ການຈັດຕັ້ງປະຕິບັດກິດຈະກຳປັບປຸງຊີວິດການເປັນຢູ່ແກ້ໄຂຄວາມທຸກຍາກ ຢູ່ບ້ານຫ້ວຍຫລາ ເມືອງຫຼາ ແຂວງອຸດົມໄຊ

Posting Date: 
18 Mar 2023

ການຈັດຕັ້ງປະຕິບັດກິດຈະກຳປັບປຸງຊີວິດການເປັນຢູ່ແກ້ໄຂຄວາມທຸກຍາກ

ຢູ່ບ້ານຫ້ວຍຫລາ ເມືອງຫຼາ ແຂວງອຸດົມໄຊ

 

ໂດຍ: ລູນີ ອຸທິພົນ, ພະນັກງານປັບປຸງຊິວິດການເປັນຢູ່ຂັ້ນບ້ານ, ທລຍ ເມືອງຫຼາ ແຂວງອຸດົມໄຊ

ບ້ານຫ້ວຍຫຼາ ເປັນບ້ານໜຶ່ງທີ່ນອນໃນເປົ້າໝາຍ ຂອງໂຄງການກອງທຶນຫຼຸດຜ່ອນຄວາມຍາກ 3 ໄລຍະເພີ່ມທຶນ ຈາກທັງໝົດ 5 ບ້ານ ໃນບ້ານເປົ້າໝາຍຊຸດທີ 1 ຢູ່ເມືອງຫຼາ, ແຂວງອຸດົມໄຊ ຊຶ່ງໄດ້ຮັບການສະໜັບສະໜູນໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆຈາກ ທລຍ ມາຕັ້ງແຕ່ທ້າຍປີ 2020. ໜຶ່ງໃນບັນດາກິດຈະກຳແກ້ໄຂຄວາມທຸກຍາກພາຍໃນບ້ານ ທີ່ປະຊາຊົນໄດ້ເຂົ້າຮ່ວມ ແມ່ນການສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ໂດຍບ້ານດັ່ງກ່າວ ສາມາດສ້າງຕັ້ງໄດ້ 5 ກຸ່ມ ກຊກ ແລະ ມີສະມາຊິກເຂົ້າຮ່ວມ 60 ຄົນໃນນີ້ ເປັນເພດຍິງ 59 ຄົນ ແລະ ຄອບຄົວບໍ່ພົ້ນທຸກ ອີງຕາມດໍາລັດ 348 ມີຈໍານວນ 11 ຄອບຄົວ.

ຜ່ານການຈັດຕັ້ງປະຕິບັດກິດຈະກໍາປັບປຸງຊີວີດການເປັນຢູ່ມາໄດ້ໄລຍະ 24 ເດືອນ ເຫັນວ່າມີຄືບໜ້າຫຼາຍຂຶ້ນກວ່າໄລຍະກ່ອນທີ່ບໍ່ໄດ້ການສະໜັບສະໜູນຈາກ ທລຍ. ຄະນະກຳມະການບໍລິຫານກອງທຶນ ກຊກ ຂັ້ນບ້ານ ໄດ້ລົງຕິດຕາມຢ່າງເປັນປົກກະຕິ ກ່ຽວກັບຝາກເງິນປະຈໍາເດືອນ ຂອງກຸ່ມ ກຊກ, ຊຶ່ງໄດ້ກໍານົດເອົາທຸກໆ ວັນທີ 23ພາຍໃນເດືອນ ເປັນວັນປະຊຸມຂອງສະມາຊິກ ລວມທັງການຝາກເງິນຂອງ ສະມາຊິກ ແລະ ໄດ້ກຳນົດເອົາ ຂະໜາດເງິນຝາກຕາມຄວາມສາມາດຂອງຕົນເອງ ຊຶ່ງເລີ່ມຕົ້ນ 5.000- 100.000 ກີບ. ມາຮອດປະຈຸບັນ ມີເງິນຝາກທັງໝົດ 18.310.000 ກີບ ແລະ ໄດ້ຮັບເງິນສະໜັບສະໜູນສົມທົບຈາກ ທລຍ ຈຳນວນ 66.240.000 ກີບ. ນອກຈາກ ທລຍ ໄດ້ສະໜອງເງິນຕົ້ນທຶນແລ້ວ, ທລຍ  ຍັງໄດ້ສະໜັບສະໜູນການຈັດຝຶກອົບຮົມທາງດ້ານເຕັກນິກ-ວິຊາການ ການປູກ-ການລ້ຽງ ໃຫ້ກັບ ກຸ່ມ ກຊກ ໂດຍອີງຕາມກິດຈະກຳທີ່ສະມາຊິກໄດ້ຄັດເລືອກເອງ. ກ່ອນການປ່ອຍກູ້ ສະມາຊິກກຸ່ມ ກຊກ ຕ້ອງໄດ້ຂຽນແຜນທຸລະກິດຄົວເຮືອນ ແລະ ສະເໜີຕໍ່ຄະນະກຳມະການບໍລິຫານກອງທຶນ ກຊກ ຂັ້ນບ້ານ ເພື່ອອະນຸມັດການກູ້ຢືມເງິນ ອີງຕາມແຜນທຸລະກິດຂອງສະມາຊິກ. ໃນເດືອນ ມິຖຸນາ 2022, ກອງທຶນ ກຊກ ຂັ້ນບ້ານ ຫ້ວຍຫຼາ ໄດ້ປ່ອຍກູ້ຈາກເງິນຕົ້ນທຶນເພື່ອລົງທຶນໃສ່ ກິດຈະກໍາສ້າງລາຍຮັບຕ່າງໆ ເປັນຕົ້ນແມ່ນປູກພືດເສດຖະກິດ ເຊັ່ນ: ສະມາຊິກ 9 ຄົນ ກູ້ຢືມເງິນຈຳນວນ 18,500,000 ກີບ ເພື່ອປູກຝັງລ້ຽງສັດ, ສະມາຊິກ 79 ຄົນ ກູ້ຢືມເງິນຈຳນວນ 155,000,000 ກີບ ແລະ ໄດ້ມີການປ່ອຍກູ້ສຸກເສີນຈາກເງິນຝາກກອງທຶນ ຈຳນວນ 4.000.000 ກີບ.  ພາຍຫຼັງ ການກູ້ຢືມເງິນມາແລ້ວ, ສະມາຊິກໄດ້ມີລາຍຮັບເຂົ້າມາໃນຄອບຄົວ ໂດຍການສະຫຼຸບພາຍໃນເດືອນ 12 ປີ 2022 ເຫັນວ່າ ສາມາດຂາຍໝູ ຈຳນວນ 650 ກິໂລ ເປັນເງິນ 29,250,000ກີບ, ຂາຍສັດປິກ 350 ກິໂລ ເປັນເງິນ 21,000,000 ກີບ, ຂາຍປາ ຈໍານວນ 120 ກິໂລ ເປັນເງິນ 4,200,000 ກີບ, ລວມລາຍຮັບທັງໝົດ 54,450,000  ກີບ. ນີ້ແມ່ນຕົວເລກທີ່ຊີ້ບອກເຖິງຜົນໄດ້ຮັບ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສຳລັບລາຍຮັບຂອງສະມາຊິກທີ່ເຮັດກິດຈະກຳສ້າງລາຍໄດ້ເຂົ້າໃນຄອບຄົວ.

          ນອກຈາກການປູກ-ການລ້ຽງຂອງກຸ່ມ ກຊກ ແລ້ວ, ປະຊາຊົນ ບ້ານຫ້ວຍຫຼາ ຍັງໄດ້ເຂົ້າເປັນສະມາຊິກກຸ່ມ ຜະລິດ ພາຍໃຕ້ກອບຮ່ວມມືສະໜອງສິນເຊື່ອ 4 ຮ່ວມ ແກ້ໄຂຄວາມທຸກຍາກ ໂດຍໄດ້ສ້າງຕັ້ງກຸ່ມຜູ້ຜະລິດຂຶ້ນ 1 ກຸ່ມ ຄືກຸ່ມລ້ຽງໝູ ປະກອບມີສະມາຊິກກຸ່ມ 9ຄົນ. ຫຼັງຈາກສ້າງຕັ້ງກຸ່ມສຳເລັດແລ້ວ ທາງ ທລຍ ໂດຍສົມທົບກັບຫ້ອງການກະສິກຳເມືອງ ໄດ້ລົງຝືກອົບຮົມເຕັກນິກ ໃຫ້ກັບສະມາຊິກພາຍໃນກຸ່ມ ເພື່ອສ້າງຄວາມເຂັ້ມແຂ້ງໃຫ້ກຸ່ມ ທາງດ້ານການລ້ຽງ ແລະ ການປ້ອງກັນພະຍາດຂອງສັດ ແລະ ຫຼັງຈາກສຳເລັດແລ້ວທາງ ທະນາຄານນະໂຍບາຍ ໄດ້ປ່ອຍເງິນໃຫ້ກຸ່ມ ຈຳນວນ 105,000,000 ກີບ ເພື່ອນໍາໃຊ້ເຂົ້າໃນກິດຈະກໍາສ້າງລາຍຮັບໃຫ້ແກ່ຄອບຄົວ.