ການລຽ້ງສັດ ເພື່ອແກ້ໄຂຄວາມທຸກຍາກຂອງສະມາຊິກ ກຊກ ບ້ານຫ້ວຍຫຼ້າ

Posting Date: 
16 Jun 2023

ການລຽ້ງສັດ ເພື່ອແກ້ໄຂຄວາມທຸກຍາກຂອງສະມາຊິກ ກຊກ ບ້ານຫ້ວຍຫຼ້າ

ໂດຍ: ສົມຈິດ ສູລີຍາ, ປັບປຸງຊີວິດການເປັນຢູ່ ຂັ້ນບ້ານ, ທລຍ ເມືອງໃໝ່

        ບ້ານຫັວຍຫຼ້າ ເປັນບ້ານຊົນເຜົ່າໄທຂາວ ຂຶ້ນກັບເມືອງໃໝ່, ແຂວງຜົ້ງສາລີ ຊຶ່ງຕັ້ງຫ່າງຈາກເທດສະບານເມືອງ 105 ກິໂລແມັດ. ບ້ານຫັວຍຫຼ້າ ປະກອບມີ 35 ຄົວເຮືອນ, ໃນນັ້ນ ມີ 30 ຄົວເຮືອນທູກຍາກ, ມີພົນລະເມືອງ ທັງໝົດ 204 ຄົນ, ຍິງ 110 ຄົນ. ບ້ານດັ່ງກ່າວ ມີເນື້ອທີ່ທໍາການຜະລິດ 34 ເຮັກຕາ, ອາຊີບຕົ້ນຕໍຂອງປະຊາຊົນພາຍໃນບ້ານ ແມ່ນເຮັດນາ ແລະ ເຮັດສວນ, ປູກພືດ ແລະ ລຽ້ງສັດນ້ອຍ ແລະ ສັດໃຫ່ຍ ເປັນອາຊີບສຳຮອງ. ບ້ານຫ້ວຍຫຼ້າ ເປັນບ້ານເປົ້າໝາຍຊູດທີ 1 ຂອງໂຄງການກອງທຶນຫຼຸດຜອ່ນຄວາມທູກຍາກ(ທລຍ) 3 ໄລຍະເພີ່ມທຶນ ຊຶ່ງບ້ານດັ່ງກ່າວໄດ້ຮັບການສະໝັບສະໝູນກິດຈະກໍາປັບປູງຊິວິດການເປັນຢູ່ ມາແຕ່ປີ 2020  ແລະ ໜຶ່ງໃນບັນດາກິດຈະກໍາ ແມ່ນໄດ້ສ້າງຕັ້ງກູ່ມຊວ່ຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຈໍານວນ 2 ກຸ່ມ, ມີສະມາຊີກທັງໝົດ 30 ຄົນ, ຍິງ 29 ຄົນ. ທລຍ ໄດ້ສະໝອງເງິນຕົ້ນທຶນບ້ານໃຫ້ກຸ່ມ ກຊກ ທັງໝົດ 65.424.000 ກີບ ແລະ ນອກຈາກນັ້ນ ຄະນະບໍລິຫານກອງທຶນ ກຊກ (ຄບກ) ຍັງໄດ້ຕິດຕາມການຝາກເງິນປະຈຳເດືອນຂອງສະມາຊິກ ກຊກ ພາຍໃນບ້ານ ໂດຍເປັນເອກກະພາບຕົກລົງກັນ ຝາກເງິນເດືອນລະ 20.000 ກີບ ຊຶ່ງມາຮອດປະຈູບັນ ມີເງິນຝາກຂອງສະມາຊິກ ທັງໝົດ 16.800.000 ກີບ. ສະມາຊິກ ກຊກ ໄດ້ຢືມເງິນຈາກກອງທຶນ ກຊກ ຈໍານວນ 59.000.000 ກີບ ເພື່ອນໍາໄປລຽ້ງເປັດ, ໄກ່, ໝູ, ແລະ ແບ້ ຊຶ່ງໃຊ້ເວລາໃນການລຽ້ງ ແຕ່ 6-12 ເດືອນ ໂດຍອີງຕາມສັນຍາການກູ້ຢືມ. ສາມະຊິກຜູ້ກູ້ຢືມເງິນ ສາມາດສ້າງຜົນກຳໄລຈາກການຂາຍສັດ ທັງໝົດ 31.300.000ກີບ ແລະ ສາມາດສົ່ງຕົ້ນທຶນ ແລະ ດອກເບ້ນຄືນໃຫ້ກອງທຶນ ກຊກ ໄດ້ 100%. ລາຍຮັບດັ່ງກ່າວ ແມ່ນຫຼາຍສົມຄວນ ເມື່ອທຽບໃສ່ເມື່ອກ່ອນ ແລະ ໄດ້ປະກອບສ່ວນເຮັດໃຫ້ແຕ່ລະຄົວຄອບມີຊີວິດການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ.