດຕັ້ງປະຕິບັດວຽກງານຢູ່ບ້ານເປົ້າໝາຍຊຸດ 2 ຢູ່ເມືອງສຳພັນ

Posting Date: 
16 Sep 2022

ກອງປະຊຸມແນະນໍາ ໂຄງການ ທລຍ ເພື່ອຈັດຕັ້ງປະຕິບັດວຽກງານຢູ່ບ້ານເປົ້າໝາຍຊຸດ 2  

ຢູ່ເມືອງສຳພັນ

ໂດຍ: ເກຍເອີ ລາວມາ, ໂພຊະນາການເມືອງສໍາພັນ

ກອງປະຊຸມແນະນໍາໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ທີ່ຈະຈັດຕັ້ງປະຕິບັດຢູ່ບ້ານເປົ້າໝາຍຊຸດ 2  ໄດ້ຈັດຂຶ້ນ ໃນວັນທີ 06 ກັນຍາ2022 ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຮຽງ ແສນສຸລິນ, ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງເມືອງສໍາພັນ, ຜູ້ຊີ້ນໍາວຽກງານ ທລຍ ຂັ້ນເມືອງແລະ ທ່ານ ຖາວອນໄຊຍະບຸດ,  ຜູ້ຊ່ວຍປະສານງານໂຄງການ ທລຍ ປະຈໍາແຂວງຜົ້ງສາລີ ແລະ ການເຂົ້າຮ່ວມຂອງພະນັກງານຫຼັກແຫຼ່ງຂອງຫ້ອງການທີ່ກ່ຽວຂ້ອງພາຍໃນເມືອງ, ອົງການພັດທະນາຕ່າງໆ, ເລຂາພັກກຸ່ມບ້ານ, ພະນັກງານ ທລຍ ຂັ້ນເມືອງ ແລະ ພະນັກງານ ທລຍ ຂັ້ນບ້ານ ເຂົ້າຮ່ວມທັງໝົດ 39 ທ່ານ, ຍິງ 9ທ່ານ.

ຈຸດປະສົງກອງປະຊຸມ ແມ່ນເພື່ອລາຍງານການຈັດຕັ້ງປະຕິບັດກິດຈະກຳ ຂອງໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1 ພ້ອມທັງນໍາສະເໜີ ແຜນການຈັດຕັ້ງປະຕິບັດວຽກງານ ຂອງໂຄງການ ຢູ່ບ້ານເປົ້າໝາຍຊຸດທີ 2.

ໃນກອງປະຊຸມທ່ານບຸນຮຽງ ແສນສຸລິນ, ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງເມືອງສໍາພັນ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຈາກນັ້ນທ່ານ ສຸວັນ ວິລະເກດ, ຫົວໜ້າທີມງານ ທລຍ ເມືອງສໍາພັນ ໄດ້ລາຍງານການຈັດຕັ້ງປະຕິບັດກິດຈະກຳ ຂອງໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1 ແລະ ນຳສະເໜີກິດຈະກຳທີ່ຈະຈັດຕັ້ງປະຕິບັດຢູ່​​ບ້ານເປົ້າໝາຍຊຸດທີ 2 ຈໍານວນ 12ບ້ານ ຊຶ່ງກິດຈະກໍາປະກອບມີ 3 ກິດຈະກຳຕົ້ນຕໍ ຄື: ການປັບປຸງຊີວິດການເປັນຢູ່, ການສົ່ງເສີມໂພຊະນາການ, ແລະ ການກໍ່ສ້າງໂຄງລ່າງພື້ນຖານທີ່ຕິດພັບກິດຈະກໍາປັບປຸງຊີວິດການເປັນຢູ່.

 

ຜ່ານການຮັບຟັງການນໍາສະເໜີ, ປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບບັນດາໜ້າວຽກ ແລະ ກິດຈະກໍາຕ່າງໆ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີຄວາມເຂົ້າໃຈຕໍ່ກັບວິທີການ ແລະ ຮູບແບບໃນການຈັດຕັ້ງປະຕິບັດ ໂດຍສຸມໃສ່ໃຫ້ຊຸມຊົນເປັນເຈົ້າການດໍາເນີນກິດຈະກໍາຕ່າງໆ ໂດຍສະເພາະ ແມ່ນການວາງແຜນພັດທະນາບ້ານຂອງເຂົາເຈົ້າ ແລະ ການເສີມສ້າງຄວາມເຂັ້ມແຂງເຊິ່ງກັນ ແລະ ກັນ ຂອງສະມາຊິກຂອງ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກບ້ານ (ກຊກ) ແລະ ກຸ່ມໂພຊະນາການບ້ານ (ກພກ).