ການສົ່ງເສີມການເຮັດສວນຄົວໂພຊະນາການ

Posting Date: 
17 May 2023

ການສົ່ງເສີມການເຮັດສວນຄົວໂພຊະນາການ

ໂດຍ: ສຸນິວອນ ບຸດສະທິ, ໂພຊະນາການຂັ້ນບ້ານ, ທລຍ ເມືອງສຳພັນ ແຂວງຜົ້ງສາລີ

 

          ໃນວັນທີ 4 ພຶດສະພາ 2023 ຜ່ານມາ, ພະນັກງານ ທລຍ ຂັ້ນບ້ານ ໄດ້ສົມທົບກັບຄະນະ ກຸ່ມໂພຊະນາການ (ກພກ) ບ້ານແສນຫຼວງໃຫ່ມ, ກຸ່ມສະນຳຮະ, ເມືອງສໍາພັນ, ແຂວງຜົ້ງສາລີ ໄດ້ລົງຢຽມຢາມສວນຄົວຂອງ ນາງ ຕືເນີ ທີ່ເປັນສາມະຊິກກຸ່ມໂພຊະນາການ ຊຶ່ງໄດ້ຖືກຄັດເລືອກຈາກສະມາຊິກ ກພກ ພາຍໃນບ້ານ ໃຫ້ເປັນຄອບຄົວຕົວແບບສວນຄົວໂພຊະນາການ. ນາງ ຕືເນີ ໄດ້ຮັບການຝຶກອົບຮົມການສ້າງສວນຄົວ ແລະ ການເຮັດຝຸ່ນບົ່ມ, ນ້ຳສະກັດຊີວະພາບ ຈາກເຄື່ອຂ່າຍຊາວກະສິກອນລາວ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສໍາພັນ ໂດຍການສະໜັບສະໜູນຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ. ພາຍຫຼັງໄດ້ຮັບການຝຶກອົບຮົມ ນາງ ຕືເນີ ໄດ້ເລີ່ມສ້າງສວນຄົວໄວ້ເພື່ອບໍລິໂພກພາຍໃນຄອບຄົວຕົນເອງ ແລະ ໃນຕໍ່ໜ້າຈະນຳໄປປະກອບສ່ວນເຂົ້າໃນການສາທິດປຸງແຕ່ງອາຫານເສີມຢູ່ກຸ່ມໂພຊະນາການບ້ານ. ປັດຈຸບັນ ໃນສວນຄົວຂອງນາງ ຕືເນີ ໄດ້ປູກ ຜັກກາດ, ຜັກບົ້ງ, ຜັກປັງ, ຖົ່ວພູ, ຖົ່ວຂົ້ວ, ຜັກຫົມ, ຜັກບົ່ວ ແລະ ຜັກຫອມປ້ອມ ໄວ້ບໍລິໂພກພາຍໃນຄອບຄົວຕະຫຼອດ ເພື່ອໃຫ້ສະມາຊິກໃນຄອບຄົວ ໄດ້ກິນອາຫານຄົບໝວດໝູ່ ຖືກຫຼັກໂພຊະນາການ ເຮັດໃຫ້ມີສຸຂະພາບແຂງແຮງ.