ກອງປະຊຸມ ປືກສາຫາລືວຽກງານ ຕິດຕາມປະເມີນຜົນຂອງ ທລຍ

Posting Date: 
31 Oct 2022

ກອງປະຊຸມ ປືກສາຫາລືວຽກງານ ຕິດຕາມປະເມີນຜົນຂອງ ທລຍ

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ

 

ໃນລະຫວ່າງວັນທີ 26-28 ຕຸລາ 2022 ຜ່ານມາ, ຂະແໜງຕິດຕາມ-ປະເມີນຜົນ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປືກສາຫາລື ແລະ ທົບທວນຄືນວຽກງານ ຕິດຕາມປະເມີນຜົນ, ຂໍ້ມູນ ແລະ ຕົວຊີ້ວັດຕ່າງໆໃນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະກິດຈະກໍາ ຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງຜູ້ຊ່ວຍຜູ້ປະສານງານແຂວງຈາກແຂວງຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ຊຽງຂວາງ ຈຸດປະສົງຂອງກອງປະຊຸມແມ່ນເພື່ອສະຫຼູບຜົນໄດ້ຮັບການຈັດຕັ້ງປະຕິບັດທັງໝົດຂອງ ທລຍ ໃນໄລຍະຜ່ານມາ ແລະ ທົບທວນຄືນວຽກງານການຕິດຕາມ ແລະ ປະເມີນຜົນ ເປັນຕົ້ນແມ່ນຕົວຊີ້ວັດທີ່ ໄດ້ມີການດັດແກ້ ພ້ອມວິທີເກັບກໍາຂໍ້ມູນ, ສັງລວມບັນດາຂໍ້ມູນຕ່າງໆທີ່ກ່ຽວກັບກິດຈະກຳຂອງ ທລຍ ເພື່ອກະກຽມໃສ່ການລົງມາທົບທວນກາງສະໄໝຂອງ ທີມງານທະນາຄານໂລກ ໃນເດືອນມັງກອນ 2023, ຕີລາຄາຈຸດດີ-ຈຸດອ່ອນ ກ່ຽວກັບການກວດກາ ແລະ ນໍາໃຊ້ຂໍ້ມູນ ຜ່ານລະບົບຖານຂໍ້ມູນ. ພ້ອມຮັບຟັງຂໍ້ແນະນໍາຕ່າງໆຈາກຊ່ຽວຊານວຽກງານຕິດຕາມປະເມີນຜົນ ຈາກທະນາຄານໂລກ ເພື່ອນໍາໄປແກ້ໄຂບາງບັນຫາທີ່ຄົງຄ້າງ.

 

ຜ່ານການຈັດກອງປະຊຸມເປັນເວລາ 3 ວັນ ສາມາດຕີລາຄາຜົນໄດ້ຮັບຂອງກອງປະຊຸມໄດ້ເຊັ່ນ:  ມີຂໍ້ມູນລະອຽດຂອງແຕ່ລະກິດຈະກຳ ຂັ້ນແຂວງ ແລະ ເມືອງ, ສາມາດສັງລວມຂໍ້ມູນທີ່ສຳຄັນຕ່າງໆໃຫ້ມີຄວາມຄົບຖ້ວນ ແລະ ສາມາດລາຍງານໄດ້ຕໍ່ຜູ້ໃຫ້ທຶນ ກ່ອນການລົງມາກວດກາກິດຈະກໍາຕ່າງໆຂອງ ທລຍ ໃນໄລຍະກາງສະໄໝ, ສາມາດກວດກາ ແລະ ຕີລາຄາ ຄຸນນະພາບຂອງການປ້ອນຂໍ້ມູນເຂົ້າໃນລະບົບໃຫ້ຖືກຕ້ອງ, ສາມາດສະຫຼູບການປະເມີນຜົນໄດ້ຮັບຜ່ານຕົວຊີ້ວັດ ທີ່ທີມງານໄດ້ຈັດຕັ້ງປະຕິບັດ, ຂັ້ນແຂວງຈະໄດ້ນໍາເອົາບົດຮຽນໃນຄັ້ງນີ້ໄປເຜີຍແຜ່ຢູ່ຂັ້ນເມືອງຢ່າງທົ່ວເຖິງ.