ທລຍ ເມືອງສຳພັນ ສຳເລັດຈັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ

Posting Date: 
19 Jun 2023

ລຍ ເມືອງສຳພັນ ສຳເລັດຈັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ

ໂດຍ: ເກຍເອີ ລາວມາ, ໂພຊະນາການຂັ້ນເມືອງ, ທລຍ ເມືອງສຳພັນ, ແຂວງຜົ້ງສາລີ

          ໃນວັນທີ 7 ມິຖຸນາ 2023ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍເມືອງສຳພັນ ໄດ້ຈັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ຢູ່ຫ້ອງປະຊຸມສະໂມສອນເມືອງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນຮຽງ ແສນສຸລິນ, ກຳມະການປະຈຳພັກເມືອງ, ຮອງເຈົ້າເມືອງ ເມືອງສໍາພັນ ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນເມືອງ ແລະເປັນປະທານຮ່ວມຂອງທ່ານ ປອ ວົງປະພັນ ມະນິວົງ,ຮອງຜູ້ອຳນວຍ ທລຍ ແລະ ການເຂົ້າຮ່ວມຂອງຜູ້ຊ່ວຍປະສານງານ ທລຍ ຂັ້ນແຂວງ, ຜູ້ຕາງໜ້າຈາກຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ຜູ້ຕາງໜ້າຈາກໂຄງການພັດທະນາຕ່າງໆ ພາຍໃນເມືອງ, ທີມງານ ທລຍ ຂັ້ນເມືອງ, ຂັ້ນບ້ານ ແລະ ຕົວແທນຈາກ 12 ບ້ານເປົ້າໝາຍ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 15 ທ່ານ.

          ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ຮັບຮອງເອົາແຜນພັດທະນາຂັ້ນບ້ານ ໃນບ້ານເປົ້າໝາຍຊຸດທີ 2 ຂອງ ໂຄງການ ທລຍ ໂດຍອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ.

          ໃນບັ້ນກອງປະຊຸມ ທ່ານ ຄຳຫຼ້າສຸວັນນາ, ຫົວໜ້າທີມງານ ທລຍ ເມືອງ ໄດ້ນຳສະເໜີ ປະຫວັດຄວາມເປັນມາຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ, ຂະບວນການວາງແຜນພັດະນາບ້ານ, ​ບັນດາລາຍການກິດຈະກໍາທີ່ ໂຄງການ ທລຍ ໃຫ້ການສະໜັບສະໜູນ ແລະ ບໍ່ສະໜັບສະໜູນ. ຈາກນັ້ນ ບັນດາຕົວແທນຈາກບ້ານເປົ້າໝາຍ ໄດ້ຂຶ້ນນຳສະເໜີ ບຸລິມະສິດຄວາມຕ້ອງການແຜນພັດທະນາບ້ານຂອງຕົນ ໃນໄລຍະ 5 ປີ (2021-2025) ຊຶ່ງລວມທັງໝົດ 82 ບຸລິມະສິດ, ໃນນັ້ນ ຂະແໜງການກະສິກຳ ແລະ ປ່າໄມ້ ກວມເອົາ 46 ກິດຈະກໍາ ເທົ່າກັບ 56%, ຂະແໜງ ສາທາລະນະສຸກ ກວມເອົາ 16 ກິດຈະກໍາ ເທົ່າກັບ 19.5%, ຂະແໜງໂຍທາທິການ ແລະ ຂົນສົ່ງ ກວມເອົາ 16 ກິດຈະກໍາ ເທົ່າກັບ 19.5% ແລະ ອື່ນໆ 4 ກິດຈະກໍາ ເທົ່າກັບ 5%.

ຜ່ານການປຶກສາຫາລື ແລະ ປະກອບຄໍາຄິດເຫັນ, ກອງປະຊຸມ ໄດ້ຕົກລົງຮັບຮອງເອົາການສະໜັບສະໜູນບັນດາກິດຈະກຳໂຄງການຍ່ອຍພື້ນຖານໂຄງລ່າງທັງໝົດ  12 ບຸລິມະສິດຊຶ່ງປະກອບດ້ວຍ: ການສ້ອມແປງເສັ້ນທາງເຂົ້າຫາເຂດຜະລິດ 3 ບ້ານ, ການສະໜອງອຸປະກອນລ້ອມເຂດລ້ຽງສັດ 6 ບ້ານ,ແລະການສ້າງເຮືອນອາຫານກຸ່ມໂພຊະນາການ 3 ບ້ານ.

ໃນຕອນທ້າຍຂອງກອງປະຊຸມ ປະທານກອງປະຊຸມ ໄດ້ມີຄຳຄິດຄຳເຫັນໂອ້ລົມ ຕໍ່ກອງປະຊຸມວ່າ: ໃຫ້ເອົາໃຈໃສ່ການປະສານງານກັບແຕ່ລະພາກສ່ວນ, ການນຳໃຊ້ງົບປະມານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດແກ່ຜູ້ທຸກຍາກ ແລະ ຮັບປະກັນຄວາມຍຶນຍົງຂອງໂຄງການ, ການຈັດຕັ້ງປະຕິບັດກິດຈະກຳ ແມ່ນໃຫ້ຖືກຕາມລະດູການຂອງບັນດາກິດຈະກຳ ເພື່ອຄວາມສະດວກ ແລະ ຫຼິກລ້ຽງບັນຫາຕ່າງໆໃນເວຈັດຕັ້ງປະຕິບັດ. ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ຊຸກຍູ້ ປະຊາຊົນ ດຳເນີນການປູກພືດ, ລ້ຽງສັດ ນ້ອຍ-ໃຫຍ່ ໃຫ້ເປັນຂະບວນການ ແລະ ໃຫ້ເກີດເປັນຕົວແບບພາຍໃນບ້ານ ໃຫ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.