ຄອບຄົວຕົວແບບ ໃນການສ້າງລາຍຮັບຈາກການລ້ຽງສັດ

Posting Date: 
01 Sep 2023

ຄອບຄົວຕົວແບບ ໃນການສ້າງລາຍຮັບຈາກການລ້ຽງສັດ

 ໂດຍ: ຈັນທີ ສີລິເດດ, ວິຊາການປັບປຸງຊີວິດການເປັນຢູ່ ຂັ້ນບ້ານ, ທລຍ ເມືອງຄໍາ, ແຂວງຊຽງຂວາງ

ນາງ ນິດ ແລະ ຄອບຄົວ ອາໃສຢູ່ບ້ານພຽງດ້າງ, ຂຶ້ນກັບກຸ່ມບຸນຖິ່ນ, ເມືອງຄໍາ ແຂວງຊຽງຂວາງ ຊຶ່ງບ້ານດັ່ງກ່າວ ຫ່າງຈາກຕົວເມືອງ 84  ກິໂລແມັດ ແລະ ເປັນບ້ານເປົ້າໝາຍຊຸດທີ່ 1 ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ. ຄອບຄົວນາງ ນິດ ມີສະມາຊິກທັງໝົດ 4 ຄົນ (ຍິງ 2 ຄົນ). ນາງ ນິດ ແລະ ຜົວຂອງລາວ ໄດ້ມີໂອກາດເຂົ້າຮ່ວມຮັບຟັງການແນະນໍາກຽວກັບໂຄງການ ທລຍ ໂດຍສະເພາະການສ້າງຕັ້ງກຸ່ມຊ່ວຍເຫຼືອກັນ (ກຊກ) ແລະ ເຮັດໃຫ້ ນາງ ນິດ ແລະ ຜົວ ເຂົ້າໃຈເຖິງຈຸດປະສົງຂອງໂຄງການ ທລຍ ທີ່ຈະສະໜັບສະໜູນຊ່ວຍຄອບຄົວທຸກຍາກພາຍໃນບ້ານ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ. ຫຼັງຈາກນັ້ນ ນາງ ນິດ ແລະ ຄອບຄົວ ໄດ້ຕົກລົງກັນເຂົ້າເປັນສະມາຊິກ ກຊກ. ນັບແຕ່ຕົ້ນປີ 2021 ເປັນຕົ້ນມາ, ນາງນິດ ໄດ້ເຂົ້າຮ່ວມກອງປະຊຸມ ກຊກ ແລະ ຝາກເງິນກັບກອງທຶນ ກຊກ ຢ່າງເປັນປົກກະຕິ ຊຶ່ງມາຮອດປະຈຸບັນ ນາງ ນິດ ໄດ້ຝາກເງິນກັບກອງທຶນ ກຊກ ທັງໝົດ 355.000 ກີບ. ນອກຈາກນັ້ນ ນາງ ນິດ ແລະ ຜົວ ຍັງໄດ້ເຂົ້າຮ່ວມຝຶກອົບຮົມເຕັກນິກການປູກ-ການລ້ຽງ ທີ່ຈັັດໂດຍໂຄງການ ທລຍ ໂດຍສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ.

 

ຄອບຄົວ ນາງ ນິດ ໄດ້ກູ້ຢືມເງິນຈາກກອງທຶນ ກຊກ ຈໍານວນ 5.000.000 ກີບ ເພື່ອລົງທຶນຊື້ໝູນ້ອຍ ຈໍານວນ 10 ໂຕ ມາລ້ຽງ (ລາຄາໝູນ້ອຍ ໂຕລະ 500.000 - 600.000 ກີບ) ເປັນໄລຍະ 15 - 30 ມື້ ເພື່ອໃຫ້ນໍ້າໜັກເພີ່ມຂຶ້ນ ແລ້ວຂາຍອອກ ປະມານ 850.000 ກີບ ຕໍ່ໂຕ. ໃນ 1 ປີ ຄອບຄົວ ນາງ ນິດ ໄດ້ຊື້ໝູນ້ອຍເຂົ້າມາລ້ຽງ ແລ້ວຂາຍອອກ 9 ຄັ້ງ ໂດຍໄດ້ກໍາໄລທັງໝົດ 20.250.000 ກີບ ຕໍ່ປີ. ນອກຈາກນີ້, ຄອບຄົວ ນາງ ນິດ ຍັງໄດ້ລ້ຽງໄກ່ ໂດຍສາມາດສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ 10.000.000 ກີບ ຕໍ່ປີ, ລວມລາຍຮັບຈາກການລ້ຽງໝູ ແລະ ໄກ່ ແມ່ນ 30.250.0000 ກີບ/ປີ. ການສ້າງລາຍຮັບຈາກການລ້ຽງໝູ ແລະ ໄກ່ ຂອງຄອບຄົວນາງ ນິດ ໄດ້ກາຍເປັນແບບຢ່າງໃຫ້ຄອບຄົວອື່ນ ແລະ ສາມາດເປັນບ່ອນຮຽນຮູ້ ພາຍໃນບ້ານພຽງດ້າງ ແລະ ບ້ານໃກ້ຄຽງ.