ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານສະນໍາຮະ

Posting Date: 
26 Jun 2023

ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານສະນໍາຮະ

 

ໂດຍ: ນາງ ສຸນິວອນ ບຸດສະທິ, ໂພຊະນາການຂັ້ນບ້ານ, ທລຍ ເມືອງສໍາພັນ, ແຂວງຜົ້ງສາລີ

         

ໃນວັນທີ 14 ມິຖຸນາ 2023 ຜ່ານມາ, ກຸ່ມໂພຊະນາການ (ກພກ) ບ້ານສະນຳຮະ, ເມືອງສຳພັນ, ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມໃຫ້ຄວາມຮູ້ທາງດ້ານໂພຊະນາການ ແລະ ສາທິດປຸງແຕ່ງອາຫານເສີມໃຫ້ແກ່ແມ່ຍິງຖືພາ 2 ຄົນ, ແມ່ລູກ ອ່ອນ 3 ຄົນ, ເດັກນ້ອຍ 0-5 ເດືອນ 3 ຄົນ, ເດັນອາຍຸ 6-23 ເດືອນ 6 ຄົນ ແລະ ຜູ້ດູແລເດັກ.

 

ການສາທິດປຸງແຕ່ງອາຫານເສີມຄັ້ງນີ້ ແມ່ນໄດ້ເຮັດເຂົ້າປຽກສູດໃໝ່ (ສູດທີ 9) ໂດຍມີສ່ວນປະກອບ ຄື: ຜົງເຂົ້າໜຽວ, ຜົງຖົ່ວຂຽວ, ນ້ຳມັນພືດ, ໝາກມ່ວງ ແລະ ນ້ຳຕົ້ມຮ້ອນ ໂດຍສະມາຊິກ ກພກ ທີ່ເຂົ້າຮ່ວມທຸກຄົນ ໄດ້ກິນອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການຫຼາຍຢ່າງ ເປັນຕົ້ນແມ່ນ ທາດແປ້ງ, ທາດໂປຼຕີນຈາກຖົ່ວຂຽວ, ທາດໄຂມັນດີ, ທາດວິຕາມິນຈາກໝາກໄມ້ ເພື່ອຊ່ວຍໃຫ້ເດັກໄດ້ຮັບສານອາຫານທີ່ດີ, ມີສຸຂະພາບແຂງແຮງ ພ້ອມທັງເຮັດໃຫ້ຜູ້ເປັນແມ່ໄດ້ຮຽນຮູ້ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານທີ່ມີໂພຊະນາການ.