ປະກາດຮັບສະໝັກພະນັກງານຂັ້ນບ້ານ(ພະນັກງານຮາກຖານ) ລົງເຮັດວຽກຢູ່ຂັ້ນບ້ານ ສຳລັບນັກສຶກສາຈົບໃໝ່ ປະຈໍາຢູ່ເມືອງໜອງແຮດ ແຂວງຊຽງຂວາງ

Country: 
Lao PDR
Project: 
ກອງທຶນຫລຸດຜ່ອນຄວາມທຸກຍາກ III - ໄລຍະທືນເພີ້ມທືນ
Position Description: 
ຕຳແໜ່ງງານ ອາສາສະໝັກ (ພະນັກງານຮາກຖານ) ລົງເຮັດວຽກຢູ່ຂັ້ນບ້ານ ດ້ານວຽກໂພຊະນາການ
Grant No.: 
IDA-AF-6506
Project No.: 
P168620
Date of Issue: 
Monday, September 11, 2023
Closing Date: 
Thursday, September 21, 2023

 

ກະຊວງກະສິກຳ ແລະ ປ່າໄມ້

ກອງທຶນຫລຸດຜ່ອນຄວາມທຸກຍາກ III - ໄລຍະທືນເພີ້ມທືນ

ເງິນກູ້ເລກທີ: IDA-AF-6506, ລະຫັດໂຄງການ. P168620

 ປະກາດຮັບສະໜັກພະນັກງານ - Request for Expression of Interest (EOI)

ຕຳແໜ່ງງານ ອາສາສະໝັກ (ພະນັກງານຮາກຖານ) ລົງເຮັດວຽກຢູ່ຂັ້ນບ້ານ

 ດ້ານວຽກໂພຊະນາການ ສຳລັບນັກສຶກສາຈົບໃໝ່

 

ລັດຖະບານ ສປປ ລາວ ໄດ້ຮັບທືນກູ້ຢືມ ຈາກສະມາຄົມພັດທະນາສາກົນ (IDA) ຂອງທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການກອງທຶນຫລູດຜ່ອນຄວາມທຸກຍາກ III - ໄລຍະທຶນເພີ້ມເຕີມ ແລະ ມີຈຸດປະສົງທີ່ຈະນໍາໃຊ້ທຶນສ່ວນໜຶ່ງ ເຂົ້າໃນການວ່າຈ້າງພະນັກງານຕໍາແໜ່ງ ພະນັກງານຂັ້ນບ້ານ (ກໍ່ສ້າງຮາກຖານ) ວຽກປັບປຸງຊີວິດການເປັນຢູ່ ແລະ ວຽກໂພສະນາການ. ການຫັນເອົານັກສຶກສາວິຊາຊີບຈົບໃໝ່ ລົງເຮັດວຽກຮາກຖານ ດ້ານປັບປຸງຊີວິດການເປັນຢູ່ ແກ້ໄຂບັນຫາໂພຊະນາການ ແລະ ຄວາມທຸກຍາກ ໃນໄລຍະແຕ່ປີ ແມ່ນເພື່ອແກ້ໄຂຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ ໃຫ້ແກ່ຊຸມຊົນ. ຈຸດປະສົງຕົ້ນຕໍໜ້າທີ່ຮັບຜິດຊອບ ຂອງພະນັກງານຂັ້ນບ້ານ (ຮາກຖານ) ສຳລັບນັກສຶກສາຈົບໃໝ່ ມີໜ້າທີຮັບຜິດຊອບ ໃຫ້ການສະໜັບສະໜູນບ້ານເປົ້າໝາຍຂອງໂຄງການທີ່ຖືກມອບໝາຍໃຫຮັບຜິດຊອບ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆທີ່ໄດ້ກຳນົດໄວ້ຂອງໂຄງການ ລວມທັງການລົງຕິດຕາມ ແລະ ໃຫ້ຄໍາແນະນໍາດ້ານວິຊາການ ແລະ ໃຫ້ການຊ່ວຍເຫລືອຊາວບ້ານ, ການນໍາໃຊ້ສື່ຊ່ວຍໃນການຮຽນຮູ້ຂອງຊຸມຊົນດ້ວຍກັນ, ການອອກແບບ ແລະ ຈັດຕັ້ງປະຕິບັດບັນດາກິດຈະກຳດ້ານຕ່າງໆລວມທັງການລົງຕິດຕາມຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອເຮັດໃຫ້ຊຸມຊົນສາມາດບັນລຸໄດ້ຈຸດປະສົງຂອງໂຄງການ.

 ໂຄງການກອງທຶນຫລູດຜ່ອນຄວາມທຸກຍາກ ປະຈຳເມືອງໜອງແຮດ, ແຂວງຊຽງຂວາງ ຂໍເຊີນບັນດານັກສຶກສາຈົບໃໝ່ ຜູ້ທີ່ສົນໃຈ ທີ່ມີເງື່ອນໄຂຖືກຕ້ອງຕາມທີ່ໄດ້ກຳນົດໄວ້ຂ້າງລຸຸ່ມ ຍື່ນເອກະສານສະໝັກ ພ້ອມເອກະສານອ້າງອີງຕ່າງໆທີ່ກ່ຽວຂ້ອງ ລວມທັງຊີວະປະຫວັດ ແລະ ໃບ​ປະ​ກາດ​ຊະ​ນີ​ຍະ​ບັດ ເພື່ອເປັນບ່ອນອ້າງອີງໃນການຄັດເລືອກ.

 ຂໍ້ກຳນົດເງື່ອນໄຂ ຂອງຜູ້ສະໝັກ ຕຳແໜ່ງ ພະນັກງານຂັ (ພະນັກງານຮາກຖານ) ສຳລັບນັກສຶກສາຈົບໃໝ່ ປະກອບມີ ດັ່ງນີ້:

 1.      ຕຳແໜ່ງ ອາສາສະໝັກ ດ້ານວຽກງານໂພຊະນາການ ສຳລັບນັກສຶກສາຈົບໃໝ່

-          ເປັນນັກສຶກສາທີ່ຮຽນຈົບ ແລະ ມີໃບປະກາດຊະນີຍະບັດຊັ້ນປຣິນຍາຕີ ຫລື ອານຸປຣິນຍາ ໃນສາຂາສຸຂະພາບ ແລະ ວິທະຍາສາດການແພດ ຫລື ໃນຫົວຂໍ້ທີ່ຕິດພັນກັບໂພຊະນາການ;

                  -          ມີຄວາມຮູ້ ກ່ຽວກັບກິດຈະກຳ, ໂພຊະນາການ, ການສົ່ງເສີມບົດບາດຍິງຊາຍ ແລະ ການສ້າງຕັ້ງກຸ່ມດ້ານສັງຄົມ (ຕົວຢ່າງ: ກຸ່ມທ້ອນ/ຝາກເງິນ, ກຸ່ມຫັດຖະກຳ ແລະ ກຸ່ມສ້າງລາຍຮັບໃຫ້ຄົວເຮືອນ);

                 -          ມີທັກສະການນຳໃຊ້ຄອມພິວເຕີ (MS Word, Excel) ແລະ ສື່ອອນລາຍຕ່າງໆ;

                 -          ເປັນຄົນທີ່ຢູ່ກັບບ້ານທີ່ຕົນຈະຮັບຜິດຊອບ ແລະ ສາມາດເດີນທາງລົງເຮັດວຽກພາກສະໜາມໃນເຂດຫ່າງໄກສອກຫລີກ ແລະ ສາມາດພັກເຊົ່າຢູ່ໃນບ້ານປະຊາຊົນ ທີ່ຕົນເອງຈະປະຈຳການໄດ້.

                 -          ມີຄວາມຮູ້ ແລະ ສາມາດປາກພາສາຊົນເຜົ່າໃດໜຶ່ງໄດ້ ຈະເປັນການດີ (ພາສາມົ້ງ, ກຶມມຸ, ອາຄາ);

                 -          ສາມາດຂັບຂີ່ລົດຈັກ ແລະ ມີໃບຂັບຂີ່;

                 -          ມີສຸຂະພາບແຂງແຮງ ແລະ ສາມາດປະຕິບັດວຽກໄດ້ໃນຕະຫລອດອາຍຸຂອງສັນຍາ.

                 -          ຕ້ອງແມ່ນຄົນພາຍໃນເມືອງໜອງແຮດ ຫຼື ຢູ່ບ້ານເປົ້າໝາຍແຫ່ງເປັນການດີ

 ການຄັດເລືອກ ແມ່ນດຳເນີນພາຍໃຕ້ຮູບແບບວ່າຈ້າງບຸກຄົນ ໂດຍອີງຕາມຂັ້ນຕອນທີ່ໄດ້ກຳນົດໄວ້ ແລະ ຂໍ້ກຳນົດທີ່ໄດ້ລະບຸໃນວັກ 3.14 ເຖິງ 3.17 ຂອງລະບຽບການຈັດຊື້ ຂອງທະນາຄານໂລກ ສຳລັບຜູ້ກູ້ຢືມ IPF, ລົງວັນທີກໍລະກົດ 2016, ປັບປຸງເດືອນ ພະຈິກ 2017 ແລະ ເດືອນ ສິງຫາ 2018

             ຂໍ້ມູນເພີ່ມເຕີມລວມທັງຂໍ້ກຳນົດເງື່ອນໄຂການອ້າງອີງຕ່າງໆ ສາມາດພົວພັນເອົາໄດ້ ຕາມທີ່ຢູ່ຂ້າງລຸ່ມນີ້ ໃນເວລາເຮັດວຽກ ນັບແຕ່ເວລາ 08:00 ໂມງ ຫາ 16:00 ໂມງ, ແຕ່ວັນ ຈັນ ເຖິງ ວັນ ສຸກ ຫລື ພົວພັນຫ້ອງການ ທລຍ ເມືອງໜອງແຮດ, ແຂວງຊຽວຂວາງໂທ: 061 213 004, 020 23884488 ແລະ 020 22885356

 ເອກະສານຍື່ນສະໜັກ ຕ້ອງສົ່ງເປັນລາຍລັກອັກສອນ ເຖິງທີ່ຢູ່ຂ້າງລຸ່ມ ດ້ວຍຕົນເອງ ບໍ່ໃຫ້ກາຍເວລາ 16:00 ໂມງ ຂອງວັນທີ 08-21/09/2023  ທີ່ຢູ່ຫ້ອງການ ທລຍ ເມືອງລຸ່ມນີ້:

 

ກອງທຶນຫລຸດຜ່ອນຄວາມທຸກຍາກ ເມືອງ: ໜອງແຮດ, ແຂວງຊຽງຂວາງ

           ຕັ້ງຢູ່: ບ້ານ ໜອງຂຽວ ເມືອງ ໜອງແຮດ, ແຂວງຊຽງຂວາງ

          ໂທ: 061 213 004, 020 2388 4488 ແລະ 020 2288 5356