ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1 ແລະ ວາງແຜນສໍາລັບບ້ານເປົ້າໝາຍຊຸດທີ 2 ຢູ່ເມືອງບຸນໃຕ້

Posting Date: 
20 Sep 2022

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1

ແລະ ວາງແຜນສໍາລັບບ້ານເປົ້າໝາຍຊຸດທີ 2 ຢູ່ເມືອງບຸນໃຕ້

ໂດຍ: ທ່ານ ວິໄລ ແກ້ວອິ່ນຄໍາ, ຫົວໜ້າທິມງານ ທລຍ ເມືອງບຸນໃຕ້

ໃນຕອນເຊົ້າຂອງວັນທີ 12 ເດືອນກັນຍາ 2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງບຸນໃຕ້, ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານ ໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1 ແລະ ວາງແຜນສໍາລັບບ້ານເປົ້າໝາຍຊຸດທີ 2 ຂຶ້ນທີສະໂມສອນໃຫ່ຍຂອງເມືອງ ໂດຍການເປັນປະທານຂອງທ່ານ ບຸນແພງ ລາວລີ, ຮອງເຈົ້າເມືອງເມືອງບຸນໃຕ້, ຜູ້ຊີ້ນໍາວຽກງານ ທລຍ ຂັ້ນເມືອງ ແລະ ການເຂົ້າຮ່ວມຂອງ ທ່ານ ຖາວອນ ໄຊຍະບຸດ, ຜູ້ຊ່ວຍຜູ້ປະສານງານໂຄງການ ທລຍ ປະຈໍາແຂວງຜົ້ງສາລີ,  ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການຈາກຂະແໜງການທີ່ກ່ຽວຂ້ອງ, ຜູ້ປະສານງານໂຄງການ ທລຍ ຂັ້ນເມືອງ, ຕະຫຼອດຮອດພະນັກງານ ທລຍ ຂັ້ນເມືອງ ແລະ ຂັ້ນບ້ານ ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 8 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1 ແລະ ນໍາສະເໜີແຜນການເຄື່ອນໄຫວວຽກງານຂອງໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 2.

ໃນກອງປະຊຸມ ທ່ານ ບຸນແພງ ລາວລີ, ຮອງເຈົ້າເມືອງເມືອງບຸນໃຕ້ ໄດ້ໃຫ້ກຽດມີຄຳເຫັນ ພ້ອມທັງກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ ທ່ານ ວິໄລ ແກ້ວອິ່ນຄໍາ, ຫົວໜ້າທີມງານ ທລຍ ເມືອງບຸນໃຕ້ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1 ໃນໄລຍະຜ່ານມາ. ກອງປະຊຸມ ຍັງໄດ້ຮັບຟັງການແນະນໍາໂຄງການ ທລຍ ຊຶ່ງປະກອບມີປະຫວັດຄວາມເປັນມາຂອງໂຄງການ, ຈຸດປະສົງຂອງໂຄງການ, ແຫຼ່ງທຶນ, ໂຄງຮ່າງການຈັດຕັ້ງ, ວິທີການຈັດຕັ້ງປະຕິບັດໂຄງການໃນຮູບແບບຊຸມຊົນເປັນເຈົ້າ, 6ຫຼັກການພື້ນຖານໃນການຈັດຕັ້ງປະຕິບັດໂຄງການ, ພື້ນທີ່ເປົ້າໝາຍ, ກິດຈະກໍາແຕ່ລະອົງປະກອບ, ກອບວຽກງານປ້ອງກັນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ, ໂຕຊີ້ວັດຂອງໂຄງການ ແລະ ແຜນຈັດຕັງປະຕິບັດວຽກໃນຕໍ່ໜ້າ. ຈາກນັ້ນ ກອງປະຊຸມໄດ້ຮັບຮອງເອົາບ້ານເປົ້າໝາຍຂອງໂຄງການໄລຍະທີ 02 ຈຳນວນ 15 ບ້ານ ຄື: ໂພທອງ, ບຸນຍອງ, ຊິງໄຊ, ໂນນບູນກາງ, ຈາຫໍ່ໍ່ໍ່, ຫາດເສັດ, ຜົ້ງກູ້ນໍ້າກ້ວາງ, ຈາຫຼວງໃໜ່, ບໍ່ຫາດ+ຈາຫວ່າງ, ຈາຄຳແດງ, ຈາຄຳຊາວ, ມູຕືນ, ອາຢາ, ສະໂນໃໝ່ ແລະ ກ່າວສານ.

ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ບຸນແພງ ລາວລີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຜູ້ປະສານງານໂຄງການ ທລຍ ຕະຫຼອດຮອດພະນັກງານ ທລຍ ຂັ້ນເມືອງ ແລະ ຂັ້ນບ້ານ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດບັນດາກິດຈະກໍາຢູ່ຂັ້ນຮາກຖານບ້ານ ໂດຍແນໃສ່ຈັດຕັ້ງປະຕິບັດຕາມຄໍາຂ້ວນຂອງ ທລຍ ທີ່ວ່າ }ລົງຮາກຖານ ສ້າງບ້ານພົ້ນທຸກ ຊຸກຍູ້ໂພຊະນາການ ສ້າງຮາກຖານລາຍຮັບ ປັບປຸງຊິວິດການເປັນຢູ່ ສູ້ຊົນສ້າງຕົວແບບ~ ແລະ ໄດ້ເນັ້ນໜັກໃຫ້ພະນັກງານ ໂຄງການ ທລຍ ແລະ ຂະແໜງການທີ່ກ່ຽວຂ້ອງ ຈົ່ງສືບຕໍ່ຈັດຕັ້ງປະຕິບັດວຽກງານ ທລຍ ຢູ່ບັນດາບ້ານເປົ້າໝາຍຊຸດທີ 2 ຂອງໂຄງການ ໃຫ້ສຳເລັດຕາມແຜນການທີ່ວາງໄວ້.