ກອງປະຊຸມສະຫຼຸບລາຍງານ ຜົນໄດ້ຮັບຂອງການກະກຽມ ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR) ເທື່ອທີ 2

Posting Date: 
21 Sep 2022

ກອງປະຊຸມສະຫຼຸບລາຍງານ ຜົນໄດ້ຮັບຂອງການກະກຽມ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR) ເທື່ອທີ 2

 

ໂດຍ: ທລຍ ສູນກາງ

 ໃນວັນທີ 16 ກັນຍາ 2022, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສະຫຼຸບລາຍງານຜົນໄດ້ຮັບຂອງການກະກຽມ ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (Community Livelihood Enhancement And ResilienceProjectCLEAR) ເທື່ອທີ 2 ຂຶ້ນທີ່ຫ້ອງປະຊຸມຂອງຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ສີປະໄພ ໄຊສົງຄາມ, ຫົວໜ້າຫ້ອງການ​, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ເບັນຈາມິນ ເບີກຮາດ (Benjamin Burckhart), ຫົວໜ້າຄະນະຊ່ຽວຊານກະກຽມໂຄງການ CLEAR ຂອງທະນາຄານໂລກ ແລະ ການເຂົ້າຮ່ວມຂອງຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ແລະ ກົມພັດທະນາຊົນນະບົດ ຂອງກະຊວງກະສິກໍາ ແລະ ປ່າໄມ້, ພະນັກງານຫຼັກແຫຼ່ງຂອງ ທລຍ ແລະ ຄະນະຊ່ຽວຊານຂອງທະນາຄານໂລກ ຈໍານວນທັງໝົດ 30 ທ່ານ ໃນຮູບແບບປະຊຸມເຊິ່ງໜ້າ ແລະ ແບບອອນລາຍ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບລາຍງານຜົນໄດ້ຮັບຂອງການກະກຽມໂຄງການ CLEAR ໂດຍສຸມໃສ່ຢັ້ງຢືນການວິເຄາະຂໍ້ມູນ ສໍາລັບການກໍານົດຜູ້ໄດ້ຮັບຜົນປະໂຫຍດ ແລະ ພື້ນທີ່ເປົ້າໝາຍ ຂອງໂຄງການ, ປຶກສາຫາລືກ່ຽວກັບກິດຈະກໍາຕ່າງໆ ຂອງໂຄງການ, ທົບທວນລະບົບການຕິດຕາມ ແລະ ປະເມີນຜົນ ຂອງໂຄງການ, ສົນທະນາ ກ່ຽວກັບບົດລາຍງານການກວດສອບດ້ານວິຊາການ ແລະ ບົດຮຽນທີ່ຖອດຖອນໄດ້ ສໍາລັບກະກຽມໂຄງການ CLEAR, ແລະ ລາຍງານຄວາມຄືບໜ້າຂອງແຜນການກະກຽມໂຄງການດັ່ງກ່າວ.

ຫຼັງຈາກ ທ່ານ ສີປະໄພ ໄຊສົງຄາມ ໄດ້ກ່າວເປີດກອງປະຊຸມແລ້ວ ທ່ານ ເບັນຈາມິນ ເບີກຮາດ ໄດ້ຂື້ນນໍາສະເໜີຜົນໄດ້ຮັບຂອງການມາກະກຽມໂຄງການ CLEAR ເທື່ອທີ 2 ໃນລະຫວ່າງວັນທີ 7-16 ກັນຍາ 2022 ຂອງຄະນະຊ່ຽວຊານຈາກທະນາຄານໂລກ ໂດຍສົມທົບກັບກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ພາກສ່ວນກ່ຽວຂ້ອງ ຊຶ່ງການມາເຮັດວຽກຄັ້ງນີ້ ແມ່ນໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້. ກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ມີການປະກອບຄໍາຄິດຄໍາເຫັນ ແລະ ປຶກສາຫາລື ໂດຍພາກສ່ວນຕ່າງໆ ໂດຍສະເພາະກ່ຽວກັບ ອົງປະກອບ ແລະ ກິດຈະກໍາຕົ້ນຕໍ ຂອງໂຄງການ ແລະ ບັນດາໜ້າວຽກທີ່ຈະຕ້ອງໄດ້ກະກຽມ ກ່ອນການມາກະກຽມໂຄງການດັ່ງກ່າວ ເທື່ອທີ 3 ຂອງຄະນະຊ່ຽວຊານຈາກທະນາຄານໂລກ ໃນເດືອນມັງກອນ 2023. ສໍາລັບການກຳນົດພື້ນທີ່ເປົ້າໝາຍໂຄງການ ແມ່ນໄດ້ມີການພິຈາລະນາ ແລະ ສຶກສາຂໍ້ມູນຈາກແຫຼ່ງ ເປັນຕົ້ນແມ່ນຂໍ້ມູນຕາມດຳລັດ 348/ລບ, ຂໍ້ມູນການສຳຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ປີ 2018-2019, ຂໍ້ມູນການຂາດໂພຊະນາການ ປີ 2022  ລວມທັງຂໍ້ນມູນກ່ຽວກັບໄພພິບັດທາງທຳມະຊາດ ແລະ ຂໍ້ມູນອື່ນໆ.

 

ໃນຕອນທ້າຍຂອງກອງປະຊຸມ ທ່ານ ສີປະໄພ ໄດ້ກ່າວວ່າ ຈາກການຮັບຟັງ ການລາຍງານຜົນຂອງການກະກຽມໂຄງການ CLEAR ໂດຍ ທ່ານ ເບັນຈາມິນ ເບີກຮາດ ແລະ ການປະກອບຄໍາເຫັນຂອງພາກສ່ວນຕ່າງໆ, ຂ້າພະເຈົ້າ ຕີລາຄາສູງ ຕໍ່ກັບຜົນສໍາເລັດດັ່ງກ່າວ, ສະແດງໃຫ້ເຫັນຈະແຈ້ງວ່າ ທິດທາງການກະກຽມກະກຽມໂຄງການ CLEAR ແມ່ນສອດຄ່ອງກັບແຜນງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ, ພ້ອມນີ້ ກໍເຫັນໄດ້ເຖິງຄວາມເອົາໃຈໃສ່ ຂອງຄະນະກະກຽມໂຄງການດັ່ງກ່າວ ທີ່ແຕ່ງຕັ້ງໂດຍທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຄະນະຊ່ຽວຊານຂອງທະນາຄານໂລກ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຮ່ວມກັນເປັນຢ່າງດີ ພ້ອມທັງມີການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການເກັບກໍາຂໍ້ມູນຕ່າງໆ ເພື່ອກະກຽມເອກະສານຂອງໂຄງການ. ຄະນະກະກຽມໂຄງການ ກໍ່ໄດ້ມີຄວາມເປັນເອກະພາບກັນສູງ ຕໍ່ກັບການກໍານົດອົງປະກອບຕ່າງໆ ຂອງໂຄງການ ແລະ ກໍານົດກິດຈະກໍາຍ່ອຍໄດ້ໂດຍພື້ນຖານ ຊຶ່ງເປັນການກະກຽມໂຄງການເບື້ອງຕົ້ນທີ່ດີ ເພື່ອນໍາໄປສູ່ການຂຽນເອກະສານໂຄງການ ຢ່າງລະອຽດ ຕາມວາລະທີ່ກໍານົດໄວ້.