ໂຄງການ ທລຍ ເມືອງນາໜໍ້ ສຳເລັດເປັນເຈົ້າພາບຈັດງານວັນໂພຊະນາການຂັ້ນບ້ານ

Posting Date: 
15 Dec 2022

ໂຄງການ ທລຍ ເມືອງນາໜໍ້ ສຳເລັດເປັນເຈົ້າພາບຈັດງານວັນໂພຊະນາການຂັ້ນບ້ານ

ໂດຍ: ນາງ ມະນີຈັນ ຈິດດຳລົງ, ວິຊາການໂພຊະນາການ ທລຍ ເມືອງນາໜໍ້

ໃນຕອນເຊົ້າຂອງວັນທີ 29/11/2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທູກຍາກ (ທລຍ) ເມືອງນາໜໍ້ ໄດ້ຮ່ວມກັບໂຄງການ ທີນອນໃນແຜນງານໜຶ່ງດຽວທີມີສ່ວນຮ່ວມຫຼາຍຂະແໜງການ ຂອງທະນາຄານໂລກ ໄດ້ຈັດງານວັນໂພຊະນາການຂັ້ນບ້ານ ປະຈຳໄຕມາດ 4 ປີ 2022 ຂຶ້ນທີ່ບ້ານປາງດູ ເມືອງນາໜໍ້ ແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ໄຊພອນ ສີຈະເລີນ, ຮອງເຈົ້າເມືອງເມືອງນາໜໍ້ແລະ ໂດຍການເຂົ້າຮ່ວມຂອງທ່ານ ຄຳຈັນ ລາວຈືເບັງ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ແລະ ທ່ານ ນາງ ສາຍໝອນຄຳ ມັງໜໍ່ເມກ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ, ຄະນະປະສານງານວຽກງານແຜນໜຶ່ງດຽວທີ່ມີສວນຮ່ວມຫຼາຍຂະແໜງການ, ພະນັກງານໂຄງການ ທລຍ ຂັ້ນເມືອງ ແລະ ຂັ້ນບ້ານ ພ້ອມດ້ວຍ ພໍ່ແມ່ປະຊາຊົນພາຍໃນບ້ານປາງດູ ເຂົ້າຮ່ວມຢ່າງພ້ອມພຽງ.

 

ຈູດປະສົງຂອງການຈັດງານວັນໂພຊະນາການດັ່ງກ່າວນີ້ ແມ່ນເພື່ອເຜີຍແຜຂໍ້ມູນ-ຂ່າວສານ ກ່ຽວກັບການແກ້ໄຂບັນຫາໂພຊະນາການ ຂອງບັນດາໂຄງການທີ່ນອນໃນແຜນງານໜຶ່ງດຽວ ໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ຮັບຊາບຢ່າງທົ່ວເຖິງ ແລະ ເພື່ອເປັນການຊູກຍູ້ໃນການຜັນຂະຫຍາຍ ຍຸດທະສາດແຫ່ງຊາດດ້ານໂພຊະນາການ ໂດຍສະເພາະການແກ້ໄຂບັນຫານການຂາດສານອາຫານຢູ່ຂົງເຂດຊົນນະບົດ. ໃນງານວັນໂພຊະນາການດັ່ງກ່າວນີ້ ໄດ້ມີການວາງສະແດງຮູບພາບ, ວາງສະແດງກິດຈະກຳ ທີ່ຕິດພັນກັບການສົ່ງເສີມໂພຊະນາການ, ສາທິດການແຕ່ງອາຫານໂດຍນໍາໃຊ້ວັດຖຸດີບທີ່ຫາໄດ້ພາຍໃນທ້ອງຖິ່ນ ລວມທັງພືດຜັກ ຈາກສວນຄົວທີ່ໂຄງການ ທລຍ ໄດ້ສົ່ງເສີມສະມາຊິກ ກູ່ມໂພຊະນາການ ປູກ ພາຍໃນບ້ານ.