ປະກາດຮັບສະໝັກພະນັກງານຂັ້ນບ້ານ(ພະນັກງານຮາກຖານ) ລົງເຮັດວຽກຢູ່ຂັ້ນບ້ານ ສຳລັບນັກສຶກສາຈົບໃໝ່ ຕໍາແໜ່ງປັບປຸງຊີວິດການເປັນຢູ່ ປະຈໍາຢູ່ເມືອງສຳພັນ ແຂວງຜົ້ງສາລີ (ປະກາດຄັ້ງທີ 2)

Country: 
Lao PDR
Project: 
ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)
Position Description: 
ຕຳແໜ່ງງານ ພະນັກງານຂັ້ນບ້ານ (ພະນັກງານຮາກຖານ) ລົງເຮັດວຽກຢູ່ຂັ້ນບ້ານ ດ້ານວຽກປັບປຸງຊີວິດການເປັນຢູ່ ສຳລັບນັກສຶກສາຈົບໃໝ່
Grant No.: 
IDA-AF-6506
Project No.: 
P168620
Date of Issue: 
Friday, February 17, 2023
Closing Date: 
Monday, February 27, 2023

ກະຊວງກະສິກຳ ແລະ ປ່າໄມ້

ກອງທຶນຫລຸດຜ່ອນຄວາມທຸກຍາກ III - ໄລຍະທືນເພີ້ມທືນ

ເງິນກູ້ເລກທີ: IDA-AF-6506, ລະຫັດໂຄງການ. P168620

ປະກາດຮັບສະໜັກພະນັກງານ (ປະກາດຄັ້ງທີ II)- Request for Expression of Interest (REOI)

ຕຳແໜ່ງງານ ພະນັກງານຂັ້ນບ້ານ (ພະນັກງານຮາກຖານ) ລົງເຮັດວຽກຢູ່ຂັ້ນບ້ານ

ດ້ານວຽກປັບປຸງຊີວິດການເປັນຢູ່ ສຳລັບນັກສຶກສາຈົບໃໝ່

 

ລັດຖະບານ ສປປ ລາວ ໄດ້ຮັບທືນກູ້ຢືມ ຈາກສະມາຄົມພັດທະນາສາກົນ (IDA) ຂອງທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການກອງທຶນຫລູດຜ່ອນຄວາມທຸກຍາກ III - ໄລຍະທຶນເພີ້ມເຕີມ ແລະ ມີຈຸດປະສົງທີ່ຈະນໍາໃຊ້ທຶນສ່ວນໜຶ່ງ ເຂົ້າໃນການວ່າຈ້າງພະນັກງານຕໍາແໜ່ງ ພະນັກງານຂັ້ນບ້ານ (ກໍ່ສ້າງຮາກຖານ) ວຽກປັບປຸງຊີວິດການເປັນຢູ່. ການຫັນເອົານັກສຶກສາວິຊາຊີບຈົບໃໝ່ ລົງເຮັດວຽກຮາກຖານ ດ້ານປັບປຸງຊີວິດການເປັນຢູ່ ແລະ ຄວາມທຸກຍາກ ໃນໄລຍະແຕ່ປີ ແມ່ນເພື່ອແກ້ໄຂຊີວິດການເປັນຢູ່ ໃຫ້ແກ່ຊຸມຊົນ. ຈຸດປະສົງຕົ້ນຕໍໜ້າທີ່ຮັບຜິດຊອບ ຂອງພະນັກງານຂັ້ນບ້ານ (ຮາກຖານ) ສຳລັບນັກສຶກສາຈົບໃໝ່ ມີໜ້າທີຮັບຜິດຊອບ ໃຫ້ການສະໜັບສະໜູນບ້ານເປົ້າໝາຍຂອງໂຄງການທີ່ຖືກມອບໝາຍໃຫ້ຮັບຜິດຊອບ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆທີ່ໄດ້ກຳນົດໄວ້ຂອງໂຄງການ ລວມທັງການລົງຕິດຕາມ ແລະ ໃຫ້ຄໍາແນະນໍາດ້ານວິຊາການ ແລະ ໃຫ້ການຊ່ວຍເຫລືອຊາວບ້ານ, ການນໍາໃຊ້ສື່ຊ່ວຍໃນການຮຽນຮູ້ຂອງຊຸມຊົນດ້ວຍກັນ, ການອອກແບບ ແລະ ຈັດຕັ້ງປະຕິບັດບັນດາກິດຈະກຳດ້ານຕ່າງໆລວມທັງການລົງຕິດຕາມຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອເຮັດໃຫ້ຊຸມຊົນສາມາດບັນລຸໄດ້ຈຸດປະສົງຂອງໂຄງການ.

ໂຄງການກອງທຶນຫລູດຜ່ອນຄວາມທຸກຍາກ ປະຈຳເມືອງ ສໍາພັນ ຂໍເຊີນບັນດານັກສຶກສາຈົບໃໝ່ ຜູ້ທີ່ສົນໃຈ ທີ່ມີເງື່ອນໄຂຖືກຕ້ອງຕາມທີ່ໄດ້ກຳນົດໄວ້ຂ້າງລຸຸ່ມ ຍື່ນເອກະສານສະໝັກ ພ້ອມເອກະສານອ້າງອີງຕ່າງໆທີ່ກ່ຽວຂ້ອງ ລວມທັງຊີວະປະຫວັດ ແລະ ໃບ​ປະ​ກາດ​ຊະ​ນີ​ຍະ​ບັດ ເພື່ອເປັນບ່ອນອ້າງອີງໃນການຄັດເລືອກ.

ຂໍ້ກຳນົດເງື່ອນໄຂ ຂອງຜູ້ສະໝັກ ຕຳແໜ່ງ ພະນັກງານຂັ້ນບ້ານ (ພະນັກງານຮາກຖານ) ສຳລັບນັກສຶກສາຈົບໃໝ່ ປະກອບມີ ດັ່ງນີ້:

1.      ຕຳແໜ່ງພະນັກງານຂັ້ນບ້ານ (ພະນັກງານຮາກຖານ) ດ້ານວຽກງານປັບປຸງຊີວິດການເປັນຢູ່ສຳລັບນັກສຶກສາຈົບ

ໃໝ່ 1 ຕໍາແໜ່ງ

-          ເປັນນັກສຶກສາທີ່ຮຽນຈົບໃໝ່ພາຍໃນໄລຍະ 3 ປີຜ່ານມາ ແລະ ມີໃບປະກາດຊະນີຍະບັດຊັ້ນປຣິນຍາຕີ;

-          ມີໃບຢັ້ງຢຶນອານຸປຣິນຍາ ດ້ານ: ກະສິກຳ, ລ້ຽງສັດ ແລະ ປ່າໄມ້, ພັດທະນາຊົນນະບົດ ແລະ ການພັດທະນາດ້ານສັງຄົມ, ເສດຖະສາດຊົນນະບົດ, ແລະ ການຄົ້ນຄວ້າກ່ຽວກັບການພັດທະນາ;

-          ມີຄວາມຮູ້ ກ່ຽວກັບວຽກງານປັບປຸງຊີວິດການເປັນຢູ່, ວຽກງານໂພຊະນາການ, ການສົ່ງເສີມບົດບາດຍິງ-ຊາຍ ແລະ ການສ້າງຕັ້ງກຸ່ມດ້ານສັງຄົມ (ຕົວຢ່າງ: ກຸ່ມທ້ອນ/ຝາກເງິນ, ກຸ່ມຫັດຖະກໍາ ແລະ ກຸ່ມສ້າງລາຍຮັບ ໃຫ້ຄົວເຮືອນ);

-          ມີທັກສະ ການນຳໃຊ້ຄອມພິວເຕີ (MS-Word, Excel) ແລະ ສື່ອອນລາຍຕ່າງໆ;

-          ເປັນຄົນທີ່ຢູ່ບ້ານທີ່ຕົນຈະຮັບຜິດຊອບ ແລະ ສາມາດເດີນທາງລົງເຮັດວຽກພາກສະໜາມໃນເຂດຫ່າງໄກສອກຫລີກ ແລະ ສາມາດພັກເຊົ່າຢູ່ໃນບ້ານປະຊາຊົນໄດ້ ທີ່ຕົນເອງປະຈຳການ.

-          ມີຄວາມຮູ້ ແລະ ສາມາດປາກພາສາຊົນເຜົ່າໃດໜຶ່ງໄດ້ ຈະເປັນການດີ (ພາສາມົ້ງ, ກຶມມຸ, ອາຄາ);

-          ສາມາດຂີ່ລົດຈັກ ແລະ ມີໃບຂັບຂີ່;

ມີສຸຂະພາບແຂງແຮງ ແລະ ສາມາດປະຕິບັດວຽກໄດ້ໃນຕະຫລອດອາຍຸຂອງສັນຍາ.

ການຄັດເລືອກ ແມ່ນດຳເນີນພາຍໃຕ້ຮູບແບບວ່າຈ້າງບຸກຄົນ ໂດຍອີງຕາມຂັ້ນຕອນທີ່ໄດ້ກຳນົດໄວ້ ແລະ ຂໍ້ກຳນົດທີ່ໄດ້ລະບຸໃນວັກ 3.14 ເຖິງ 3.17 ຂອງລະບຽບການຈັດຊື້ ຂອງທະນາຄານໂລກ ສຳລັບຜູ້ກູ້ຢືມ IPF, ລົງວັນທີກໍລະກົດ 2016, ປັບປຸງເດືອນ ພະຈິກ 2017 ແລະ ເດືອນ ສິງຫາ 2018, ເຊິ່ງສາມາດຊອກເຫັນໄດ້ ທີ່ເວບໄຊທ໌:www.worldbank.org/procure.

                ຂໍ້ມູນເພີ່ມເຕີມລວມທັງຂໍ້ກຳນົດເງື່ອນໄຂການອ້າງອີງຕ່າງໆ ສາມາດພົວພັນເອົາໄດ້ ຕາມທີ່ຢູ່ຂ້າງລຸ່ມນີ້ ໃນເວລາເຮັດວຽກ ນັບແຕ່ເວລາ 08:00 ໂມງ ຫາ 16:00 ໂມງ, ແຕ່ວັນ ຈັນ ເຖິງ ວັນ ສຸກ, ຫລື ເຂົ້າເບິ່ງໃນເວັບໄຊ໌ຂອງໂຄງການທີ່: http://prflaos.org/vacancy. ຫລື ພົວພັນຫ້ອງການ ທລຍ ສູນກາງ ໂທ: 021-261479-80 ຕໍ່ 105

          ເອກະສານຍື່ນສະໜັກ ຕ້ອງສົ່ງເປັນລາຍລັກອັກສອນ ເຖິງທີ່ຢູ່ຂ້າງລຸ່ມ ດ້ວຍຕົນເອງ ບໍ່ໃຫ້ກາຍເວລາ 16:00 ໂມງ ຂອງວັນທີ 27 ກຸມພາ 2023ທີ່ຢູ່ຫ້ອງການ ທລຍ ເມືອງລຸ່ມນີ້:

ກອງທຶນຫລຸດຜ່ອນຄວາມທຸກຍາກ ເມືອງ: ສໍາພັນ

ຕັ້ງຢູ່: ບ້ານ ນາໄຊ, ເມືອງ ສໍາພັນ, ແຂວງ: ຜົ້ງສາລີ

ໂທ: ທ່ານ ວຸນ ສິດທິວົງ 02096716684088219007