ຫົວໜ້າຫ້ອງການທະນາຄານໂລກ ເພື່ອການພັດທະນາແບບຍືນຍົງ ປະຈໍາພາກພື້ນອາຊີ ແລະ ປາຊິຟິກ ຢ້ຽມຢາມບ້ານເປົ້າໝາຍໂຄງການຂອງແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ

Posting Date: 
01 Aug 2023

ຫົວໜ້າຫ້ອງການທະນາຄານໂລກ ເພື່ອການພັດທະນາແບບຍືນຍົງ ປະຈໍາພາກພື້ນອາຊີ ແລະ ປາຊິຟິກ

ຢ້ຽມຢາມບ້ານເປົ້າໝາຍໂຄງການຂອງແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ

 

ໂດຍ: ແສງອາລຸນ ພິລາຈັນ, ວິຊາການກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

ໃນວັນທີ 20 ກໍລະກົດ 2023 ຜ່ານມາ, ທ່ານ ນາງ ແອນນາ ເວເລນສະຕນ (Ms. Anna Wellenstein), ຫົວໜ້າຫ້ອງການທະນາຄານໂລກ ເພື່ອການພັດທະນາແບບຍືນຍົງ ປະຈໍາພາກພື້ນອາຊີ ແລະ ປາຊິຟິກ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການຈັດຕັ້ງປະຕິບັດກິດຈະກໍາຮ່ວມກັນຂອງບັນດາໂຄງການທີ່ນອນໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການຢູ່ 4 ແຂວງພາກເໜືອ ທີ່ສະ  ໜັບສະໜູນໂດຍທະນາຄານໂລກ ຢູ່ບ້ານຫ້ວຍຫຼາ, ເມືອງຫຼາ, ແຂວງອຸດົມໄຊ ຊຶ່ງແຜນງານດັ່ງກ່າວ ປະກອບມີ: 1) ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ); 2) ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນເຂດຊົນນະບົດ; 3) ໂຄງການເຂົ້້າເຖິງການບໍລິການດ້ານສາທາລະນະສຸກ ແລະ ໂພຊະນາການ;ແລະ 4) ໂຄງການຂະຫຍາຍການສະໜອງນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ.

ໃນການລົງຢ້ຽມຢາມບ້ານຫ້ວຍຫຼາ ໃນຄັ້ງນີ້ ໄດ້ໃຫ້ກຽດຕ້ອນຮັບໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງ ແຂວງອຸດົມໄຊ ແລະ ການເຂົ້າຮ່ວມຂອງຫົວໜ້າພະແນກ/ຮອງຫົວໜ້າພະແນກທີ່ກ່ຽວຂ້ອງຂັ້ນແຂວງ, ທ່ານເຈົ້າເມືອງ, ຜູ້ອໍານວຍການ ທລຍ, ພະນັກງານໂຄງການ ທີ່ນອນໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ, ຕະຫຼອດຮອດ ຄະນະບ້ານ ແລະ ປະຊາຊົນ ພາໃນບ້ານຫ້ວຍຫຼາ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີຕ້ອນຮັບ ທ່ານ ສົມສັກ ໄຊຍະສິດ, ນາຍບ້ານ ບ້ານຫ້ວຍຫຼາ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ສະພາບລວມຂອງບ້ານ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກໍາຂອງບັນດາໂຄງການ ໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ ຢູ່ພາຍໃນບ້ານ ຊຶ່ງບ້ານຫ້ວຍຫຼາ ເປັນບ້ານໜຶ່ງທີ່ນອນຢູ່ໃນກຸ່ມບ້ານໂພນໄຊ ຂອງເມືອງຫຼາ, ແຂວງອຸດົມໄຊ; ມີໄລຍະທາງຫ່າງຈາກເທດສະບານເມືອງ 7,5 ກິໂລແມັດ ແລະ ຫ່າງຈາກເທດສະບານແຂວງ 21 ກິໂລແມັດ; ບ້ານໄດ້ສ້າງຕັ້ງຂຶ້ນໃນປີ 1964,ເປັນບ້ານຊົນເຜົ່າກຶມມຸ, ມີພົນລະເມືອງທັງໝົດ 367 ຄົນ (ຍິງ 207 ຄົນ), ມີ 74 ຄົວເຮືອນ ໃນນີ້ມີ 59 ຄົວເຮືອນທຸກ, ມີພົນລະເມືອງທຸກທັງໝົດ 290 ຄົນ (ຍິງ 142 ຄົນ); ອາຊີບສ່ວນໃຫຍ່ແມ່ນ ເຮັດໄຮ່, ເຮັດນາ, ເຮັດສວນ, ລ້ຽງສັດນ້ອຍ - ສັດໃຫຍ່, ເກັບກູ້ເຄື່ອງປ່າຂອງດົງ ແລະ ເຮັດບໍລິການຄ້າຂາຍຍ່ອຍ.

    ຈາກນັ້ນ, ຄະນະຜູ້ແທນ ໄດ້ເຂົ້າຢ້ຽມຊົມການວາງສະແດງກິດຈະກໍາຂອງບັນດາໂຄງການ ໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ ພ້ອມທັງໄດ້ຮັບຟັງການອະທິບາຍຮູບແບບ ແລະ ວິທີການຈັດຕັ້ງປະຕິບັດຂອງແຕ່ລະໂຄງການ ໂດຍສະເພາະແມ່ນການສາທິດການປຸງແຕ່ງອາຫານໃຫ້ແມ່ຍິງຖືພາ, ແມ່ລູກອ່ອນ ແລະ ເດັກ ອາຍຸ 6-23 ເດືອນ, ສາທິດການຮີດນົມແບ້ ເພື່ອເອົານົມມາປຸງແຕ່ງອາຫານເສີມໃຫ້ເດັກ 6-23 ເດືອນ. ຄະນະຜູ້ແທນ ຍັງໄດ້ຢ້ຽມຊົມການກໍ່ສ້າງຫ້ອງນໍ້າຂອງໂຮງຮຽນ ແລະ ການສາທິດການເຮັດອາຫານໃຫ້ສັດລ້ຽງ ໂດຍນໍາໃຊ້ວັດຖຸດິບທີ່ຫາໄດ້ໃນທ້ອງຖິ່ນ ເພື່ອເປັນການຫຼຸດຕົ້ນທຶນໃນການຊື້ອາຫານໃຫ້ສັດລ້ຽງ.

    ທ່ານ ນາງ ແອນນາ ເວເລນສະຕນ ໄດ້ໃຫ້ສໍາພາດຕໍ່ ທີມງານວິດີໂອຂັ້ນບ້ານ ແລະ ສື່ສານມວນຊົນທ້ອງຖິ່ນ ວ່າ: ຜ່ານການໄດ້ມາຢ້ຽມຢາມ ພົບປະປະຊາຊົນບ້ານຫ້ວຍຫຼາ ໃນຄັ້ງນີ້ ຂ້າພະເຈົ້າ ຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເຫັນການສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ ໂດຍສະເພາະ ແມ່ຍິງໄດ້ມີສ່ວນຮ່ວມໃນຂະບວນຕັດສິນໃຈບັນຫາຕ່າງໆ; ທະນາຄານໂລກ ໂດຍຜ່ານແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ ຍັງຈະສືບຕໍ່ຊ່ວຍເຫຼືອໃນການພັດທະນາບ້ານດັ່ງກ່າວ ແລະ ບ້ານເປົ້າໝາຍອື່ນ ເຊັ່ນ: ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເພື່ອເຮັດໃຫ້ເຂົາເຈົ້າ ມີຊີວິດການເປັນຢູ່ ແລະ ໂພຊະນາການ ທີ່ດີຂຶ້ນ.