ກອງປະຊຸມທົບທວນຄືນບຸລິມະສິດຄວາມຕ້ອງການຂອງຊຸມຊົນ ຢູ່ ເມືອງບຸນໃຕ້

Posting Date: 
26 May 2023

ກອງປະຊຸມທົບທວນຄືນບຸລິມະສິດຄວາມຕ້ອງການຂອງຊຸມຊົນ ຢູ່ ເມືອງບຸນໃຕ້

 

ໂດຍ: ພອນສັກ ພັນທະສິດ, ໂພຊະນາການ ທລຍ ເມືອງບຸນໃຕ້, ແຂວງຜົ້ງສາລີ

 

ໃນວັນທີ 15-19  ພຶດສາພາ 2023 ຜ່ານມາ, ທີມງານ ທລຍ ເມືອງບຸນໃຕ້, ແຂວງຜົ້ງສາລີ ໄດ້ລົງຈັດກອງປະຊຸມທົບທວນຄືນບຸລິມະສິດຄວາມຕ້ອງການຂອງ 15 ບ້ານເປົ້າໝາຍ ຊຸດທີ2; ໃນນັ້ນ ທີມງານ ທລຍ ເມືອງ ປະກອບມີ ພະນັກງານ ໂພຊະນາການ ທລຍ ຂັ້ນເມືອງ 1 ທ່ານ, ພະນັກງານ ວິຊາການ ທລຍ ຂັ້ນເມືອງ 1 ທ່ານ, ພະນັກງານ ໂພຊະນາການ ຂັ້ນບ້ານ 1 ທ່ານ, ມີຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວທັງໝົດ 2.484 ຄົນ, ຍິງ 1.370 ຄົນ, ປະກອບມີຊົນເຜົ່າ 2.441 ຄົນ, ຍິງ 1.371ຄົນ.

 

ໃນກອງປະຊຸມດັ່ງກ່າວ ຊາວບ້ານໄດ້ພ້ອມກັນທົບທວນຄືນບຸລິມະສິດຄວາມຕ້ອງການຂອງບ້ານຕົນເອງ ຊຶ່ງມີທັງໝົດ 60 ບຸລິມະສິດ ເຊັ່ນ: ກໍ່ສ້າງເຮືອນປຸງແຕ່ງອາຫານໂພຊະນາການ, ກໍ່ສ້າງເຮືອນຮົ່ມສວນຄົວ, ສອ້ມແປງເສັ້ນທາງເຂົ້າຫາເຂດທໍາການຜະລິດ, ສ້ອມແປງຊົນລະປະທານ, ສ້ອມແປງ-ຕໍ່ເຕີມຊົນລະປະທານ, ກໍ່ສ້າງຫ້ອງນ້ຳໂຮງຮຽນ, ສ້ອມແປງໂຮງຮຽນ, ທະລຸເສັ້ນທາງໄປຫາເຂດທຳການຜະລິດ, ກໍ່ສ້າງຂົ້ວເຂົ້າຫາບ້ານ, ສະໜອງໄຟຟ້າຕາຂ່າຍ, ສະໜອງອຸປະກອນເຮັດຮົ້ວລ້ຽງສັດ, ກໍ່ສ້າງລະບົບນ້ຳລິນຜະລິດກະສິກຳ, ສ້າງເຮືອນປະສົມອາຫານສັດ, ກໍ່ສ້າງຕະຫລາດຊຸມຊົນ; ຄາດຄະເນມູນຄ່າ ທັງຫມົດ 235.180.100.00 ກີບ. ພາຍຫຼັງສໍາເລັດການສໍາຫຼວດອອກແບບບັນດາໂຄງການຍ່ອຍເຫຼົ່ານັ້ນ ໃນເດືອນມິຖຸນາ-ກັນຍາ 2023 ແມ່ນຈະເລີ່ມລົງມືກໍ່ສ້າງ ໃນເດືອນຕຸລາ 2023.