ກິດຈະກຳປັບປຸງຊີວິດການເປັນຢູ່ເພື່ອແກ້ໄຂຄວາມທຸກຍາກ ຢູ່ບ້ານນາກາງ, ເມືອງໃໜ່, ແຂວງຜົ້ງສາລີ

Posting Date: 
24 Jul 2023

ກິດຈະກຳປັບປຸງຊີວິດການເປັນຢູ່ເພື່ອແກ້ໄຂຄວາມທຸກຍາກ

ຢູ່ບ້ານນາກາງ, ເມືອງໃໜ່, ແຂວງຜົ້ງສາລີ

 

ໂດຍ ນາງ ທີບພາພອນ ພີມພາ, ປັບປຸງຊີວິດການເປັນຢູ່ ຂັ້ນບ້ານ, ທລຍ ເມືອງໃໜ່, ແຂວງຜົ້ງສາລີ

ບ້ານ ນາກາງ, ກຸ່ມເທດສະບານ ເມືອງໃໝ່ ເປັນບ້ານໜຶ່ງທີ່ນອນໃນ 24 ບ້ານເປົ້າໜາຍຊຸດທີ 1 ຂອງໂຄງການຫຼຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນ ຢູ່ເມືອງໃໝ່, ແຂວງຜົ້ງສາລີ. ບ້ານ ນາກາງ ໄດ້ເຂົ້າຮ່ວມປະຕິບັດກິດຈະກຳການຊ່ວຍເຫຼືອຂອງ ໂຄງການ ທລຍ 3 ໄລຍະເພີ່ມທຶນ ມາແຕ່ຕົ້ນປີ 2021 ເປັນຕົ້ນແມ່ນ ກິດຈະກໍາປັບປຸງຊີວິດການເປັນຢູ່ ຊຶ່ງໄດ້ສ້າງຕັ້ງ ກຸ່ມຊ່ອຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ໄດ້ 5 ກຸ່ມ, ມີສະມາຊິກທັງໜົດ 72 ຄົນ (ຍິງ 60 ຄົນ) ແລະ ໄດ້ຄັດເລືອກເອົາຄະນະກຳມະການບໍລິຫານກອງທຶນ ກຊກ ບ້ານ ຈຳນວນ 5 ທ່ານ ແລະ ໄດ້ຮັບການຝຶກອົບຮົມດ້ານການບັນຊີ ແລະ ການເງິນ ຈາກ ທລຍ ເພື່ອໃຫ້ສາມາດຄຸ້ມຄອງເງິນຕົ້ນທຶນ ແລະ ເງິນຝາກຂອງສະມາຊິກ ໄດ້ຢ່າງມີປະສິດທິພາບ. ສະມາຊິກ ກຊກ ຍັງໄດ້ເຂົ້າຮ່ວມຝຶກອົບຮົມເຕັກນິກການປູກ ແລະ ການລ້ຽງສັດ ກ່ອນທີ່ໄດ້ຮັບສິດໃນການຂໍກູ້ຢືມເງິນຕົ້ນທຶນ.

ທລຍ ໄດ້ສະໜອງເງິນຕົ້ນທຶນ ໃຫ້ ກຊກ ຊຸດທີ 1  ໃນກາງປີ 2021 ແລະ ຊຸດທີ 2 ໃນກາງປີ 2022 ຊຶ່ງເປັນຈຳນວນເງິນທັງໝົດ 147,872,000 ກີບ ແລະ ເງິນຝາກຂອງສະມາຊິກ ກຊກ ມາຮອດເດືອນມິຖຸນາ 2023 ມີຈຳນວນທັງໝົດ 45,200,000 ກີບ. ໃນຮອບວຽນທີ 1 ປີ 2021, ສາມາດປ່ອຍກູ້ໄດ້ 79,000,000 ກີບ ໃຫ້ແກ່ ສະມາຊິກ ກຊກ 28 ຄົນ ເພື່ອນໍາໃຊ້ເຂົ້າໃນການລົງທຶນໃສ່ກິດຈະກຳສ້າງລາຍຮັບ ເປັນຕົ້ນແມ່ນຄ້າຂາຍຍ່ອຍ ແລະ ການລ້ຽງສັດນ້ອຍ (ລ້ຽງສັດປີກ ແລະ ລ້ຽງໝູ) ໃນນີ້ ໄດ້ເອົາເງິນຝາກມາປ່ອຍກູ້ຈໍານວນ 16,000,000 ກີບ ຈາກເງິນຝາກທັງໝົດ 20,000,000 ກີບ ໂດຍໄລຍະການກູ້ ແມ່ນ 12 ເດືອນ ໃນອັດຕາດອກເບ້ຍ 1% ຕໍ່ເດືອນ. ໃນຮອບວຽນທີ 1 ຂອງການປ່ອຍກູ້, ສະມາຊິກ ກຊກ ສາມາດສົ່ງຕົ້ນທຶນຄືນ ແລະ ດອກເບ້ຍໄດ້ 100% (9,440,000 ກີບ). ສໍາລັບການປ່ອຍກູ້ໃນຮອບວຽນທີ 2 ແມ່ນ 98,000,000 ກີບ ໃຫ້ແກ່ສະມຊິກ ກຊກ ຈໍານວນ 26 ຄົນ ໃນນີ້ ໄດ້ປ່ອຍກູ້ຈາກເງິນຝາກ 9,000,000 ກີບ ໂດຍໄດ້ນໍາໄປລົງທຶນໃສ່ ກິດຈະກຳປັບປຸງຊີວິດການເປັນຢູ່ 5 ປະເພດ ຄື: ຕໍ່າຫູກ, ລ້ຽງໄກ່, ລ້ຽງເປັດ, ລ້ຽງໝູ ແລະ ລ້ຽງແບ້ ໃນໄລຍະການກູ້ຢືມ 12 ເດືອນ ແລະ ອັດຕາດອກເບ້ຍ 1% ຕໍ່ເດືອນ. ໃນຮອບວຽນທີ 2 ຂອງການປ່ອຍກູ້, ສະມາຊິກ ກຊກ 4 ຄົນ ສາມາດສົ່ງທຶນກູ້ກ່ອນກຳນົດໄດ້ 100% ແລະ ອີກ 22 ຄົນ ໄດ້ຈ່າຍດອກເບ້ຍ ເປັນປະຈໍາ.

 

ຜ່ານການຈັດຕັ້ງປະຕິບັດກິດຈະກຳສ້າງລາຍຮັບໃນໄລຍະຫຼາຍກວ່າ 30 ເດືອນ ເຫັນວ່າ ສະມາຊິກ ກຊກ ບ້ານນາກາງ ມີລາຍຮັບເພີ່ມຂຶ້ນຫຼາຍກວ່າໄລຍະກ່ອນການເຂົ້າຮ່ວມກິດຈະກຳປັບປຸງຊີວິດການເປັນຢູ່ ໂດຍສະເພາະ ມີລາຍຮັບເພີ່ມຂຶ້ນຈາກການຂາຍສັດ, ຂາຍສິ້ນ ແລະ ຄ້າຂາຍຍ່ອຍ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກ ກຊກ ມີທ່າອ່ຽງດີຂຶ້ນເທື່ອລະກ້າວ.