ຝຶກອົບຮົມກ່ຽວກັບວຽກງານໂພຊະນາການ ແລະ ສູດອາຫານ

Posting Date: 
14 Oct 2022

ຝຶກອົບຮົມກ່ຽວກັບວຽກງານໂພຊະນາການ ແລະ ສູດອາຫານ

 

ໂດຍ:ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ

 

ໃນລະຫວ່າງວັນທີ 3-8 ຕຸລາ 2022, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມກ່ຽວກັບວຽກງານໂພຊະນາການ ແລະ ສູດອາຫານ ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໂດຍມີຄູຝຶກຈາກສູນໂພຊະນາການແຫ່ງຊາດ 3 ທ່ານ, ທລຍ ສູນກາງ 2 ທ່ານ ແລະ ຜູ້ຊ່ວຍຜູ້ປະສານງານແຂວງ 3 ທ່ານ ແລະ ການເຂົ້າຮ່ວມເປັນນັກສໍາມະນາກອນຂອງພະນັກງານໂພຊະນາການ ຂັ້ນບ້ານ 52 ທ່ານ ແລະ ຂັ້ນເມືອງ 10 ທ່ານ ຂອງ 12 ເມືອງ 4 ແຂວງ (ຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ).

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ແມ່ນເພື່ອສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານໂພຊະນາການຂັ້ນເມືອງ ແລະ ຂັ້ນບ້ານ ໃນການຈັດຕັ້ງປະຕິບັດວຽກງານໂພຊະນາການ ຢູ່ບັນດາບ້ານເປົ້າໝາຍຂອງ​ໂຄງການ ທລຍ 3 ໄລຍະເພີ່ມທຶນ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມຝຶກ ກໍຈະເປັນຄູຝຶກ ນໍາເອົາຄວາມຮູ້ ຈາກການຝຶກອົບຮົມຄັ້ງນີ້ ໄປຝຶກອົບຮົມຕໍ່ໃຫ້ແກ່ສະມາຊິກກຸ່ມໂພຊະນາການ ໃນບັນດາບ້ານເປົ້າໝາຍໂຄງການຂອງ ທລຍ ແລະ ເພື່ອຮັບປະກັນ ໃຫ້ແກ່ການຈັດຕັ້ງປະຕິບັດ ວຽກງານໂພຊະນາການ ​ ຢູ່ 238 ບ້ານເປົ້າໝາຍຊຸດທີ 2 ຂອງ​ໂຄງການ ທລຍ 3 ໄລຍະເພີ່ມທຶນ  ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.

ໃນບັ້ນຝຶກອົບຮົມຄັ້ງນີ້ ໄດ້ມີການນໍາສະເໜີຍຸດທະສາດຂອງວຽກໂພຊະນາການທີ່ຕິດພັນກັບແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ, ຄວາມສຳຄັນຂອງອາຫານສຳຫຼັບແມ່ ແລະ ເດັກ ທີ່ຕິດພັນກັບສະພາບໂພຊະນາການຢູ່ພາກ   ເໜືອຂອງລາວ, ຄວາມຕ້ອງການດ້ານໂພຊະນາການ, ການດູແລກ່ອນເກີດ ແລະ ຫຼຸດຜ່ອນການເຮັດວຽກໜັກຂອງແມ່ ລວມເຖິງການລ້ຽງລູກດ້ວຍນົມແມ່ຢ່າງດຽວ ແລະ  ການໃຫ້ອາຫານເສີມເດັກ 6-24 ເດືອນ, ສູດອາຫານໂພຊະນາການ, ການຮຽນຮູ້ໂພຊະນາການແບບເພື່ອນສອນເພື່ອນ, ການບັນທຶກຂໍ້ມູນໃສ່ຖານຂໍ້ມູນ  MIS ປະຈໍາເດືອນ ແລະ ການດຶງຂໍ້ມູນຢູ່ໃນລະບົບຖານຂໍ້ມູນອອກມາກວດ. ຈາກນັ້ນ, ໄດ້ແບ່ງອອກເປັນ 4 ກຸ່ມຄົ້ນຄວ້າ ໃນການສາທິດຂັ້ນຕອນໃນການແຕ່ງອາຫານຂອງແມ່ ແລະ ເດັກ 27 ສູດ ໃນນັ້ນ ປະກອບມີສູດອາຫານສໍາລັບເດັກ 6-12 ເດືອນ 12 ສູດ, ສູດອາຫານສໍາລັບເດັກ 13-24 ເດືອນ 3 ສູດ ແລະ ສູດອາຫານແມ່ຖືພາ ແລະ ແມ່ລູກອ່ອນ 12 ສູດ.

ຜ່ານການຝຶກອົບຮົມເປັນເວລາ 6 ວັນເຕັມ ເຫັນໄດ້ວ່າ ນັກສໍາມະນາກອນ ໄດ້ຮຽນຮູ້ຫຼາຍຢ່າງ ເປັນຕົ້ນແມ່ນຄວາມຮູ້ກ່ຽວກັບວຽກງານໂພຊະນາການ, ຂັ້ນຕອນໃນການປຸງແຕ່ງອາຫານຂອງແມ່ ແລະ ເດັກ 27 ສູດ, ການດຶງຂໍ້ມູນຢູ່ໃນລະບົບຖານຂໍ້ມູນອອກມາກວດ ແລະ ສະຫຼຸບລາຍງານແບບງ່າຍດາຍ ແລະ ລວມໄປເຖິງ ການຮຽນຮູ້ໂພຊະນາການແບບເພື່ອນສອນເພື່ອນ.

ການຝຶກອົບຮົມໃນຄັ້ງນີ້ ໄດ້ໃຫ້ກຽດປິດໂດຍ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ຊຶ່ງທ່ານໄດ້ເນັ້ນໜັກວ່າ: ພາຍຫຼັງທີ່ໄດ້ຄວາມຮູ້ຈາກການຝຶກອົບຮົມໃນຄັ້ງນີ້ແລ້ວ ໃຫ້ບັນດານັກສໍາມະນາກອນ ຈົ່ງສືບຕໍ່ຖ່າຍທອດຄວາມຮູ້ ໃຫ້ແກ່ປະຊາຊົນ ຢູ່ 238 ບ້ານເປົ້າໝາຍຊຸດທີ 2 ຂອງໂຄງການ ທລຍ ເພື່ອຊ່ວຍເຮັດໃຫ້ບັນຫາການຂາດສານອາຫານຢູ່ເຂດພື້ນທີ່ເປົ້າໝາຍດັ່ງກ່າວຫຼຸດລົງ.