ປະກາດຮັບສະໝັກຕຳແຫນ່ງຕິດຕາມປະເມີນຜົນ

Country: 
Lao PDR
Project: 
ໂຄງການກອງທືນຫລຸດຜ່ອນຄວາມທຸກຍາກ
Position Description: 
ຕິດຕາມປະເມີນຜົນ ທລຍ ແຂວງ ຫົວພັນ
Grant No.: 
H685-LA
Project No.: 
P 123480
Date of Issue: 
Thursday, August 1, 2013
Closing Date: 
Wednesday, August 14, 2013

ກອງທຶນຫລຸດຜ່ອນຄວາມທຸກຍາກແຂວງ ຫົວພັນ

 (ປະກາດຮັບສະໝັກພະນັກງານ)

 ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ເປັນ​ໂຄງ​ການ​ໜຶ່ງ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ ກໍ່​ຄື​ຄະ​ນະ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງຄວາມ​ທຸກ​ຍາກ​ຂັ້ນ​ສູນ​ກາງ, ຫ້ອງວ່າ​ການ​ລັດ​ຖະ​ບານ ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ທະ​ນາ​ຄານ​ໂລກ, ອົງ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ປະ​ເທດ​ສະ​ວິດ​ເຊີ​ແລນ,ອົງ​ການ​ອົດ​ສ໌​ຕາ​ລີ ແລະ ກອງທຶນ​ພັດ​ທະ​ນາ​ສັງ​ຄົມ​ຂອງ​ຍີ່​ປຸ່ນ ເພື່ອ​ສະ​ໜອງ​ພຶ້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ນ້ອຍ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ຊາ​ຊົນ​ຢູ່​ກຸ່ມ​ບ້ານ​ທີ່​ທຸກ​ຍາກ. ປະ​ຈຸ​ບັນ ທ​ລຍ ໄດ້​ຮັບ​ການ​ສືບ​ຕໍ່​ໂຄງ​ການ​ໄລ​ຍະ​ທີ​ສອງ(2012-2016)ແລະ ມີ​ຄວມ​ຕ້ອງ​ການ ພະ​ນັກ​ງງານຕິດຕາມປະເມີນຜົນ 1 ຕຳແຫນ່ງ ເພື່ອປະຈຳ ທລຍ ແຂວງຫົວພັນ ລາຍລະອຽດດັ່ງລຸ່ມນີ້:

 ​ເງື່ອນ​ໄຂ​ທາງ​ດ້ານ​ຄວາມ​ຮູ້ ແລະ ປະ​ສົບ​ການ​ຂອງ​ຜູ້​ສະ​ໝັກໃນ​ແຕ່​ລະຕໍາ​ແໜ່ງ:


1)ຮຽນຈົບດ້ານໄອທີ, ເລກ ແລະ ຄອມພິວເຕີ, ບໍລິຫານທຸລະກິດ, ເສດຖະສາດ ຫລືຂະແໜງການກ່ຽວຂ້ອງອື່ນໆ

2)ມີປະສົບການໃນການຄຸ້ມຄອງບໍລິຫານໂຄງການ ເຊັ່ນການຈັດຕັ້ງປະຕິບັດ,ການຕິດຕາມ ແລະ ຝຶກອົບຮົມອື່ນໆ

3)ມີປະສົບການໃນການວິເຄາະຂໍ້ມູນຂອງໂຄງການ ແລະ ການຂຽນບົດລາຍງານ

4)ມີປະສົບການກ່ຽວກັບການຈັດຕັ້ງປະຕິບັດໂຄງການຂອງລັດຖະບານ ແລະ ໂຄງການຊ່ວຍເຫລືອຂອງສາກົນໂດຍສະເພາະແມ່ນໂຄງການທີ່ກ່ຽວພັນກັບວຽກງານພັດທະນາຊົນນະບົດຍິ່ງເປັນການດີ.

5)ມີຄວາມຮູ້ດ້ານຄອມພິວເຕີ,ນຳໃຊ້ຖານຂໍ້ມູນ  (MS Access), MS Excel, word, power point, SPSS, email, internetແລະ ອື່ນໆ

6)ສາມາດສື່ສານ (ເວົ້າ, ຂຽນ) ພາສາອັງກິດໄດ້ ຍິ່ງເປັນການດີ.

 ສໍາ​ລັບ​ທ່ານ​ທີ່​ສົນ​ໃຈ​ຈະ​ສະ​ໝັກ ສາ​ມາດ​ຍື່ນ​ເອ​ກະ​ສານ​ສະ​ໝັກ​ງານ (ໃບ​ຄຳ​ຮ້ອງ​ສະ​ໝັກ​ງານ ເຊິ່ງ​ລະ​ບຸ​ຕຳ​ແໜ່ງ,ບ່ອນ​ປະ​ຈຳ​ການ ແລະ ປະ​ສົບ​ການ​ຜ່ານ​ມາ​ທີ່​ແທດ​ເໝາະ​ກັບ​ຕຳ​ແໜ່ງ​ທີ່​ສະ​ໝັກ ພ້ອມ​ດ້ວຍ​ລາຍ​ລະ​ອຽດ​ຜູ້ຢັ້ງ​ຢືນ 03 ທ່ານ, ຊີ​ວະ​ປະ​ຫວັດ, ສໍາເນົາ​ໃບ​ຂັບ​ຂີ່, ໃບ​ຜ່ານ​ງານ, ໃບ​ແຈ້ງ​ໂທດ, ສໍາ​ເນົາ​ບັດ​ປະ​ຈຳ​ຕົວ ຫລື ປຶ້ມ​ສຳ​ມະ​ໂນ​ຄົວ, ພ້ອມ​ດ້ວຍ ຮູບ​ຖ່າຍ​ບໍ່​ກາຍ 3 ເດືອນ ຂະ​ໜາດ 3X4 01 ໃບ)​ ໄປ​ທີ່:¹Éº¤¡¾­ êì¨ Á¢¸¤-- ຫົວ​ພັນບ້ານ ພັນ​ໄຊ ເມືອງ ຊໍາ​ເໜືອ(µøÈ-ªô¡-©¼¸-¡ñ®-¹Éº¤¡¾­-²ñ©ê½­¾-§ö­­½-®ö© -Áì½ ìô®ìɾ¤-£¸¾´ê÷¡-¨¾¡-Á¢¸¤ ຫົວ​ພັນ) -À®ó-ªò©ªÒ-²ö¸²ñ­ 064 313000.

 ມື້​ປິດ​ຮັບ​ສະ​ໝັກ 14ສິງຫາ2013.

ກະ​ລຸ​ນາຮັບ​ຊາບ​ວ່າ ກອງ​ທຶນຈະ​ຕິດ​ຕໍ່​ຫາ​ຜູ້​ທີ່​ເໝາະ​ສົມ ແລະ ຖືກ​ຕ້ອງ​ຕາມ​ເງື່ອນ​ໄຂ​ທີ່​ຄົບ​ຖ້ວນ​ເທົ່າ​ນັ້ນ ເພື່ອ​ດໍາ​ເນີນ​ຂະ​ບວນ​ການ​ປະ​ເມີນ.(ເອ​ກະ​ສານ​ສະ​ໝັກ​ທຸກ​ຢ່າງ ຈະບໍ່​ອະ​ນຸ​ຍາດ​ໃຫ້​ຖອນ​ຄືນ)