ກິດຈະກຳປັບປຸງຊີວິດການເປັນຢູ່ແກ້ໄຂຄວາມທຸກຍາກ ຢູ່ບ້ານນ້ຳບອນໃຕ້, ເມືອງຂວາ, ແຂວງຜົ້ງສາລີ

Posting Date: 
30 Mar 2023

ກິດຈະກຳປັບປຸງຊີວິດການເປັນຢູ່ແກ້ໄຂຄວາມທຸກຍາກ

ຢູ່ບ້ານນ້ຳບອນໃຕ້, ເມືອງຂວາ, ແຂວງຜົ້ງສາລີ

ໂດຍ: ຫົງຄຳ ພວງບຸຜາ, ປັບປຸງຊິວິດການເປັນຢູ່ຂັ້ນບ້ານ, ທລຍ ເມືອງຂວາ, ແຂວງຜົ້ງສາລີ

ບ້ານນ້ຳບອນໃຕ້, ກຸ່ມລະຮ່າງໃຫຍ່ ເປັນບ້ານໜຶ່ງທີ່ນອນໃນ 27 ບ້ານເປົ້າໝາຍຊຸດທີ 1 ຂອງໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນ ຢູ່ເມືອງຂວາ, ແຂວງຜົ້ງສາລີ. ບ້ານນໍ້າບອນໃຕ້ ໄດ້ຮັບການສະໜັບສະໜູນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ຈາກ ທລຍ ມາຕັ້ງແຕ່ປີທ້າຍປີ 2020 ຊຶ່ງໜຶ່ງໃນນັ້ນ ແມ່ນການສ້າງຕັ້ງ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ). ບ້ານດັ່ງກ່າວ ສາມາດສ້າງຕັ້ງໄດ້ 3 ກຸ່ມ ກຊກ, ມີສະມາຊິກທັງໝົດ 45 ຄົນ ໃນນີ້ ເປັນເພດຍິງ 44 ຄົນ ແລະ ຄອບຄົວທຸກຍາກ 15 ຄອບຄົວ. ຜ່ານການຈັດຕັ້ງປະຕິບັດກິດຈະກໍາປັບປຸງຊີວີດການເປັນຢູ່ມາໄດ້ໄລຍະ 24 ເດືອນ ເຫັນວ່າມີຄວາມຄືບໜ້າຫຼາຍຂຶ້ນກວ່າເມື່ອສົມທຽບກັບໄລຍະກ່ອນ ທີ່ບໍ່ໄດ້ເຂົ້າຮ່ວມກິດຈະກຳກັບໂຄງການ ທລຍ.

ຄະນະກຳມະການບໍລິຫານກອງທຶນ ກຊກ ຂັ້ນບ້ານ ຊຶ່ງເອີ້ນວ່າ ຄບກ ໄດ້ລົງຕິດຕາມຢ່າງເປັນປົກກະຕິ ກ່ຽວກັບການຝາກເງິນປະຈໍາເດືອນ ຂອງ ກຊກ, ຊຶ່ງໄດ້ກໍານົດເອົາທຸກໆ ວັນທີ 15ພາຍໃນເດືອນ ເປັນວັນປະຊຸມຂອງສະມາຊິກ ກຊກ ລວມທັງການຝາກເງິນຂອງ ສະມາຊິກ ແລະ ໄດ້ກຳນົດເອົາ ຂະໜາດເງິນຝາກຕາມຄວາມສາມາດຂອງຕົນເອງ ຊຶ່ງເລີ່ມຕົ້ນ 5.000-100.000 ກີບ. ມາຮອດປະຈຸບັນ ມີເງິນຝາກທັງໝົດ 12.980.000 ກີບ ແລະ ໄດ້ຮັບເງິນຕົ້ນທຶນສະໜັບສະໜູນ ຈາກ ທລຍ ຈຳນວນ 92.320.000 ກີບ. ນອກຈາກເງິນຕົ້ນທຶນແລ້ວ, ບ້ານດັ່ງກ່າວ ຍັງໄດ້ຮັບການຊ່ວຍເຫຼືອ ໃນການຈັດຊຸດຝືກອົບຮົມທາງດ້ານເຕັກນິກ-ວິຊາການ ໂດຍອີງຕາມການສະເໜີຂອງ ສະມາຊິກ ກຊກ  ເປັນຕົ້ນແມ່ນ ການປູກພືດ ແລະ ການລ້ຽງສັດ ໂດຍຮ່ວມມືກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຂວາ.

ກ່ອນການປ່ອຍກູ້ ສະມາຊິກ ກຊກ ຕ້ອງໄດ້ຂຽນແຜນທຸລະກິດຄົວເຮືອນ ແລະ ສະເໜີຕໍ່ ຄບກ ເພື່ອອະນຸມັດການກູ້ຢື້ມເງິນ. ໃນເດືອນ ມິຖຸນາ 2022, ກອງທຶນ ກຊກ ບ້ານນ້ຳບອນໃຕ້ ໄດ້ປ່ອຍກູ້ຈາກເງິນຕົ້ນທຶນເພື່ອລົງທຶນໃສ່ ກິດຈະກໍາສ້າງລາຍຮັບຕ່າງໆ ເປັນຕົ້ນແມ່ນ ຫັດຖະກຳຕ່ຳຫູກ ຈຳນວນ 12.000.000 ກີບ, ປູກຝັງລ້ຽງສັດ ຈຳນວນ 51.000.000 ກີບ ແລະ ປ່ອຍກູ້ສຸກເສີນຈາກເງິນຝາກກອງທຶນ ຈໍານວນ 4.000.000 ກີບ. ພາຍຫຼັງ ສະມາຊິກ ໄດ້ຮັບເງິນກູ້ຢືມຈາກກອງທຶນ ມາລົງທຶນໃສ່ກິດຈະກໍາສ້າງລາຍຮັບດັ່ງກ່າວແລ້ວ, ພວກເຂົາເຈົ້າ ໄດ້ມີລາຍຮັບເຂົ້າມາໃນຄອບຄົວ ເພີ້ມຂື້ນ ໂດຍເຫັນໄດ້ຈາກ ການສະຫຼຸບພາຍໃນເດືອນທັນວາ 2022 ໄດ້ຂາຍໝູ ຈຳນວນ 987 ກິໂລກະລາມ ເປັນເງິນ 44.415.000ກີບ, ຂາຍສັດປິກ 460 ກິໂລ ເປັນເງິນ 27.000.000 ກີບ. ນີ້ແມ່ນຕົວເລກທີ່ຊີ້ບອກເຖິງຜົນໄດ້ຮັບ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ສະມາຊິກ ກຊກ ສາມາດສ້າງລາຍໄດ້ເຂົ້າໃນຄອບຄົວ ໄດ້ເຖິງ 71.415.000 ກີບ ແລະ ສະມາຊິກຜູ້ກູ້ຢືມທຶນ ສາມາດສົ່ງຕົ້ນທຶນ ແລະ ດອກເບ້ຍ ໄດ້ໃນໄລຍະສັນຍາ ແລະ ຈ່າຍຄືນທັງໝົດໄດ້ 100%.

 

          ນອກຈາກການສະໜອງເງິນຕົ້ນທຶນແລ້ວ, ທລຍ ຍັງໄດ້ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຝືກອົບຮົມເຕັກນິກວິຊາການດ້ານການລ້ຽງ ແລະ ການປ້ອງກັນພະຍາດສັດ ໃຫ້ກັບສະມາຊິກ ກຊກ ເພື່ອສ້າງຄວາມເຂັ້ມແຂ້ງໃຫ້ກຸ່ມ ແລະ ສາມາດເຮັດໃຫ້ສະມາຊິກ ກຊກ ຈໍານວນໜື່ງ ກາຍເປັນຄອບຄົວຕົວແບບໃນການລ້ຽງໝູ ແລະ ລ້ຽງສັດປິກ.