ຝຶກອົບຮົມ ເຕັກນິກການກວດກາຄຸນນະພາບ ການກໍ່ສ້າງໂຄງການຍ່ອຍ ໃຫ້ແກ່ວິຊາການ ທລຍ ເມືອງ ໃນເມືອງເປົ້າໝາຍຂອງໂຄງການ ທລຍ

Posting Date: 
02 Nov 2022

ຝຶກອົບຮົມ ເຕັກນິກການກວດກາຄຸນນະພາບ ການກໍ່ສ້າງໂຄງການຍ່ອຍ

ໃຫ້ແກ່ວິຊາການ ທລຍ ເມືອງ ໃນເມືອງເປົ້າໝາຍຂອງໂຄງການ ທລຍ

 

ໂດຍ: ແສງອາລຸນ ພິລາຈັນ, ວິຊາການກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 

      ສໍາລັບປີ 2022 ການຈັດຕັ້ງປະຕິບັດ 173 ໂຄງການຍ່ອຍ ກໍ່ສ້າງພື້ນຖານໂຄງລ່າງ  ທີ່ສະໜັບສະໜູນໂດຍໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນ ຢູ່ 12 ເມືອງເປົ້າໝາຍ ຂອງ 4 ແຂວງ ພາກເໜືອ (ຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ຊຽງຂວາງ) ມາເຖິງປະຈຸບັນ ແມ່ນກໍາລັງດຳເນີນການກໍ່ສ້າງພື້ນຖານໂຄງລ່າງ ຕາມແຜນທີ່ໄດ້ກຳນົດໄວ້. ບັນດາພື້ນຖານໂຄງລ່າງດັ່ງກ່າວ ສວ່ນຫຼາຍເປັນໂຄງການສອ້ມແປງເສັ້ນທາງເຂົ້າເຂດຜະລິດ, ສອ້ມແປງ-ກໍ່ສ້າງຝາຍ-ຄອງເໝືອງ ແລະ ສອ້ມແປງຕໍ່ເຕີມນ້ຳລິນ.

     ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ທລຍ ຂັ້ນເມືອງ ໃນເຂດເມືອງເປົ້າໝາຍຂອງໂຄງການ ທລຍ ໃນດ້ານເຕັກນິກການກວດກາຄຸນນະພາບການກໍ່ສ້າງ ໂຄງການຍ່ອຍ ເຊັ່ນ: ກວດກາເບຕົງ, ກວດກາເຫຼັກເສັ້ນ ແລະ ກວດກາຄຸນນະພາບ ຂອງທໍ່ຢາງດໍາ HDPE, ໃນລະຫວ່າງວັນທີ 24-28 ຕຸລາ 2022,  ຂະແໜງວິສະວະກໍາ, ທລຍ ສູນກາງ ໄດ້ຈັດຝຶກອົບຮົມເຕັກນິກການກວດກາຄຸນນະພາບ ການກໍ່ສ້າງໂຄງການຍ່ອຍ ໃຫ້ພະນັກງານວິຊາການຂັ້ນເມຶອງ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນຄູຝຶກຂອງອາຈານຈາກມະຫາວິທະຍາໄລແຫ່ງຊາດ ຈໍານວນ 1 ທ່ານ ແລະ ທລຍ ສູນກາງ 4 ທ່ານ.

       ການຝຶກອົບຮົມໃນຄັ້ງນີ້ ນັກສໍາມະນາກອນ ໄດ້ຮຽນຮູ້ຫຼາຍຫົວຂໍ້ທີ່ສໍາຄັນ ເຊັ່ນ: ຄວາມສໍາຄັນຂອງວຽກກວດກາຄຸນນະພາບໂຄງການຍ່ອຍ, ເຄື່ອງມືທີ່ໃຊ້ໃນວຽກກວດກາຄຸນນະພາບ, ການຄິດໄລ່ເປີເຊັນຄວາມຄືບໜ້າຂອງໂຄງການຍ່ອຍ, ວິທີໃຊ້ເຄືອງມືທົດສອບກໍາລັງເບຕົ່ງ, ຮຽນຮູ້ເຄື່ອງກວດກາເຫຼັກເສັ້ນໃນເບຕົງ, ການທົດສອບຄວາມດັນທໍ່ HDPE, ການຄວບຄຸມຄຸນນະພາບວັດສະດຸທີ່ເຮັດເບຕົງ, ທົດສອບແຮງດຶງຂອງເຫຼັກໃນຫ້ອງທົດລອງ.

ນອກຈາກໄດ້ຮຽນຮູ້ທິດສະດີແລ້ວ ຍັງໄດ້ໄປຢ້ຽມຢາມ ແລະ ທັດສະນະສຶກສາການກວດກາຄຸນນະພາບຂອງທໍ່HDPE ທີ່ໂຮງງານໂຕໂຢລາວ ຊຶ່ງໄດ້ເຮັດໃຫ້ບັນດານັກສໍາມະນາກອນ ໄດ້ເຂົ້າໃຈລະບົບການກວດກາຄຸນນະພາບທໍ່ດັ່ງກ່າວ ທັງໃນຫ້ອງທົດລອງ ແລະ ພາກສະໜາມ.

     ຜ່ານການຝຶກອົບຮົມ ເປັນເວລາ 5 ວັນ ບັນດານັກສໍາມະນາກອນໄດ້ຮຽນຮູ້ ແລະ ເຂົ້າໃຈ ກ່ຽວກັບຂັ້ນຕອນ ແລະ ວິທີກວດກາຄຸນນະພາບໂຄງການຍ່ອຍ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ຈະນໍາເອົາບົດຮຽນຈາກການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃນວຽກງານຕົວຈິງ.