ສໍາເລັດຝຶກອົບຮົມວຽກງານໂພຊະນາການ ໃຫ້ແກ່ຄະນະ ກຸ່ມໂພຊະນາການບ້ານ ໃນບ້ານເປົ້າໝາຍຊຸດ 2

Posting Date: 
21 Jul 2023

ສໍາເລັດຝຶກອົບຮົມວຽກງານໂພຊະນາການ ໃຫ້ແກ່ຄະນະ ກຸ່ມໂພຊະນາການບ້ານ ໃນບ້ານເປົ້າໝາຍຊຸດ 2

ໂດຍ: ສົມພະວັນ ສຸມວິໄລ, ໂພຊະນາການບ້ານ, ທລຍ ເມືອງສໍາພັນ, ແຂວງຜົ້ງສາລີ

ໃນເດືອນມິຖຸນາ 2023 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງສໍາພັນ ແຂວງຜົ້ງສາລີ ໄດ້ຈັດຝຶກອົບຮົມ ວຽກງານໂພຊະນາການ ໃຫ້ແກ່ຄະນະ ໂພຊະນາການບ້ານ (ກພກ) ໃນບ້ານເປົ້າໝາຍຊຸດ 2 ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ໂດຍການເປັນຄູຝຶກຂອງພະນັກງານໂພຊະນາການບ້ານ ແລະ ການເຂົ້າຮ່ວມສັງເກດການຂອງຫົວໜ້າ ທລຍ ເມືອງ, ໂພຊະນາການຂັ້ນເມືອງ ແລະ ພະນັກງານປັບປຸງຊີວິດການເປັນຢູ່ຂັ້ນບ້ານ.

ເຂົ້າຮ່ວມເປັນນັກສໍາມະນາກອນໃນຄັ້ງນີ້ ປະກອບມີອົງການຈັດຕັ້ງບ້ານ ແລະ ຄະນະ ກພກ ລວມທັງໝົດ 97 ທ່ານ, ຍິງ 63 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຄະນະ ກພກ ໃຫ້ເຂົ້າໃຈພາລະບົດບາດໂດຍລວມ, ໜ້າທີ່ສະເພາະຂອງແຕ່ລະຄົນ ແລະ ຮັບຮູ້ກ່ຽວກັບບັນດາກິດຈະກໍາຍ່ອຍຂອງວຽກງານໂພຊະນາການ.

ໃນບັ້ນຝຶກອົບຮົມຄັ້ງນີ້ ໄດ້ມີການນໍາສະເໜີຫຼາຍຫົວຂໍ້ທີ່ສໍາຄັນ ເຊັ່ນ: ກິດຈະກໍາໂພຊະນາການ, ພາລະບົດບາດຂອງຄະນະ ກພກ, ຂັ້ນຕອນວີທີການຈັດກອງປະຊຸມໃຫ້ຄວາມຮູ້ດ້ານໂພຊະນາການ ແລະ ສາທິດການປຸງແຕ່ງອາຫານ, ແນະນໍາສູດອາຫານ ແລະ ການສະຫຼຸບເອກະສານ ກພກ 4 ຫົວ. ນອກຈາກນັ້ນ,ຍັງໄດ້ນໍາພາເຮັດຕົວຈິງ ການບັນທືກໃສ່ປື້ມບັນທືກທັງ 4 ຫົວ ແລະ ແບບຟອມຕ່າງໆ.

ພາຍຫຼັງຝຶກອົບຮົມ ບັນດາຄະນະ ກພກ ສາມາດເກັບກໍາໄດ້ຄວາມຮູ້ທີ່ຄູຝຶກໄດ້ນໍາສະເໜີໃນແຕ່ລະຫົວຂໍ້ ແລະ ຈະນໍາເອົາຄວາມຮູ້ດັ່ງກ່າວ ໄປຜັນຂະຫຍາຍນໍາພາ ສະມາຊິກ ກພກ ພາຍໃນບ້ານ ຈັດຕັ້ງປະຕິບັດວຽກງານໂພຊະນາການ ໃຫ້ເກີດຜົນປະໂຫຍດສູງສຸດ.