ສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ ບ້ານນໍ້າບອນເໜືອ ສໍາເລັດສົ່ງເງິນຕົ້ນທຶນຄືນ ແລະ ເງິນປັນຜົນທ້າຍປີ 2022

Posting Date: 
20 Jan 2023

ສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ ບ້ານນໍ້າບອນເໜືອ

ສໍາເລັດສົ່ງເງິນຕົ້ນທຶນຄືນ ແລະ ເງິນປັນຜົນທ້າຍປີ 2022

 

                          ໂດຍ: ຫົງຄໍາ ພວງບຸຜາ, ປັບປຸງຊີວິດການເປັນຢູ່ຂັ້ນບ້ານ, ທລຍ ເມືອງຂວາ, ແຂວງຜົ້ງສາລີ

 

          ຜ່ານການຈັດຕັ້ງປະຕິບັດວຽກງານກອງທຶນ ຂອງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ(ກຊກ) ມາໄດ້ 1 ປີ, ໃນ​​ວັນ​ທີ 17 ທັນວາ 2022 ຜ່ານ​ມາ​ນີ້ ສະມະຊິກ ກຊກ ບ້ານນ້ຳບອນເໜືອ, ກຸ່ມບ້ານລະຮ່າງໃຫຍ່, ເມືອງຂວາ, ແຂວງຜົ້ງສາລີ ໄດ້ສໍາເລັດຈັດກອງປະຊຸມບໍລິຫານກອງທຶນ ກຊກ ບ້ານ ປະຈຳປີ 2022. ກອງປະຊຸມ ດັ່ງກ່າວ ໄດ້ຮັບກຽດການເປັນປະທານຂອງ  ທ່ານ ສົມ ອໍລະຂັນ, ເລຂາພັກບ້ານ, ນາຍບ້ານບ້ານນ້ຳບອນເໜືອ ແລະ ການເຂົ້າຮ່ວມຂອງບັນດາຄະນະບໍລິຫານກອງທຶນ ກຊກ ບ້ານ (ຄບກ) ແລະ ສະມະຊິກ ກຊກ ເຂົ້າຮ່ວມທັງໝົດ 52 ຄົນ, ຍິງ 40  ຄົນ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ: 1) ສົ່ງເງິນຕົ້ນທຶນທີ່ສະມາຊິກໄດ້ກູ້ຢືມຈາກກອງທຶນ ກຊກ ບ້ານ ໄປລົງທຶນໃສ່ກິດຈະກໍາສ້າງລາຍຮັບ ເຊັ່ນ: ລ້ຽງສັດ ແລະ ຫັດຖະກໍາ; 2) ປັນຜົນກໍາໄລ ທີ່ໄດ້ຈາກການເກັບດອກເບ້ຍຈາກເງິນປ່ອຍກູ້ ຊຶ່ງເອີ້ນວ່າ ລາຍຮັບ ແລ້ວ ໄດ້ຫັກລາຍຈ່າຍອອກ ໃຫ້ແກ່ສະມາຊິກໃນກຸ່ມ ກຊກ ທຸກໆຄົນ ໂດຍອີງຕາມຄະແນນການຝາກເງິນ ທີ່ເປັນເອກະພາບກັນພາຍໃນສະມາຊິກ ກຊກ ດ້ວຍກັນ.

ໃນກອງປະຊຸມດັ່ງກ່າວ ໄດ້ຮັບຟັງບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດການປ່ອຍກູ້ເງິນຕົ້ນທຶນໃນໜຶ່ງປີຜ່ານມາ ຊຶ່ງບ້ານນ້ຳບອນເໜືອ ມີສະມາຊິກ ກຊກ ທັງໝົດ 31 ຄົນ, ຍິງ 31 ຄົນ, ໃນປີຜ່ານມາ ກອງທຶນ ກຊກ ໄດ້ຮັບເງິນຕົ້ນທຶນ ທີ່ສະໜັບສະໜູນຈາກ ທລຍ ທັງໝົດ 30.912.000 ກີບ ແລະ ສະມາຊິກ ກຊກ ໄດ້ຝາກເງິນຈໍານວນ 8.300.000 ກີບ ສົມທົບນໍາກອງທຶນ ກຊກ ບ້ານດັ່ງກ່າວ. ຄະນະ ຄບກ ໄດ້ປ່ອຍກູ້ເງິນຕົ້ນທຶນ ຈຳນວນ 35.000.000 ກີບ ແລະ ໄດ້ເອົາເງິນຝາກມາສົມທົບປ່ອຍກູ້ ຈໍານວນ 5.000.000 ກີບ ໃຫ້ແກ່ສະມະຊິກ ກຊກ ໄປເຮັດກິດຈະກຳສ້າງລາຍຮັບ ນັບແຕ່ທ້າຍປີ 2021 ເປັນຕົ້ນມາ. ສະມາຊິກ ກຊກ ຜູ້ທີ່ກູ້ຢືມທຶນ ສາມາດສ້າງລາຍຮັບຈາກການຂາຍຜົນຜະລິດທັງໝົດຈຳນວນ 20.400.000 ກີບ. ສະມາຊິກ ກຊກ ສາມາດສົ່ງຕົ້ນທຶນຄືນໄດ້ທັງໝົດ 35.000.000 ກີບ, ໄດ້ຮັບເງິນດອກເບ້ຍຈາກການປ່ອຍກູ້ເງິນຕົ້ນທຶນ ຈໍານວນ 4.045.000 ກີບ. ຜ່ານການເຫັນດີໃນກອງປະຊຸມ, ສະມາຊິກ ກຊກ ທັງໝົດໄດ້ຕົກລົງເປັນເອກະພາບກັນໃນການແບ່ງປັນຜົນອອກເປັນ 6 ສັດສ່ວນ ຄື: 60% ປັນຜົນໃຫ້ແກ່ສະມາຊິກ ກຊກ ໂດຍອີງຕາມຄະແນນເງິນຝາກ, 15% ປັນເງິນອຸດໜູນໃຫ້ຄະນະ ຄບກ ລວມທັງ ຄະນະ ກຊກ ແລະ ທີ່ປຶກສາ, 5% ແມ່ນເອົາເຂົ້າຄັງເປັນທຶນ (ຄ່າບໍລິຫານກອງທຶຶນ 5%, ແຮໜິ້ເສຍ 5%, ເງິນສະຫວັດດີການສັງຄົມ 5%  ແລະ ເງິນປະກອບສ່ວນໃສ່ການພັດທະນາບ້ານ 5%).

 

  ໃນກອງປະຊຸມ ບໍລິຫານກອງທຶນ ກຊກ ບ້ານ ປະຈໍາປີ 2022 ຄັ້ງນິ້ ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ຄວາມສາມັກຄີ ຂອງສະມາຊິກ ກຊກ ທີ່ສາມາດປັນຜົນໄດ້ສຳເລັດ, ຊຶ່ງໄດ້ເຮັດໃຫ້ສະມາຊິກ ກຊກ ເຂົ້າໃຈການຝາກເງິນປະຢັດເພື່ອແກ້ໄຂເວລາຈຳເປັນໃນຄອບຄົວ ແລະ ຍັງເປັນການສ້າງລາຍຮັບຈາກການປັນຜົນຄືນໃຫ້ສະມາຊິກ ຕື່ມອີກ. ການປັນຜົນຄັ້ງນີ້, ສະມາຊິກ ກຊກ ທຸກໆ ຄົນໄດ້ຮັບເງິນປັນຜົນເທົ່າທຽມກັນໝົດທຸກຄົນ ຍ້ອນວ່າ ໃນປີທຳອິດນິ້ ສະມາຊິກໄດ້ເອກະພາບກັນໃຫ້ຝາກເງິນຄືກັນໝົດເພື່ອເຮັດທົດລອງໃນປີທຳອິດກ່ອນ ແລະ ເພື່ອຄວາມສາມັກກັນຢູ່ພາຍໃນບ້ານ.​ ສະມາຊິກບາງຄົນໄດ້ເວົ້າວ່າ ໃນປີຕໍ່ໄປຈະຝາກເງິນໃຫ້ໄດ້ຫຼາຍກວ່າເກົ່າເພື່ອໃຫ້ກອງທຶນບ້ານເພີ່ມຂຶ້ນ ແລະ ຈະໄດ້ຮັບເງິນຈາກການປັນຜົນດອກເບ້ຍໃຫ້ຫຼາຍຂຶ້ນກວ່າເກົ່າ. ສະມາຊິກ ກຊກ ແລະ ອົງການປົກຄອງບ້ານ ບ້ານນ້ຳບອນເໜືອ ມີຄວາມດີໃຈ, ພາກພູມໃຈເປັນຢ່າງຍິ່ງ ແລະ ຂໍຂອບໃຈ ກອງທຶນຫຼຸດຜ່ອນຄວາມທຸກຍາກ ກໍ່ຄືພັກ-ລັດ ທີ່ໄດ້ສະໜອງເງິນຕົ້ນທຶນ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກ.