ການຝືກອົບຮົມຂອບການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ

Posting Date: 
17 Jul 2023

ການຝືກອົບຮົມຂອບການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ

ໂດຍ: ເມືອງ ຈັນທິສອນ, ໂພຊະນາການ ທລຍ ເມືອງກວັນ

ໃນວັນທີ 30 ມິຖຸນາ 2023 ຜ່ານມາ, ຊຸດຝືກອົບຮົມຂອບການປົກປ້ອງສີ່ງແວດລ້ອມ ແລະ ສັງຄົມ ໄດ້ຈັດຂຶ້ນທີ່ເມືອງກວັນ, ແຂວງຫົວພັນ ໂດຍການເປັນປະທານຂອງ ທ່ານ ດາວເພັດ ພົມສຸວັນ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງກວັນ ແລະ ໃຫ້ກຽດ​ເຂົ້າ​ຮ່ວມຂອງ ທ່ານ ປອ. ວົງປະພັນ ມະນີວົງ, ຮອງຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ພ້ອມດ້ວຍ ​ທີ​ມງານ ທລຍ ສູນກາງ, ທລຍ ​ແຂວງ, ຄະນະຈັດສັນພື້ນທີ່ຂັ້ນເມືອງ, ຜູ້ຕາງໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ທລຍ ຂັ້ນເມືອງ ແລະ ຂັ້ນບ້ານ ຊຶ່ງມີຜູ້ເຂົ້າຮ່ວມ​​ທັງໝົດ27ທ່ານ (ຍິງ6 ທ່ານ).

ຈຸດປະສົງຂອງຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ ທລຍ ຂັ້ນເມືອງ, ທລຍ ຂັ້ນບ້ານ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຂອບ ແລະ ວິທີການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ທີ່ອາດຈະເກີດຂື້ນໃນການຈັດຕັ້ງປະຕິບັດກິດຈະກໍາ ໃນບັນດາບ້ານເປົ້າໝາຍຂອງໂຄງການ ທລຍ ຢູ່ເມືອງ ກວັນ.

ໃນບັ້ນຝຶກອົບຮົມຄັ້ງນີ້  ທ່ານ ດາວເພັດ ພົມສຸວັນ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງ ກວັນ ປະທານກອງປະຊຸມ ໄດ້ໂອ້ລົມ ແລະ ໄດ້ເນັ້ນໜັກ ໃຫ້ ທລຍ ຂັ້ນເມືອງ, ທລຍ ຂັ້ນບ້ານ  ແລະ ຂະແໜງ ການທີ່ກ່ຽວຂ້ອງຂັ້ນເມືອງ ນຳເອົາບົດຮຽນຕ່າງໆ ທີ່ຄູຝືກ ທລຍ ສຸນກາງ ທີ່ໄດ້ມາຝຶກໃຫ້ໃນຄັ້ງນີ້ ໄປຜັນຂະຫຍາຍເຜີຍແຜ່ຕໍ່ ໃຫ້ກັບອົງການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນຢູ່ພາຍໃນບ້ານເປົ້າໜາຍໂຄງການ ທລຍ ໃຫ້ມີຄວາມຮັບຮູ້  ແລະ ມີຄວາມເຂົ້າໃຈຕໍ່ກັບການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ເພື່ອຫຼີກລ້ຽງຕໍ່ຜົນກະທົບຕ່າງໆໃນເວລາກໍ່ສ້າງ ຫຼື ຫຼັງການກໍ່ສ້າງກິດຈະກຳຍ່ອຍ ຢູ່ພາຍໃນບ້ານ.