ທລຍ ເມືອງສໍາພັນ ສໍາເລັດການຝືກອົບຮົມວຽກງານສວນຄົວໂພຊະນາການ ໃຫ້ແກ່ຄອບຄົວຕົວແບບ ຢູ່ບ້ານເປົ້າໝາຍຊຸດທີ 1

Posting Date: 
17 Nov 2022

ທລຍ ເມືອງສໍາພັນ ສໍາເລັດການຝືກອົບຮົມວຽກງານສວນຄົວໂພຊະນາການ

ໃຫ້ແກ່ຄອບຄົວຕົວແບບ ຢູ່ບ້ານເປົ້າໝາຍຊຸດທີ 1

 

ໂດຍ: ເກຍເອີ ລາວມາ, ໂພຊະນາການ ທລຍ ເມືອງສໍາພັນ

 

ໃນລະຫວ່າງວັນທີ 4-5 ພະຈິກ 2022 ໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງສຳພັນ, ແຂວງຜົ້ງສາລີ ໄດ້ຈັດຝຶກອົບຮົມວຽກງານສວນຄົວໂພຊະນາການ ໃຫ້ແກ່ຄອບຄົວຕົວແບບ ຢູ່ໃນບ້ານເປົ້າໝາຍຊຸດທີ 1 ໂດຍການເປັນຄູຝຶກຂອງເຄືອຂ່າຍຊາວກະສິກອນ ແລະ ກຸ່ມບໍລິການດ້ານກະສິກຳ (CLICK) 2 ທ່ານ ແລະ ນັກສໍາມະນາກອນຈາກຄອບຄົວຕົວແບບຈາກ 15 ບ້ານເປົ້າໝາຍຊຸດທີ 1 ແລະ ການເຂົ້າຮ່ວມສັງເກດການຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ 2 ທ່ານ, ລຍ ເມືອງ 2 ທ່ານ ແລະ ພະນັງານ  ທລຍ ບ້ານທ່ານ.

ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຄອບຄົວສວນຄົວຕົວແບບ ໃນ 15 ບ້ານເປົ້າໝາຍ ໃຫ້ມີຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດທຸກໜ້າວຽກຂອງການເຮັດສວນຄົວເພື່ອສົ່ງເສີມໂພຊະນາການ ພ້ອມທັງປືກສາຫາລືບັນຫາຕ່າງໆທີ່ພົບເຫັນ​​ໃນການປູກພືດສວນຄົວໃນໄລຍະຜ່ານມາ ແລະ ຊອກຫາວິທີທາງແກ້ໄຂ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີ ແລະ ພາກຄົ້ນຄວ້າ. ພາກທິດສະດີ ໄດ້ແນະນຳວິທີການປູກພຶດສວຄົວໃນລະດູແລ້ງ, ນຳສະເໜີການເປັນຄູຝຶກໃຫ້ແກ່ຄອບຄົວຕົວແບບ​​ສວນຄົວ ເພື່ອໄປຝືກອົບຮົໃຫ້ແກ່ສະມາຊີກພາຍໃນບ້ານ ຕໍ່ໄປ. ຫຼັງຈາກນັ້ນ ແມ່ນໄດ້ແບ່ງອອເປັນ 2 ກຸ່ມຄົ້ນຄວ້າ: ກຸ່ມທີ 1 ແມ່ນປະເມີນໄດ້ທົບທວນຄືນກ່ຽວກັບ 18 ຊະໜິດຂອງແນວພັນພືດ ທີ່ໄດ້ສົ່ງເສີມໃນໄລຍະຜ່ານມາ ວ່າມີຂໍ້ດີ, ຂໍ້ຫຍຸ້ງຍາກ ແນວໃດ ແລະ ພືດຊະນິດໃດທີ່ເໝາະສົມຄວນຈະສົ່ງເສີມຕໍ່ ຊຶ່ງຄັດເລືອກໄດ້ 17 ຊະນິດພືດທີຈະສົ່ງເສີມໃນຕໍ່ໜ້າ ຄື: ໝາກມອນ, ກະຖີນ, ຕຳນີນ, ອີ່ຮູ, ສົມພໍດີ, ມັນດາງ, ບົວຫິມະ, ໝາກງາ, ຖົ່ວຂຽວ, ໝາກອຶ, ຖົ່ວຂົ້ວ, ຖົ່ວພູ, ຜັກບົ້ງ, ຜັກກາດຊອມ, ຜັກຫົມ, ຜັກປັງ. ກຸ່ມທີ 2 ໄດ້ມີການສ້າງແຜນການຝືກອົບຮົມສວນຄົວລະດູແລ້ງ.

 

          ຜ່ານການຝືກອົບຮົມເປັນເວລາ 2 ວັນ ນັກສຳມະກອນ ໄດ້ຮຽນຮູ້ເນື້ອໃນ ແລະ ຂະບວນ​​ການເຮັດສວນຄົວ, ປະເມີນຈຸດດີ, ຈຸດອ່ອນ ແລະ ສະຖານທີ່​​ເຮັດສວນຄົວ, ການສ້າງແຜນການສົ່ງເສີມສວນຄົວລະດູແລ້ງ ພ້ອມທັງສາມາດນໍາເອົາບົດຮຽນດັ່ງກ່າວໄປຖ່າຍຖອດໃຫ້ແກ່ຊຸມຊົນບ້ານຂອງຕົນ.