ທລຍ ເມືອງໜອງແຮດ ມອບເງິນຕົ້ນທຶນໃຫ້ ກຊກ ບ້ານພັກຫຼັກ

Posting Date: 
28 Aug 2023

ທລຍ ເມືອງໜອງແຮດ ມອບເງິນຕົ້ນທຶນໃຫ້ ກຊກ ບ້ານພັກຫຼັກ

 

ໂດຍ: ສຸຫາ ຊົງປໍ, ພະນັກງານປັບປຸງຊີວິດການເປັນຢູ່ຂັ້ນບ້ານ, ທລຍ ເມືອງໜອງແຮດ

 

ໃນຕອນເຊົ້າຂອງວັນທີ 1 ສິງຫາ 2023 ຜ່ານມາ ທີມງານ ໂຄງການ ທລຍ ເມືອງໜອງແຮດ ແລະ ທລຍ ຂັ້ນບ້ານ ໄດ້ຈັດພິທີມອບ-ຮັບເງີນຕົ້ນທຶນມູນຄ່າ 184.380.000 ກີບ ໃຫ້ ບ້ານພັກຫຼັກ, ກຸ່ມບ້ານເທດສະບານ, ເມືອງໜອງແຮດ, ແຂວງຊຽງຂວາງ ພາຍໃຕ້ການເປັນປະທານຂອງທ່ານ ເຍ່ຍຈົງວຶ່, ເລຂາພັກບ້ານ, ນາຍບ້ານ ບ້ານພັກຫຼັກ, ພ້ອມດ້ວຍຄະນະ ແລະ ການເຂົ້າຮ່ວມຂອງບັນດາຄະນະບໍລິຫານກຸ່ມ​ຊ່ວຍ​ເຫຼືອກັນ (ຄບກ) ແລະ ສະມາຊິກ ກຸ່ມ​ຊ່ວຍ​ເຫຼືອກັນ (ກຊກ) ເຂົ້າຮ່ວມທັງໝົດ 65 ຄົນ, ຍິງ 50 ຄົນ.

ເປັນກຽດມອບ​ເງີ​ນຕົ້ນທຶນ​ຄັ້ງ​ນີ້ ​ໂດຍທ່ານ ເກົາວຶ່ ໝອກພູຂຽວ, ຫົວໜ້າທິມງານ ທລຍ ເມືອງໜອງແຮດ. ບ້ານພັກຫຼັກ ປະກອບມີກຸ່ມ ກຊກ 5 ກຸ່ມ, ມີສະມະຊິກ ກຊກ ທັງໝົດ 70 ຄົນ, ຍິງ 66 ຄົນ. ທ່ານ ເກົາວຶ່ ໝອກພູຂຽວ ​ໄດ້ກ່າວ​​ວ່າ: ຂໍໃຫ້ສະມະ​ຊິກ ກຊກ  ​ແລະ ຄະນະ ​ຄບກ ນໍາໃຊ້ເງິນຕົ້ນທຶນທີ່​ໂຄງການ ທລຍ ໄດ້​ນຳ​ມາ​ມອບ​ໃຫ້ໃນຄັ້ງ​ນີ້​ ໃຫ້​ເກີດ​ດອກອອກຜົນ ໂດຍສະເພາະແມ່ນນໍາໃຊ້ໃນການສົ່ງເສີມການປູກ, ການລ້ຽງ ໃຫ້ໄດ້ຮັບໝາກຜົນສູງສຸດ.

 

ໃນຕອນທ້າຍ ທ່ານ ເຍ່ຍຈົງວຶ່, ເລຂາພັກບ້ານ, ນາຍບ້ານ ບ້ານພັກຫຼັກ ໄດ້ມີຄຳເຫັນວ່າ: ໃນນາມການຈັດຕັ້ງບ້ານ ພ້ອມດ້ວຍ ສະມະຊິກ ກຊກ ທຸກຄົນ ຈະປະຕິບັດຕາມຄໍາແນະນໍາ ຂອງໂຄງການ ທລຍ ໂດຍຈະນຳໃຊ້ຕົ້ນທຶນດັ່ງກ່າວ ເປັນຈຸດລິເລີ່ມໃນການພັດທະນາຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.