ທລຍ ກັບການສົ່ງເສີມການເຮັດສວນຄົວໂພຊະນາການ

Posting Date: 
31 May 2023

ທລຍ ກັບການສົ່ງເສີມການເຮັດສວນຄົວໂພຊະນາການ

 

ໂດຍ: ພອນສັກ ພັນທະສິດ, ໂພຊະນາການຂັ້ນເມືອງ , ທລຍ ເມືອງບຸນໃຕ້, ແຂວງຜົ້ງສາລີ

ໃນວັນທີ 27 ພຶດສະພາ 2023 ຜ່ານມາ, ທລຍ ເມືອງບຸນໃຕ້, ແຂວງຜົ້ງສາລີ  ໄດ້ລົງຊຸກຍູ້ຕິດຕາມ ສວນຄົວໂພຊະນາການ (ກພກ) ຢູ່ບ້ານບໍ່ຫາດ, ກຸ່ມລ້ອງນາຍ, ເມືອງບຸນໃຕ້ ໂດຍໄດ້ລົງຢຽມຢາມສວນຄົວຂອງ ນາງ ວັນໄຊ ໄມ້ຫົງຄໍາ, ທີ່ເປັນສະມາຊິກກຸ່ມໂພຊະນາການ ຊຶ່ງໄດ້ຖືກຄັດເລືອກຈາກສະມາຊິກ ກພກ ພາຍໃນບ້ານ ໃຫ້ເປັນຄອບຄົວຕົວແບບສວນຄົວໂພຊະນາການ. ນາງ ວັນໄຊ ໄມ້ຫົງຄໍາ ໄດ້ຮັບການຝຶກອົບຮົມການສ້າງສວນຄົວ ແລະ ການເຮັດຝຸ່ນບົ່ມ, ນ້ຳສະກັດຊີວະພາບ ຈາກເຄືອຂ່າຍຊາວກະສິກອນລາວ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງບຸນໃຕ້ ໂດຍການສະ  ໜັບສະໜູນຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ. ພາຍຫຼັງໄດ້ຮັບການຝຶກອົບຮົມ ນາງ ວັນໄຊ ໄດ້ສ້າງສວນຄົວໄວ້ເພື່ອບໍລິໂພກພາຍໃນຄອບຄົວຕົນເອງ ພ້ອມທັງໄດ້ປະກອບສ່ວນເຂົ້າໃນການສາທິດປຸງແຕ່ງອາຫານເສີມຢູ່ກຸ່ມໂພຊະນາການບ້ານ ໃນແຕ່ລະເດືອນ. ປັດຈຸບັນ ສວນຄົວຂອງນາງ ວັນໄຊ ອຸດົມໄປດ້ວຍຜັກກາດ, ຜັກບົ້ງ, ຜັກປັງ, ຖົ່ວພູ, ຖົ່ວຂົ້ວ, ຜັກຫົມ, ຜັກບົ່ວ ແລະ ຜັກຫອມປ້ອມ ແລະ ໃນຕໍ່ໜ້າ ນາງວັນໄຊ ມີແຜນທີ່ຈະປູກຜັກລະດູຝົນເພີ່ມຕື່ມເພື່ອຮັບປະກັນການບໍລິໂພກພາຍໃນຄອບຄົວ ໃຫ້ສະມາຊິກໃນຄອບຄົວ ໄດ້ກິນອາຫານຄົບໝວດໝູ່ ຖືກຫຼັກໂພຊະນາການ ເຮັດໃຫ້ມີສຸຂະພາບແຂງແຮງ.