ລົງຕິດຕາມ ຊຸກຍູ້ ວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍໂຄງການ ທລຍ ເມືອງກັວນ ແຂວງຫົວພັນ

Posting Date: 
04 May 2023

ລົງຕິດຕາມ ຊຸກຍູ້ ວຽກງານໂພຊະນາການ  ຢູ່ບ້ານເປົ້າໝາຍໂຄງການ ທລຍ ເມືອງກັວນ ແຂວງຫົວພັນ

ໂດຍ: ລ່ຽນ ມາໄລທອງ, ໂພຊະນາການບ້ານ

ໃນວັນທີ 24 ເມສາ 2023 ຜ່ານມາ, ກຸ່ມໂພຊະນາການ ບ້ານຫົວນາ, ເມືອງກັວນ, ແຂວງຫົວພັນ ໄດ້ສາທິດການປຸ່ງແຕ່ງອາຫານເສີມ ໃຫ້ແກ່ແມ່ຍິງຖືພາ 3 ຄົນ, ແມ່ລູກອ່ອນ 2 ຄົນ, ເດັກອາຍຸ 0-5 ເດືອນ 2 ຄົນ, ເດັກອາຍຸ 6-23 ເດືອນ 5 ຄົນ ແລະ ຜູ້ດູແລເດັກ. ການສາທິດປຸງແຕ່ງອາຫານໃນຄັ້ງນີ້ ແມ່ນໄດ້ຕົ້ມເຂົ້າປຽກຕາມສູດທີ 6 ໂດຍມີສ່ວນປະກອບ ຄື: ແປ້ງບົດ (ເຮັດມາຈາກເຂົ້າຈ້າວ ແລະ ຖົ່ວຂຽວ) ຜູ້ລະ 50 ກະລາມ, ນົມຈືດ ຜູ້ລະ 125 ມິນລິລິດ ແລະ ໝາກກ້ວຍ ຜູ້ລະ 40 ກະລາມ.

 

ການສາທິດປຸງແຕ່ງອາຫານເສີມ ໃນຮູບແບບດັ່ງກ່າວນີ້ ແມ່ນໄດ້ປະຕິບັດຢ່າງຕໍ່ເນື່ອງ 1 ຄັ້ງຕໍ່ອາທິດ ຢູ່ບັນດາບ້ານເປົ້າໝາຍຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ເພື່ອຊ່ວຍເຮັດໃຫ້ເດັກ ມີສຸຂະພາບແຂງແຮງ, ໄດ້ຮັບອາຫານທີ່ມີໂພຊະນາການ, ຄຸນປະໂຫຍດຂອງໝວດອາຫານ ແລະ ເຮັດໃຫ້ຜູ້ເປັນແມ່ ໄດ້ຮຽນຮູ້ ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານທີ່ມີໂພຊະນາການ.