ສ້າງລາຍຮັບຈາກການລ້ຽງສັດ ເພື່ອປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກ

Posting Date: 
23 Oct 2023

ສ້າງລາຍຮັບຈາກການລ້ຽງສັດ ເພື່ອປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກ

 

ໂດຍ:ເອິເພີ ປໍສະ, ປັບປຸງຊີວິດການເປັນຢູ່ຂັ້ນບ້ານ, ທລຍ ເມືອງສຳພັນ, ແຂວງຜົ້ງສາລີ

 

ຄອບຄົວນາງດອນ ແມ່ນຄອບຄົວໜຶ່ງທີ່ອາສຢູ່ບ້ານມົກພະ,ຂື້ນກັບກຸ່ມສະນຳຮະ, ເມືອງສໍາພັນ, ແຂວງຜົ້ງສາລີ, ຫ່າງຈາກຕົວເມືອງ 47 ກິໂລແມັດ ຊຶ່ງບ້ານມົກພະ ເປັນບ້ານເປົ້າໝາຍຊຸດທີ1 ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ.ຄອບຄົວນາງ ດອນມີສະມາຊິກທັງໝົດ 8 ຄົນ,ຍິ4ຄົນ, ເດັກອຍຸ1-18 ປີ 3ຄົນ.  ນາງ ດອນໄດ້ເຂົ້າເປັນສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ)ໃນທ້າຍປີ2020ແລະ ໄດ້ເຂົ້າຮ່ວມກອງປະຊຸມກຊກ ແລະໄດ້ທ້ອນເງິນກັບກອງທຶນ ກຊກເປັນປົກກະຕິຈົນຮອດປະຈຸບັນ ຄອບຄົວຂອງລາວ ມີເງິນຝາກສະສົມທັງໝົດ350,000ກີບ. ນອກຈາກນັ້ນ ນາງ ດອນ ຍັງໄດ້ຮັບການຝືກອົບຮົມເຕັກນີກການປູກ-ການລ້ຽງຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍການສະໜັບສະໜຸນທຶນຝຶກອົບຮົມຈາກ ໂຄງການ ທລຍ. ພາຍຫຼັງໄດ້ຮັບການຝືກອົບຮົມແລ້ວ ນາງດອນໄດ້ອະທິບາຍໃຫ້ສະມາຊິກຄອບຄົວຂອງລາວເຂົ້າໃຈເຖີງການສ້າງລາຍຮັບພາຍໃນຄອບຄົວ. ໃນຕົ້ນປີ 2023 ລາວ ໄດ້ກູ້ຢືມເງິນຈາກກອງທຶນ ກຊກ ຈຳນວນ3,000,000 ກີບ ໃນອັດຕາດອກເບ້ຍ1%ຕໍ່ເດືອນຊຶ່ງຖືວ່າເປັນການເຂົ້າເຖີງແຫຼ່ງທຶນກູ້ຄັ້ງທຳອີດຂອງຄອບຄົວລາວ ໂດຍໄດ້ນຳເອົາເງິນຈຳນວນທີ່ໄດ້ກູ້ຢືມສົມທົບກັບເງິນທຶນຂອງຄອບຄົວ ໄປຊື້ ໝູພໍ່ພັນ1ໂຕ ລາຄາ 1,000,000 ກີບ;ເປັດໃຫຍ່30 ໂຕ ລາຄາ 50,000/ໂຕ;ເປັດນ້ອຍ24 ຄູ່ ລາຄາ30,000ກີບ/ຄູ່;ໄກ່ແມ່4 ໂຕ ລາຄາ80,000ກີບ/ໂຕ; ແລະ ໄກ່ພໍ່ພັນ1ໂຕລາຄາ80,000 ກີບ/ໂຕ.

ມາຮອດປະຈຸບັນຄອບຄົວນາງ ດອນ ສາມາດຂາຍໝູນ້ອຍຈຳນວນ 30ກິໂລກຣາມ ຄິດເປັນເງິ3,000,000ກີບ; ຂາຍເປັດ ຈໍານວນ 46 ກິໂລກຣາມ ຄິດເປັນເງິນ 3,680,000 ກີບ; ຂາຍໄກ່ຈຳນວນ25ກິໂລກຣາມ ຄິດເປັນເງີນ1,875,000 ກີບ;ແລະ ໄດ້ເອົາເປັດ ແລະ ໄກ່ ຈໍານວນ 48 ກິໂລກຣາມປຸງແຕ່ງເປັນອາຫານກິນໃນຄອບຄົວຄິດເປັນເງິນ3,840,000 ກີບ.

ຫຼັງຈາກຫັກເງິນຕົ້ນທຶນໃຫ້ກອງທຶນ ກຊກຈຳນວນ 3,000,000ກີບ ຄອບຄົວຂອງລາວໄດ້ມີກຳໄລ 9,395,000 ກີບ ແລະປະຈຸບັນຍັງມີໝູໄວ້ລ້ຽງ2 ໂຕ, ເປັດໃຫຍ່ 25ໂຕ, ໄກ່19 ໂຕ, ແລະເປັດນ້ອຍ 58 ໂຕ.