ລົງຊຸກຍູ້ຕິດຕາມຄອບຄົວຕົວແບບ ປູກຜັກໃນເຮືອນຮົ່ມ ຢູ່ບ້ານຫາດງາໃຕ້, ເມືອງສໍາພັນ

Posting Date: 
10 Nov 2023

ລົງຊຸກຍູ້​​ຕິດຕາມຄອບຄົວຕົວແບບ ປູກຜັກໃນ​​ເຮືອນຮົ່ມ ຢູ່ບ້ານຫາດງາໃຕ້, ເມືອງສໍາພັນ

ໂດຍ: ສົມພະວັນ ສຸມວິໄລ, ໂພຊະນາການບ້ານ, ທລຍ ເມືອງສໍາພັນ, ແຂວງຜົ້ງສາລີ

 

ໃນເດືອນຕຸລາ 2023 ຜ່ານມາ,ພະນັກງານ ທລຍ ຂັ້ນບ້ານ ໄດ້ລົງຊຸກຍູ້ຕິດຕາມ ຄອບຄົວຕົວແບບຂອງສະມາຊິກ ກຸ່ມໂພຊະນາການ (ກພກ) ທີ່ປູກຜັກສວນຄົວຢູ່ໃນເຮືອນຮົ່ມ ຢູ່ບ້ານຫາດງາໃຕ້, ເມືອງສໍາພັນ, ແຂວງຜົ້ງສາລີ. ຄອບຄົວ ນາງ ອ່ອນສີ ຈັນດາວົງ ໄດ້ຮັບການຝຶກອົບຮົມການສ້າງສວນຄົວ, ການເຮັດຝຸ່ນບົ່ມ, ນໍ້າສະກັດຊີວະພາບ ແລະ ນໍ້າຢາໄລ່ແມ້ງໄມ້ ຈາກເຄື່ອຂ່າຍຊາວກະສິກອນລາວ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສໍາພັນ ໂດຍການສະໜັບສະໜູນຂອງ ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ). ພາຍຫຼັງທີ່ໄດ້ຮັບການຝຶກອົບຮົມແລ້ວ ຄອບຄົວ ນາງ ອ່ອນສີ ໄດ້ສ້າງເຮືອນຮົ່ມເພື່ອປູກຜັກ ໄວ້ບໍລິໂພກພາຍໃນຄອບຄົວຕົນເອງ ແລະ ຍັງໄດ້ນໍາເອົາຜັກຢູ່ໃນສວນດັ່ງກ່າວ ໄປປະກອບສ່ວນເຂົ້າໃນເວລາປຸງແຕ່ງອາຫານໃຫ້ແກ່ແມ່ຍິງຖືພາ, ແມ່ລູກອ່ອນ ແລະ ເດັກ 6-23 ເດືອນ ໃນເວລາຈັດກອງປະຊຸມໃຫ້ຄວາມຮູ້ດ້ານໂພຊະນາການ ແລະ ສາທິດການປຸງແຕ່ງອາຫານ ຂອງກຸ່ມໂພຊະນາການບ້ານ. ປະຈຸບັນ ຄອບຄົວ ນາງ ອ່ອນສີ ໄດ້ປູກຜັກຫຼາຍຊະນິດ ຢູ່ໃນສວນເຮືອນຮົ່ມ ຊຶ່ງປະກອບມີຜັກທີ່ໂຄງການ ທລຍ ສະໜອງໃຫ້ ຄື: ຜັກກາດຊ່ອມ, ຜັກບົ້ງ, ຜັກປັງ, ຜັກຫົມ, ໝາກຖົ່ວຂົ້ວ, ໝາກຖົ່ວພູ ແລະ ນອກຈາກນັ້ນ ກໍຍັງມີຜັກພື້ນບ້ານອິກຈໍານວນໜື່ງ. ນອກຈາກ ປູກຜັກໄວ້ບໍລິໂພກພາຍໃນຄົວເຮືອນ, ຄອບຄົວ ນາງ ອ່ອນສີ ຍັງໄດ້ເອົາຜັກໄປຂາຍເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ. ນາງ ອ່ອນສີ ໄດ້ເວົ້າວ່າ: ພາຍຫຼັງໄດ້ເຂົ້າເປັນສະມາຊິກກຸ່ມໂພຊະນາການ ຂ້ອຍມີຄວາມຮູ້ສືກພາກພູມໃຈຫຼາຍ ທີ່ໄດ້ຮຽນຮູ້ເຕັກນິກໃໝ່ໆ ໃນການປູກຜັກ ແລະ ຍັງຮູ້ກ່ຽວກັບການກິນອາຫານໃຫ້ຖືກຫຼັກໂພຊະນາການ ເພື່ອເຮັດໃຫ້ມີສຸຂະພາບແຂງແຮງ.