ລົງຕິດຕາມສວນຄົວຕົວແບບໂພຊະນາການ ຢູ່ບ້ານຫ້ວຍມ່ວງ, ເມືອງກວັນ, ແຂວງຫົວພັນ

Posting Date: 
08 Dec 2023

ລົງຕິດຕາມສວນຄົວຕົວແບບໂພຊະນາການ ຢູ່ບ້ານຫ້ວຍມ່ວງ, ເມືອງກວັນ, ແຂວງຫົວພັນ

ໂດຍ: ໄທ່ມົວ ບຸນມີໄຊ, ໂພຊະນາການຂັ້ນບ້ານ, ທລຍ ເມືອງກວັນ, ແຂວງຫົວພັນ

ໃນວັນທີ 10 ພະຈິກ 2023ພະນັກງານໂພຊະນາການ ຂັ້ນບ້ານ, ທລຍ ເມືອງກວັນ, ແຂວງຫົວພັນ ຮ່ວມກັບ ກຸ່ມໂພຊະນາການ (ກພກ) ບ້ານຫ້ວຍມ່ວງ, ເມືອງກວັນ, ແຂວງຫົວພັນ ໄດ້ລົງຢ້ຽມຢາມສວນຄົວຂອງ ນາງ ຈື ເຊິ່ງໄດ້ຖືກຄັດເລືອກຈາກສະມາຊິກ ກພກ ພາຍໃນບ້ານ ໃຫ້ເປັນຄອບຄົວຕົວແບບດ້ານການເຮັດສວນຄົວ. ນາງ ຈື ໄດ້ຮັບການຝືກອົບຮົມສ້າງສວນຄົວໂພຊະນາການ, ການເຮັດຝຸ່ນບົ່ມ, ນໍ້າໄລ່ແມງໄມ້ ຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໂດຍການສະໜັບສະໜູນ ໂດຍໂຄງການກອງທຶນຫຼຸດຜອນຄວາມທຸກຍາກ.

 

ນາງ ຈື ໄດ້ປູກຜັກທີມີຢູ່ໃນທ້ອງຖີ່ນ ແລະ ຜັກ 6 ຊະນິດ ທີ່ໂຄງການ ທລຍ ສະໜອງແນວພັນໃຫ້ ເພື່ອໄວ້ບໍລິໂພກໃນຄົວເຮືອນ ແລະ ຍັງໄດ້ປະກອບສ່ວນຜັກ ໃນເວລາຈັດກອງປະຊຸມປຸງແຕ່ງອາຫານເສີມໃຫ້ແມ່ ແລະ ເດັກ ຂອງກຸ່ມໂພຊະນາການບ້ານ. ນາງ ຈື ດີໃຈຫຼາຍທີ່ຕົນເອງມີຜັກໄວ້ບໍລີໂພກພາຍໃນຄອບຄົວເປັນປົກກະຕິ, ໄດ້ກິນອາຫານຖືກຫຼັກໂພຊະນາການ ແລະ ຫຼຸດຜ່ອນແຮງງານຈາກການໄປຊອກເກັບຜັກຕາມທຳມະຊາດ.