ນົມແບ້ເພື່ອໂພຊະນາການ

Posting Date: 
03 Jun 2023

ນົມແບ້ເພື່ອໂພຊະນາການ

ໂດຍ: ພອນຄຳ ແກ້ວວິໄຊ, ໂພຊະນາການຂັ້ນບ້ານ, ທລຍ ເມືອງນາໝໍ້, ແຂວງອຸດົມໄຊ

            ໃນວັນທີ 24 ພຶດສະພາ 2023 ຜ່ານມາ, ທລຍ ເມືອງນາໝໍ້, ແຂວງອຸດົມໄຊ ໄດ້ຈັດກອງປະຊຸມໃຫ້ຄວາມຮູ້ທາງດ້ານໂພຊະນາການ ແລະ ນຳພາສະມະຊິກ ກຸ່ມໂພຊະນາການ (ກພກ) ບ້ານໝາກຈຸກ, ເມືອງນາໝໍ້, ແຂວງອຸດົມໄຊ ປຸງແຕ່ງອາຫານເສີມ (ຕົ້ມເຂົ້າປຽກໃສ່ນົມແບ້ ແລະ ຂົ້ວໄຂ່ໃສ່ນົມແບ້) ໃຫ້ແມ່ ແລະ ເດັກ 6-23 ເດືອນ ໃນນັ້ນ ໄດ້ມີສະມະຊິກເຂົ້າຮ່ວມທັງໝົດ 30 ຄົນ: ແມ່ຖືພາ 6 ຄົນ, ແມ່ລູກອ່ອນ 7 ຄົນ, ເດັກ 6-23 ເດືອນ ແລະ  ຜູ້ດູແລເດັກ 17 ຄົນ. ການປຸງແຕ່ງອາຫານໃນຄັ້ງນີ້ ສະມະຊິກ ກພກ ໝົດທຸກຄົນ ໄດ້ກິນອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການຫຼາຍຢ່າງ ເປັນຕົ້ນແມ່ນ ມີທາດໂປຼຕີນຈາກໄຂ່, ທາດແຄວຊຽມ, ໂປຼຕີນ, ໄຂມັນ, ວິຕາມິນເອ, ທາດເຫຼັກ ແລະ ສັງກະສີ ຈາກນົມແບ້ ຊຶ່ງຈະເຮັດໃຫ້ສະມາຊິກ ກພກ ກຸ່ມເປົ້າໝາຍທັງໝົດ ໄດ້ສານອາຫານພຽງພໍ ຊ່ວຍໃຫ້ເຂົາເຈົ້າມີສຸຂະພາບແຂງແຮງ.