ກະຊວງກະສິກຳ ແລະ ປ່າໄມ້
ກອງທຶນຫລຸດຜ່ອນຄວາມທຸກຍາກ III - ໄລຍະທືນເພີ້ມທືນ
ເງິນກູ້ເລກທີ: IDA-AF-6506, ລະຫັດໂຄງການ. P168620
ປະກາດຮັບສະໜັກພະນັກງານ - Request for Expression of Interest (REOI)
ຕຳແໜ່ງງານ ພະນັກງານຂັ້ນບ້ານ (ພະນັກງານຮາກຖານ) ລົງເຮັດວຽກຢູ່ຂັ້ນບ້ານ
ດ້ານວຽກປັບປຸງຊີວິດການເປັນຢູ່ ສຳລັບນັກສຶກສາຈົບໃໝ່
ລັດຖະບານ ສປປ ລາວ ໄດ້ຮັບທືນກູ້ຢືມ ຈາກສະມາຄົມພັດທະນາສາກົນ (IDA) ຂອງທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການກອງທຶນຫລູດຜ່ອນຄວາມທຸກຍາກ III - ໄລຍະທຶນເພີ້ມເຕີມ ແລະ ມີຈຸດປະສົງທີ່ຈະນໍາໃຊ້ທຶນສ່ວນໜຶ່ງ ເຂົ້າໃນການວ່າຈ້າງພະນັກງານຕໍາແໜ່ງ ພະນັກງານຂັ້ນບ້ານ (ກໍ່ສ້າງຮາກຖານ) ວຽກປັບປຸງຊີວິດການເປັນຢູ່. ການຫັນເອົານັກສຶກສາວິຊາຊີບຈົບໃໝ່ ລົງເຮັດວຽກຮາກຖານ ດ້ານປັບປຸງຊີວິດການເປັນຢູ່ ແລະ ຄວາມທຸກຍາກ ໃນໄລຍະແຕ່ປີ ແມ່ນເພື່ອແກ້ໄຂຊີວິດການເປັນຢູ່ ໃຫ້ແກ່ຊຸມຊົນ. ຈຸດປະສົງຕົ້ນຕໍໜ້າທີ່ຮັບຜິດຊອບ ຂອງພະນັກງານຂັ້ນບ້ານ (ຮາກຖານ) ສຳລັບນັກສຶກສາຈົບໃໝ່ ມີໜ້າທີຮັບຜິດຊອບ ໃຫ້ການສະໜັບສະໜູນບ້ານເປົ້າໝາຍຂອງໂຄງການທີ່ຖືກມອບໝາຍໃຫ້ຮັບຜິດຊອບ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆທີ່ໄດ້ກຳນົດໄວ້ຂອງໂຄງການ ລວມທັງການລົງຕິດຕາມ ແລະ ໃຫ້ຄໍາແນະນໍາດ້ານວິຊາການ ແລະ ໃຫ້ການຊ່ວຍເຫລືອຊາວບ້ານ, ການນໍາໃຊ້ສື່ຊ່ວຍໃນການຮຽນຮູ້ຂອງຊຸມຊົນດ້ວຍກັນ, ການອອກແບບ ແລະ ຈັດຕັ້ງປະຕິບັດບັນດາກິດຈະກຳດ້ານຕ່າງໆລວມທັງການລົງຕິດຕາມຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອເຮັດໃຫ້ຊຸມຊົນສາມາດບັນລຸໄດ້ຈຸດປະສົງຂອງໂຄງການ.
ໂຄງການກອງທຶນຫລູດຜ່ອນຄວາມທຸກຍາກ ປະຈຳເມືອງ ສໍາພັນ ຂໍເຊີນບັນດານັກສຶກສາຈົບໃໝ່ ຜູ້ທີ່ສົນໃຈ ທີ່ມີເງື່ອນໄຂຖືກຕ້ອງຕາມທີ່ໄດ້ກຳນົດໄວ້ຂ້າງລຸຸ່ມ ຍື່ນເອກະສານສະໝັກ ພ້ອມເອກະສານອ້າງອີງຕ່າງໆທີ່ກ່ຽວຂ້ອງ ລວມທັງຊີວະປະຫວັດ ແລະ ໃບປະກາດຊະນີຍະບັດ ເພື່ອເປັນບ່ອນອ້າງອີງໃນການຄັດເລືອກ.
ຂໍ້ກຳນົດເງື່ອນໄຂ ຂອງຜູ້ສະໝັກ ຕຳແໜ່ງ ພະນັກງານຂັ້ນບ້ານ (ພະນັກງານຮາກຖານ) ສຳລັບນັກສຶກສາຈົບໃໝ່ ປະກອບມີ ດັ່ງນີ້:
1. ຕຳແໜ່ງພະນັກງານຂັ້ນບ້ານ (ພະນັກງານຮາກຖານ) ດ້ານວຽກງານປັບປຸງຊີວິດການເປັນຢູ່ສຳລັບນັກສຶກສາຈົບໃໝ່ 1 ຕໍາແໜ່ງ
- ເປັນນັກສຶກສາທີ່ຮຽນຈົບໃໝ່ພາຍໃນໄລຍະ 3 ປີຜ່ານມາ ແລະ ມີໃບປະກາດຊະນີຍະບັດຊັ້ນປຣິນຍາຕີ;
- ມີໃບຢັ້ງຢຶນອານຸປຣິນຍາ ດ້ານ: ກະສິກຳ, ລ້ຽງສັດ ແລະ ປ່າໄມ້, ພັດທະນາຊົນນະບົດ ແລະ ການພັດທະນາດ້ານສັງຄົມ, ເສດຖະສາດຊົນນະບົດ, ແລະ ການຄົ້ນຄວ້າກ່ຽວກັບການພັດທະນາ;
- ມີຄວາມຮູ້ ກ່ຽວກັບວຽກງານປັບປຸງຊີວິດການເປັນຢູ່, ວຽກງານໂພຊະນາການ, ການສົ່ງເສີມບົດບາດຍິງ-ຊາຍ ແລະ ການສ້າງຕັ້ງກຸ່ມດ້ານສັງຄົມ (ຕົວຢ່າງ: ກຸ່ມທ້ອນ/ຝາກເງິນ, ກຸ່ມຫັດຖະກໍາ ແລະ ກຸ່ມສ້າງລາຍຮັບ ໃຫ້ຄົວເຮືອນ);
- ມີທັກສະ ການນຳໃຊ້ຄອມພິວເຕີ (MS-Word, Excel) ແລະ ສື່ອອນລາຍຕ່າງໆ;
- ເປັນຄົນທີ່ຢູ່ບ້ານທີ່ຕົນຈະຮັບຜິດຊອບ ແລະ ສາມາດເດີນທາງລົງເຮັດວຽກພາກສະໜາມໃນເຂດຫ່າງໄກສອກຫລີກ ແລະ ສາມາດພັກເຊົ່າຢູ່ໃນບ້ານປະຊາຊົນໄດ້ ທີ່ຕົນເອງປະຈຳການ.
- ມີຄວາມຮູ້ ແລະ ສາມາດປາກພາສາຊົນເຜົ່າໃດໜຶ່ງໄດ້ ຈະເປັນການດີ (ພາສາມົ້ງ, ກຶມມຸ, ອາຄາ);
- ສາມາດຂີ່ລົດຈັກ ແລະ ມີໃບຂັບຂີ່;
- ມີສຸຂະພາບແຂງແຮງ ແລະ ສາມາດປະຕິບັດວຽກໄດ້ໃນຕະຫລອດອາຍຸຂອງສັນຍາ.
ການຄັດເລືອກ ແມ່ນດຳເນີນພາຍໃຕ້ຮູບແບບວ່າຈ້າງບຸກຄົນ ໂດຍອີງຕາມຂັ້ນຕອນທີ່ໄດ້ກຳນົດໄວ້ ແລະ ຂໍ້ກຳນົດທີ່ໄດ້ລະບຸໃນວັກ 3.14 ເຖິງ 3.17 ຂອງລະບຽບການຈັດຊື້ ຂອງທະນາຄານໂລກ ສຳລັບຜູ້ກູ້ຢືມ IPF, ລົງວັນທີກໍລະກົດ 2016, ປັບປຸງເດືອນ ພະຈິກ 2017 ແລະ ເດືອນ ສິງຫາ 2018, ເຊິ່ງສາມາດຊອກເຫັນໄດ້ ທີ່ເວບໄຊທ໌:www.worldbank.org/procure.
ຂໍ້ມູນເພີ່ມເຕີມລວມທັງຂໍ້ກຳນົດເງື່ອນໄຂການອ້າງອີງຕ່າງໆ ສາມາດພົວພັນເອົາໄດ້ ຕາມທີ່ຢູ່ຂ້າງລຸ່ມນີ້ ໃນເວລາເຮັດວຽກ ນັບແຕ່ເວລາ 08:00 ໂມງ ຫາ 16:00 ໂມງ, ແຕ່ວັນ ຈັນ ເຖິງ ວັນ ສຸກ, ຫລື ເຂົ້າເບິ່ງໃນເວັບໄຊ໌ຂອງໂຄງການທີ່: http://prflaos.org/vacancy. ຫລື ພົວພັນຫ້ອງການ ທລຍ ສູນກາງ ໂທ: 021-261479-80 ຕໍ່ 105
ເອກະສານຍື່ນສະໜັກ ຕ້ອງສົ່ງເປັນລາຍລັກອັກສອນ ເຖິງທີ່ຢູ່ຂ້າງລຸ່ມ ດ້ວຍຕົນເອງ ບໍ່ໃຫ້ກາຍເວລາ 16:00 ໂມງ ຂອງວັນທີ 08 ກຸມພາ 2023
ທີ່ຢູ່ຫ້ອງການ ທລຍ ເມືອງລຸ່ມນີ້:
ກອງທຶນຫລຸດຜ່ອນຄວາມທຸກຍາກ ເມືອງ: ສໍາພັນ
ຕັ້ງຢູ່: ບ້ານ ນາໄຊ, ເມືອງ ສໍາພັນ, ແຂວງ: ຜົ້ງສາລີ
ໂທ: ທ່ານ ວຸນ ສິດທິວົງ 02096716684
088219007
ລາຍລະອຽດ TOR ໃນເອກະສານທີ່ແນບມາ