ທລຍ ເມືອງໜອງແຮດ ສໍາເລັດການຝືກອົບຮົມສວນຄົວໂພຊະນາການ ໃຫ້ແກ່ຄອບຄົວຕົວແບບ ໃນບ້ານເປົ້າໝາຍຊຸດທີ 1

Posting Date: 
10 Nov 2022

ທລຍ ເມືອງໜອງແຮດ ສໍາເລັດການຝືກອົບຮົມສວນຄົວໂພຊະນາການ

ໃຫ້ແກ່ຄອບຄົວຕົວແບບ ໃນບ້ານເປົ້າໝາຍຊຸດທີ 1

 

ໂດຍ: ອ່າງທອງ ບົວໄລວັນ, ໂພຊະນາການ ທລຍ ເມືອງໜອງແຮດ

          ໃນລະຫວ່າງວັນທີ 3-4 ພະຈິກ 2022 ໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງ  ໜອງແຮດ, ແຂວງຊຽງຂວາງ ໄດ້ຈັດຝຶກອົບຮົມການເປັນຄູຝຶກວຽກງານສວນຄົວໂພຊະນາການ ໃຫ້ແກ່ຄອບຄົວຕົວແບບ ໃນບ້ານເປົ້າໝາຍຊຸດທີ 1 ຢູ່ທີ່ສະໂມສອນເມືອງໜອງແຮດ. ຈຸດປະສົງ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວສວນຄົວຕົວແບບ ໃນ 36 ບ້ານເປົ້າໝາຍ ໃຫ້ມີຄວາມເຂົ້າໃຈໃກການຈັດຕັ້ງປະຕິບັດທຸກໜ້າວຽກຂອງການເຮັດສວນຄົວເພື່ອສົ່ງເສີມໂພຊະນາການ. ຊຸດຝຶກອົບຮົມດັ່ງກ່າວ ແມ່ນພາຍໃຕ້ການເປັນຄູຝຶກຂອງວິຊາການຈາກເຄືອຂ່າຍຊາວກະສິກອນ ແລະ ກຸ່ມບໍລິການດ້ານກະສິກຳ (CLICK)ໂດຍເຂົ້າຮ່ວມເປັນນັກສໍາມະນາກອນຂອງ 36 ຄອບຄົວຕົວແບບ ແລະ ເຂົ້າຮ່ວມສັງເກດການຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ 2 ທ່ານ, ພະນັກງານ ທລຍ ເມືອງ 1 ທ່ານ, ແລະ ພະນັກງານ ທລຍ ຂັ້ນບ້ານ 7ທ່ານ.

          ຊຸດຝຶກອົບຮົມຄັ້ງນີ້ໄດ້ແບ່ງອອກເປັນ 2 ພາກ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ພາກທິດສະດີໄດ້ທົບທວນຄືນກ່ຽວກັບ 18 ຊະນິດຜັກ ທີ່ໄດ້ສົ່ງເສີມໃນໄລຍະຜ່ານມາ ວ່າມີຂໍ້ດີ, ຂໍ້ຫຍຸ້ງຍາກ ແນວໃດ ແລະ ພຶດຊະນິດໃດທີ່ເໝາະສົມຄວນຈະສົ່ງເສີມຕໍ່ ຊຶ່ງສັງລວມພືດທີຈະໄດ້ສົ່ງເສີມໃນຕໍ່ໜ້າມີຢູ່ 10 ຊະນິດ ຄື: ໝາກນອດ, ມັນດ້າງ, ບົວຫິມະ, ຖົ່ວຂຽວ, ໝາກອຶ, ຖົ່ວພູ, ຖົ່ວຂົ້ວ, ຜັກບົ້ງ, ຜັກກາດຊອມ, ຜັກຫົມ. ນອກນັ້ນ ນັກສຳມະນາກອນຍັງສະເໜີຢາກໃຫ້ໂຄງການ ທລຍ ສົ່ງເສີມພືດຊະນິດອື່ນຕື່ມອີກ ເຊັ່ນ: ຜັກກະຫຼ່ຳປີ, ຫອມປ້ອມ, ເຜືອກ. ຈາກນັ້ນ ຍັງໄດ້ແບ່ງອອກເປັນ 4 ກຸ່ມ ເພື່ອລົງພາກປະຕິບັດຕົວຈິງໃນການເຮັດສວນຄົວໂພຊະນາການ.

          ຜ່ານການຝຶກອົບຮົມເປັນເວລາ 2 ວັນ ເຫັນໄດ້ວ່າ ບັນດານັກສໍາມະນາກອນ ສາມາດກໍາໄດ້ເນື້ອໃນບົດຮຽນ ແລະ ຄວາມຮູ້ໃນການເຮັດສວນຄົວ ໂດຍສະເພາະ ຄອບຄົວຕົວແບບສວນຄົວ ຈາກ 36 ບ້ານ ຈະສາມາດນໍາເອົາບົດຮຽນທີ່ໄດ້ ໄປຈັດຕັ້ງປະຕິບັດຕົວຈິງ ປູກຜັກຢູ່ສວນຄົວຂອງຕົນ ແລະ ຖ່າຍຖອດຄວາມຮູ້ໃຫ້ແກ່ຄົນອື່ນພາຍໃນບ້ານຂອງຕົນ.