ຝຶກອົບຮົມ ກ່ຽວກັບຂອບການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ

Posting Date: 
08 May 2023

 

ຝຶກອົບຮົມ ກ່ຽວກັບຂອບການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ທລຍ ສູນກາງ

 

ໃນລະຫວ່າງວັນທີ 2-6 ພືດສະພາ 2023, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມ ກ່ຽວກັບຂອບການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍການເປັນປະທານຂອງທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມເປັນຄູຝຶກຂອງຫົວໜ້າຂະແໜງການ ແລະ ວິຊາການທີ່ກ່ຽວຂ້ອງຂອງ ທລຍ ສູນກາງ ແລະ ທີ່ປຶກສາດ້ານການຄຸ້ມຄອງສີ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ. ເຂົ້າຮ່ວມເປັນນັກສໍາມະນາກອນ ປະກອບດ້ວຍຫົວໜ້າ ທລຍ ເມືອງ, ພະນັກງານວິສະວະກຳເມືອງ, ພະນັກງານໂພຊະນາການ ແລະ ພັດທະນາຊຸມຊົນເມືອງ, ຜູ້ຊ່ວຍຜູ້ປະສານງານ ທລຍ ຂັ້ນແຂວງ ຈາກ 12 ເມືອງ 4 ແຂວງເປົ້າໝາຍ ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ຊຶ່ງລວມທັງໝົດ 55 ທ່ານ, ຍິງ 6 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອທົບທວນຄືນວຽກງານການຄຸ້ມຄອງດ້ານສີ່ງແວດລ້ອມ ແລະ ສັງຄົມ ທີ່ຈັດຕັ້ງປະຕິບັດໂດຍໂຄງການ ທລຍ ໃນໄລຍະຜ່ານມາ ແລະ ນໍາສະເໜີຂອບການຄຸ້ມຄອງດ້ານສີ່ງແວດ ແລະ ສັງຄົມ ທີ່ຈະນໍາໃຊ້ສໍາລັບໂຄງການໃໝ່ ຂອງ ທລຍ ກໍຄື: ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR).

ຢູ່ທີ່ບັ້ນຝຶກອົບຮົມຄັ້ງນີ້ ໄດ້ມີການນໍາສະເໜີຫຼາຍຫົວຂໍ້ທີ່ສໍາຄັນ ເຊັ່ນ: ທົບທວນຄືນວຽກງານຄຸ້ມຄອງດ້ານສິ່ງແວດລ້ອມແລະ ສັງຄົມ ໃນໄລຍະຜ່ານມາ; ການຕິດຕາມປະເມີນຜົນ, ຖານຂໍ້ມູນ, ແລະ ກົນໄກສະແດງຄໍາຄິດຄໍາເຫັນ; ວຽກສໍາຫຼວດອອກແບບ ແລະ ກວດກາຄຸນນະພາບໂຄງການຍ່ອຍ; ວຽກປັບປຸງຊີວິດການເປັນຢູ່; ການຈັດລຽງບູລິມະສິດຄວາມຕ້ອງການຂອງບ້ານ.ນອກຈາກນັ້ນ, ຍັງໄດ້ມີການແບ່ງກຸ່ມຄົ້ນຄວ້າ ແລກປ່ຽນບົດຮຽນຕົວຈິງ.

ຜ່ານການຝຶກອົບຮົມເປັນເວລາ 5 ວັນເຕັມ ບັນດານັກສໍາມະນາກອນ ສາມາດເກັບກໍາໄດ້ຄວາມຮູ້ທີ່ຄູຝຶກໄດ້ນໍາສະເໜີໃນແຕ່ລະຫົວຂໍ້ ແລະ ຈະນໍາເອົາຄວາມຮູ້ ໄປຈັດຕັ້ງປະຕິບັດຕົວຈິງ ຢູ່ພື້ນທີ່ເປົ້າໝາຍຂອງໂຄງການ ທລຍ.