ກອງປະຊຸມພາກພື້ນອາຊີປາຊີຟິກຄັ້ງທີ 5 ກ່ຽວກັບການພັດທະນາໂດຍຊຸມຊົນເປັນເຈົ້າ (CDD)

Posting Date: 
20 Dec 2022

ກອງປະຊຸມພາກພື້ນອາຊີປາຊີຟິກຄັ້ງທີ 5 ກ່ຽວກັບການພັດທະນາໂດຍຊຸມຊົນເປັນເຈົ້າ (CDD)

ໂດຍ: ທລຍ

ໃນລະຫວ່າງວັນທີ 6-8 ທັນວາ 2022 ທີ່ນະຄອນຫຼວງວຽງຈັນ, ທະນາຄານໂລກ ໄດ້ຈັດກອງປະຊຸມພາກພື້ນອາຊີປາຊີຟິກຄັ້ງທີ 5 ກ່ຽວກັບການພັດທະນາໂດຍຊຸມຊົນເປັນເຈົ້າ (CDD)ຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ການເຂົ້າຮ່ວມຂອງຕົວແທນຈາກໂຄງການພັດທະນາຈາກ 13 ປະເທດ ທີ່ໄດ້ການສະໜັບສະໜູນທຶນຈາກທະນາຄານໂລກ ເພື່ອຈັດຕັ້ງປະຕິບັດວຽກງານ CDD ໃນນັ້ນ ປະກອບມີ: ສປປ ລາວ, ກໍາປູ່ເຈຍ, ໄທ,  ອິນໂດເນເຊຍ, ມາເລເຊຍ, ຕີມໍເລັດເຕ່, ມົງໂກລີ, ກິຈິດສະຖານ, ໄຊໂລມອນ, ຟີລິບປິ່ນ, ອຸດສະເບກິດສະຖານ....

ສໍາລັບ ສປປ ລາວ ແມ່ນກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ທີ່ໄດ້ເປັນຕົວແທນເຂົ້າຮ່ວມກອງປະຊຸມໃນເທື່ອນີ້ ຊຶ່ງໄດ້ນໍາເອົາບົດຮຽນໃນການຈັດຕັ້ງປະຕິບັດ CDD ເກືອບ 20 ປີ ມາແລກປ່ຽນບົດຮຽນ ແລະ ປະສົບການ. ກອງປະຊຸມດັ່ງກ່າວໄດ້ມີການແບ່ງກຸ່ມຄົ້ນຄວ້າ ເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເຊິ່ງປະກອບມີຫຼາຍກິດຈະກໍາເປັນຕົ້ນແມ່ນ ການວາງແຜນພັດທະນາຂັ້ນບ້ານ, ການປັບປຸງຊີວິດການເປັນຢູ່, ການສົ່ງເສີມວຽກໂພຊະນາການ, ການສົ່ງເສີມຜູ້ດ້ອຍໂອກາດ, ການສົ່ງເສີມບົດບາດຍິງ-ຊາຍ, ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ວຽກງານປົກປ້ອງທາງດ້ານສັງຄົມ ແລະ ສິ່ງແວດລ້ອມ.......

 

ຜ່ານການແລກປ່ຽນບົດຮຽນເປັນເວລາ 3 ວັນ ເຫັນວ່າບັນດາຜູ້ເຂົ້າຮ່ວມກອງປະຊຸມສາມາດກໍາໄດ້ບົດຮຽນທີ່ພົ້ນເດັ່ນຈາກປະເທດ ແລະ ຈະນໍາໄປຜັນຂະຫຍາຍສູ່ວຽກງານຕົວຈິງຂອງປະເທດຕົນຢ່າງມີຜົນສໍາເລັດ.