ປະກາດຮັບສະໝັກພະນັກງານ

Country: 
Lao PDR
Project: 
ກອງທຶນຫລຸດຜ່ອນຄວາມທຸກຍາກ
Position Description: 
7 ຕຳແໜ່ງປະຈຳຢູ່ ທລຍ 4 ແຂວງພາກເໜືອ
Grant No.: 
58270
Project No.: 
P 157963
Date of Issue: 
Monday, December 23, 2019
Closing Date: 
Friday, January 3, 2020

ປະ​ເທດ:                ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ໂຄງ​ການ:               ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ

ທຶນ​ຊ່ວຍ​ເຫລືອ​ເລກ​ທີ:   58270

ໂຄງ​ການ​ເລ​ກ​ທີ:         P 157963

ວັນ​ທີ​ເປີດ​ຮັບ​ສະ​ໝັກ:    23 ທັນວາ 2019                ວັນ​ທີ​ປິດ​ຮັບ​ສະ​ໝັກ: 03 ມັງກອນ 2020

 

ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ( ທລຍ) ເປັນ​ໂຄງ​ການ​​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ ກໍ່​ຄື​ກະຊວງກະສິກໍາ ແລະ ປ່າໄມ້ ໂດຍ​ຮັບ​ທຶນກູ້ຢືມ​ຈາກ​ທະ​ນາ​ຄານ​ໂລກ,ເພື່ອ​ສະໜັບສະໜູນເຂົ້າໃນວຽກງານເສີມສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ຊາ​ຊົນ​ຢູ່​ກຸ່ມ​ບ້ານ​ທີ່​ທຸກ​ຍາກເນັ້ນໃສ່ກິດຈະກໍາປັບປຸງຊີວິດການເປັນຢູ່ ແລະພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດນ້ອຍ.

ທ​ລຍ ໄດ້​ຮັບ​ການ​ສືບ​ຕໍ່​ໂຄງ​ການ​ໄລ​ຍະ​ທີ​ສາມທຶນເພີ່ມເຕີມ(2020-2024)ແລະ ມີ​ຄວມ​ຕ້ອງ​ການພະ​ນັກ​ງານ ຕາມຕຳແໜ່ງ ດັ່ງນີ້:

1.    ຜູ້ຊ່ວຍຜູ້ປະສານງານ ທລຍ ແຂວງ  04 ຕຳແໜ່ງ

2.   ຜູ້ປະສານງານຂັ້ນເມືອງ 10 ຕຳແໜ່ງ

3.   ຜູ້ຊ່ວຍດ້ານວິຊາການ/ ຈັດຊື້ ຂັ້ນເມືອງ 10 ຕໍາແໜ່ງ.

4.   ບໍລິຫານການເງິນ/ ການເງິນຈຸລະພາກ ຂັ້ນເມືອງ 10 ຕຳແໜ່ງ.

5.   ໂພສະນາການຂັ້ນເມືອງ 10 ຕຳແໜ່ງ.

6.   ອາສາສະໝັກວຽກປັບປຸງຊີວິດການເປັນຢູ່ ຂັ້ນບ້ານ 60 ຕຳແໜ່ງ

7.   ອາສາສະໝັກວຽກ ໂພຊະນາການ ຂັ້ນບ້ານ 40ຕຳແໜ່ງ.

ເພື່ອປະຈຳ ຢູ່ຫ້ອງການ ທລຍ ແຂວງ, ເມືອງ ແລະ ບ້ານ ດັ່ງນີ້:

   - ແຂວງ ຜົ້ງສາລີ ( ເມືອງໃໝ່, ຂວາ, ສຳພັນ ແລະ ເມືອງ ບຸນໃຕ້)

   - ແຂວງ  ຫົວພັນ ( ເມືອງ ຫົວເມືອງ, ​ຊຳໃຕ້, ກວັນ ແລະ ເມືອງ ຊ່ອນ)

   - ແຂວງ  ຊຽງຂວາງ ( ເມືອງ ຄຳ ແລະ ໜອງແຮດ)

   - ແຂວງ ອຸດົມໄຊ (ເມືອງ ຫຼາ ແລະ ນາໝໍ້)

 

1 ) ຜູ້ຊ່ວຍຜູ້ປະສານງານຂັ້ນແຂວງ

ໜ້າທີ່ຮັບຜິດຊອບ:

- ລາຍງານຫາອຳນາດການປົກຄອງແຂວງກໍ່ຄື ອົງການທີ່ກ່ຽວຂ້ອງຂັ້ນແຂວງໂດຍສະເພາະພະແນກ ກະສິກຳ ແລະ ປ່າໄມ້ແຂວງ (PAFO), ພະແນກ ແຜນການ ແລະ ການລົງທືນແຂວງ (POPI), ພະແນກ ສາທາລະນະສຸກແຂວງ (POH) ທີ່ມີສ່ວນຮ່ວມໃນການຊີ້ນຳ ວຽກງານ ທລຍ ແລະ ວຽກງານການພັດທະນາຊົນນະບົດ ໃນດ້ານການສະໜັບສະໜູນ ແລະ ການຊີ້ນຳ ດ້ານຍຸດທະສາດ;

- ມີການສື່ສານ ແລະ ການແລກປ່ຽນຂໍ້ມູນກັບ ອຳນາດການປົກຄອງແຂວງແລະຂະແໜງການທີ່ກ່ຽວຂ້ອງ ຢ່າງເປັນປະຈຳ;

- ຕິດຕາມຄວາມຄືບໜ້າ ຂອງການປ້ອນຂໍ້ມູນຢູ່ແຕ່ລະເມືອງໃນ MIS server, ແລະຮັບປະກັນຂໍ້ມູນໃຫ້ຄົບຖ້ວນ ແລະການສົ່ງບົດລາຍງານຄວາມຄືບໜ້າ ໃຫ້ທັນເວລາ ກັບສະພາບການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ, ການປົກປ້ອງການປະຕິບັດນະໂຍບາຍ ແລະ ແຜນປະຕິບັດບົດບາດຍິງຊາຍ;

- ແລະ ວຽກອື່ນໆ​....

ຄຸນວຸດທິ ແລະ ປະສົບການ ທີ່ຕ້ອງການ:

- ຢ່າງຕໍ່າຈົບປະລິນຍາຕີ ສາຂາການບໍລິຫານ, ດ້ານໄອທີ, ວິທະຍາສາດສັງຄົມ, ເສດຖະສາດ, ການພັດທະນາ ຫລືສາຂາອື່ນໆທີ່ກ່ຽວຂ້ອງ;

- ມີປະສົບການຢ່າງໜ້ອຍ 02 ປີ ໃນການຄຸ້ມຄອງບໍລິຫານ ໂຄງການ ພັດທະນາຊຸມຊົນ, ຕິດຕາມກວດກາ, ຝຶກອົບຮົມແລະວິເຄາະຂໍ້ມູນແລະຂຽນບົດລາຍງານ;

- ມີຄວາມຮູ້ໃນການວາງແຜນ, ການກຳນົດ ແລະ ຈັດບູລິມະສິດຂອງວຽກ;

- ມີປະສົບການກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຂອງລັດ ຫຼື ໂຄງການ ທີ່ສາກົນຊ່ວຍເຫຼືອ, ໂດຍສະເພາະໂຄງການທີ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈະພິຈາລະນາເປັນພິເສດ;

- ມີທັກສະດ້ານ ໄອທີ ແລະ ມີຄວາມຮູ້ກ່ຽວກັບຖານຂໍ້ມູນການນຳໃຊ້ຄອມພິວເຕີ MS Access, Excel, word, PowerPoint, SPSS, e-mail, Internet, etc …

- ສາມາດຂັບລົດ ແລະ ມີໃບຂັບຂີ່ຖືກຕ້ອງ.

2 ) ຜູ້ປະສານງານຂັ້ນເມືອງ

ໜ້າທີ່ຮັບຜິດຊອບ:

- ກວດກາ ແລະ ສັງລວມແຜນການເຮັດວຽກປະຈຳປີ ແລະ ປະຈຳເດືອນລວມທັງແຜນການຈັດຊື້ຈັດສົ່ງໃຫ້ຫ້ອງການ ທລຍ ສູນກາງ ໂດຍຜ່ານຜູ້ຊ່ວຍຜູ້ປະສານງານຂັ້ນແຂວງ ໂດຍອີງຕາມ ຄູ່ມືຈັດຕັ້ງປະຕິບັດໂຄງການແລະ ຂໍ້ແນະນຳ;

- ຕິດຕາມ ແລະໃຫ້ຄຳແນະນຳ ທາງດ້ານເຕັກນິກ ສຳລັບການຈັດຕັ້ງປະຕິບັດກິດຈະກຳ ຂອງໂຄງການ ລວມທັງການຈັດຕັ້ງປະຕິບັດໂຄງການຍ່ອຍ, ກິດຈະກຳ ປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການ: ກຸ່ມຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ກຸ່ມຜະລິດ (PGs), ກຸ່ມໂພຊະນາການຊາວກະສິກອນ (FNG), ການເຮັດສວນຄົວ ແລະ ກິດຈະກຳ ການຮຽນຮູ້ຈາກເພື່ອນສູ່ເພື່ອນ.

- ຮັບປະກັນວ່າກຸ່ມເປົ້າໝາຍ ຂອງຜູ້ໄດ້ຮັບຜົນປະໂຫຍດ ລວມທັງກຸ່ມທີ່ມີຄວາມສ່ຽງ (ໂດຍສະເພາະແມ່ຍິງ ແລະ ຊົນເຜົ່າ) ມີສ່ວນຮ່ວມຢ່າງຕັ້ງໜ້າ ໃນຂະບວນການວາງແຜນ (ກອງປະຊຸມວາງແຜນ, ການປຶກສາຫາລືເປັນກຸ່ມ), ການຈັດຕັ້ງປະຕິບັດກິດຈະກຳ ຂອງໂຄງການ, ແລະ ໄດ້ຮັບຜົນປະໂຫຍດຈາກການລົງທືນຂອງໂຄງການ;

- ທົບທວນ ແລະ ອະນຸມັດແຜນການເຄື່ອນໄຫວກິດຈະກຳ ແລະ ຂໍ້ສະເໜີ ສຳລັບໂຄງການຍ່ອຍ ແລະ ກິດຈະກຳ ປັບປຸງຊີວິດການເປັນຢູ່ ທີ່ສະເໜີໂດຍ ທີມງານຈັດຕັ້ງປະຕິບັດຂັ້ນບ້ານ,  ຄະນະກຳມະການບໍລິຫານ ກຊກ ຂັ້ນບ້ານ  ແລະ ອຳນາດການປົກຄອງບ້ານ;

- ແລະ ວຽກອື່ນໆ.............

ຄຸນວຸດທິ ແລະ ປະສົບການ ທີ່ຕ້ອງການ:

- ຢ່າງໜ້ອຍ ຈົບປະລິນຍາຕີ ດ້ານ ກະສິກຳ ຫຼື ລ້ຽງສັດ; ປ່າໄມ້ການພັດທະນາ ຫຼື ຊຸມຊົນ.

- ມີປະສົບການ 3 ປີໃນການສ້າງຄວາມເຂັ້ມແຂງຊຸມຊົນ ລວມທັງ ບົດບາດຍິງ - ຊາຍແລະການສ້າງກຸ່ມ ຫຼື ປະສົບການໃນການຈັດຕັ້ງປະຕິບັດໂຄງການ, ການຝຶກອົບຮົມແລະການສ້າງທີມພ້ອມທັງການລະດົມຊຸມຊົນ.

- ມີຄວາມຮູ້ໃນການວາງແຜນໂຄງການ ໂດຍການນຳໃຊ້ການວາງແຜນແບບມີສ່ວນຮ່ວມ ແລະ ວິທີການ CDD, ການສ້າງ ແລະ ການຈັດລຳດັບບູລິມະສິດຂອງວຽກພາຍໃນໂຄງການ, ມີເຕັກນິກໃນການວິເຄາະ log-frame;

- ມີປະສົບການ ແລະ ຄວາມຮູ້ ໃນການພັດທະນາຂະບວນການການຕະຫຼາດ ແລະ ການສ້າງເຄືອຂ່າຍ ສຳລັບ    ການຈຳໜ່າຍຜະລິດຕະພັນຂອງຊຸມຊົນ;

- ສາມາດຂັບລົດໄດ້ ແລະ ມີໃບຂັບຂີ່.

3 ) ວິສະວະກອນ/ຈັດຊື້ ຂັ້ນເມືອງ

ໜ້າທີ່ຮັບຜິດຊອບ:

- ການສຳຫຼວດ ແລະ ອອກແບບໂຄງການຍ່ອຍ:

ດຳເນີນກອງປະຊຸມຢັ້ງຢືນກັບຊຸມຊົນເພື່ອນຳສະເໜີ ແລະ ຂໍຢັ້ງຢືນກ່ຽວກັບການອອກແບບໂຄງການຍ່ອຍ, BOQ; ແລະ- - ການນຳໃຊ້ຮູບແບບຈັດຕັ້ງປະຕິບັດໂດຍຊຸມຊົນ (CFA)  ຫຼື ຜູ້ຮັບເໝົາ;

- ລະດົມການປະກອບສ່ວນຂອງຊຸມຊົນ ແລະ ແຮງງານໃຫ້ແກ່ການຈັດຕັ້ງປະຕິບັດໂຄງການຍ່ອຍ ທີ່ນຳໃຊ້ຮູບແບບCFA;

- ຈັດຝຶກອົບຮົມ ແລະ ອຳນວຍຄວາມສະດວກ ກ່ຽວກັບການດຳເນີນງານ ແລະ ການບູລະນະຮັກສາ, ການຄຸ້ມຄອງໄພນິບັດ (DRM), ການປົກປ້ອງຄວາມປອດໄພ ສຳລັບ ອາສາສະໝັກ ປັບປຸງຊີວິດການເປັນຢູ່ ແລະ ຊຸມຊົນ;

- ແລະ ວຽກອື່ນໆ.............

ຄຸນວຸດທິ ແລະ ປະສົບການ ທີ່ຕ້ອງການ:

- ຈົບປະລິນຍາຕີ ດ້ານວິສະວະກຳ ກໍ່ສ້າງ ແລະ ອອກແບບ;

- ມີຄວາມຮູ້ ແລະ ປະສົບການໃນການຕິດຕາມ ແລະ ກວດກາໂຄງການກໍ່້ສ້າງພຶ້ນຖານໂຄງລ່າງ ຢູ່ເຂດ ຊົນນະບົດ ຢ່າງ    ໜ້ອຍ 05 ປີ;

- ມີປະສົບການ ໃນການຄຸ້ມຄອງ, ໃຫ້ຄຳແນະນຳ ແກ່ຊຸຸມຊົນໃນດ້ານການຈັດຕັ້ງປະຕິບັດ, ການປະກອບສ່ວນຂອງຊຸມຊົນ ເຂົ້າໃນບັນດາໂຄງການ ທີ່ຢູ່ເຂດຫ່າງໄກສອກລີກ ຢ່າງໜ້ອຍ 03 ປີ.​

- ມີປະສົບການໃນການພັດທະນາຊຸມຊົນ ແບບມີສ່ວນຮ່ວມ, ຝຶກອົບຮົມດ້ານເຕັກນິກ ແລະ ຝຶກອົບຮົມການເປັນຄູຝຶກ

- ສາມາດນຳໃຊ້ຄອນພິວເຕີເຂົ້າໃນວຽກງານວິຊາສະເພາະໄດ້ ເປັນຕົ້ນແມ່ນ Ms. Office (word, excel, etc)AutoCAD, Access, Photoshop.

- ສາມາດຂັບລົດໄດ້ ແລະ ມີໃບຂັບຂີ່

4 ) ບໍລິຫານການເງິນ/ ການເງິນຈຸລະພາກ

ໜ້າທີ່ຮັບຜິດຊອບ:

 - ລົງບັນຊີ ລາຍຮັບ ແລະ ລາຍຈ່າຍ ທີ່ຖືກຕ້ອງ ແລະ ຄົບຖ້ວນໃນລະດັບເມືອງລວມທັງການປ້ອນຂໍ້ມູນດ້ວຍຕົນເອງເຂົ້າໃນ Excel;

- ກວດກາເອກະສານການຈ່າຍເງິນ ແລະ ຮັບປະກັນວ່າການໃຊ້ຈ່າຍແມ່ນຖືກຕາມງົບປະມານ, ລະບຽບການ ແລະ ທິດທາງຂອງໂຄງການທີ່ໄດ້ອະນຸມັດ;

- ຈັດຝຶກອົບຮົມດ້ານການຄຸ້ມຄອງ ແລະ ຈັດຊື້ທີ່ກ່ຽວຂ້ອງກັບອາສາສະໝັກ, ທີມງານຈັດຕັ້ງປະຕິບັດຂັ້ນບ້ານ,  ຄະນະກຳມະການບໍລິຫານ ກຊກ ຂັ້ນບ້ານ  , ຫົວໜ້າ ກຸ່ມຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ແລະ ກຸ່ມສະມາຊິກຊາວກະສິກອນໃນການຕິດຕາມ ແລະ ຄຸ້ມຄອງການເງິນ;

- ກະກຽມບົດລາຍງານການເງິນປະຈຳເດືອນ ແລະ ສົ່ງໃຫ້ຫ້ອງການສູນກາງໃນທ້າຍເດືອນ;

- ແລະ ວຽກອື່ນໆ.......

ຄຸນວຸດທິ ແລະ ປະສົບການ ທີ່ຕ້ອງການ:

- ປະລິນຍາຕີດ້ານການເງິນ / ບັນຊີ, ບໍລິຫານທຸລະກິດຫລືສາຂາທີ່ກ່ຽວຂ້ອງ;

- ມີປະສົບການຢ່າງ ໜ້ອຍ 3 ປີໃນການບັນຊີໂຄງການ, ການລາຍງານການເງິນຫລືການຈັດຊື້;

- ມີປະສົບການເຮັດວຽກໃນການພັດທະນາຊົນນະບົດ ຫຼື  ຊຸມຊົນທ້ອງຖິ່ນ ຈະເປັນການດີ

- ມີປະສົບການໃນການຝຶກອົບຮົມບຸກຄົນຫລືຊຸມຊົນທ້ອງຖິ່ນ ຈະໄດ້ຮັບພິຈາລະນາເປັນພິເສດ.

- ມີທັກສະໃນການ ນຳໃຊ້ຄອມພີວເຕີ້ທີ່ຊຳນານໃນໂປແກຣມ Excel ແລະຊອບແວອື່ນໆ;

- ສາມາດເຮັດວຽກ ແລະ ເດີນທາງໃນເຂດຊົນນະບົດ.

5 ) ໂພຊະນາການ ຂັ້ນເມືອງ

ໜ້າທີ່ຮັບຜິດຊອບ:

- ຈັດຝຶກອົບຮົມ ໃຫ້ແກ່ອາສາສະໝັກ ໂພຊະນາການ ຂັ້ນບ້ານ  (NYGs) ແລະ ຜູ້ປະສານງານດ້ານໂພຊະນາການຂັ້ນບ້ານ ເພື່ອໃຫ້ພວກເຂົາສາມາດເຮັດວຽກ ແລະ ຊ່ວຍເຫຼືອ ກຸ່ມໂພຊະນາການຂອງຊາວກະສິກອນຢ່າງມີປະສິດທິຜົນໃນການປະຕິບັດກິດຈະກຳ ດ້ານໂພຊະນາການຢູ່ບ້ານເປົ້າ ໝາຍ;

- ຊີ້ນຳ ແລະໃຫ້ ຄຳແນະນຳ ດ້ານວິຊາການ ແລະ ຊ່ວຍເຫຼືອອາສາສະໝັກ ໂພຊະນາການ ຂັ້ນບ້ານ NYGs ແລະ ຜູ້ປະສານງານດ້ານໂພຊະນາການບ້ານ ເພື່ອເຮັດວຽກ ແລະ ຊ່ວຍເຫຼືອ ກຸ່ມໂພຊະນາການຂອງຊາວກະສິກອນຢ່າງມີປະສິດທິຜົນໃນການປະຕິບັດກິດຈະກຳ ດ້ານໂພຊະນາການຢູ່ບ້ານເປົ້າໝາຍ ລວມທັງການເກັບກຳຂໍ້ມູນ, ເລື່ອງຄວາມສຳເລັດຂອງ ກຸ່ມໂພຊະນາການຂອງຊາວກະສິກອນ ແລະ ການຜະລິດວີດີໂອຊຸມຊົນຜ່ານສູນວິດີໂອ ທີ່ສ້າງຕັ້ງຂື້ນໃນແຕ່ລະບ້ານ. ສູນວີດີໂອແມ່ນທີມງານຂອງຊາວບ້ານທີ່ປະກອບດ້ວຍຜູ້ກຳກັບ, ຊ່າງກ້ອງ (​ແມ່ຍິງ/ ຜູ້ຊາຍ) ແລະ ຜູ້ສຳພາດ 2 ຄົນ;

- ອຳນວຍຄວາມສະດວກໃຫ້ແກ່ຂະບວນການວາງແຜນກັບ ກຸ່ມໂພຊະນາການຂອງຊາວກະສິກອນໃນລະດັບບ້ານໂດຍປະຕິບັດຕາມ ຄຳ ແນະນຳ ຂອງ ຄູ່ມືຈັດຕັ້ງປະຕິບັດໂຄງການແລະ ຄູ່ມືກຸ່ມໂພຊະນາການຂອງຊາວກະສິກອນເພື່ອຮັບປະກັນຄວາມຕ້ອງການດ້ານໂພຊະນາການ ແລະ ບຸລິມະສິດທີ່ສະທ້ອນໃຫ້ເຫັນໃນແຜນພັດທະນາບ້ານ;

ຄຸນວຸດທິ ແລະ ປະສົບການ ທີ່ຕ້ອງການ:

- ຢ່າງໜ້ອຍ ຈົບລະດັບປະລິນຍາຕີ ສາທາລະນະສຸກ ຫຼື ວິທະຍາສາດການແພດ, ຫຼື ກະສິກຳ ທີ່ລົງເລິກດ້ານໂພຊະນາການ;

- ມີປະສົບການດ້ານໂພຊະນາການ ຫຼື ການຈັດຕັ້ງປະຕິບັດໂຄງການເບິ່ງແຍງເດັກ, ການໂຄສະນາ ແລະ ການຝຶກອົບຮົມໃຫ້ຊຸມຊົນທ້ອງຖິ່ນພ້ອມທັງການລະດົມຊຸມຊົນ;

- ຄວາມຮູ້ທີ່ດີກ່ຽວກັບການວາງແຜນໂຄງການໂດຍ ນຳໃຊ້ວິທີການ ຂັບເຄື່ອນໂດຍຊຸມຊົນ (CDD / CDL), ການ ກຳ ນົດໂຄງການ, ການຈັດບູລິມະສິດ ແລະ ເຕັກນິກການວິເຄາະ log-frame;

- ປະສົບການ ແລະ ຄວາມຮູ້ກ່ຽວກັບການປຸງແຕ່ງອາຫານ ໃຫ້ຖືກຫຼັກໂພຊະນາການ;

- ຮູ້ພາສາທ້ອງຖິ່ນໃດໜຶ່ງ ຂອງລາວ (ພາສາມົ້ງ, ອາຄາ, ຂະມຸ, ມາກ, ໄຕລື້) ຈະໄດ້ພິຈາລະນາເປັນພິເສດ;

- ມີທັກສະໃນການນຳໃຊ້ຄອມພີວເຕີ້ (MS Word, Excel);

- ມີຄວາມຕັ້ງໃຈທີ່ຈະເດີນທາງ ແລະ ເຮັດວຽກກັບຊຸມຊົນທີ່ທຸກຍາກໃນເຂດຊົນນະບົດຫ່າງໄກສອກຫຼີກ.

6 ) ອາສາສະໝັກວຽກ ປັບປຸງຊີວິດການເປັນຢູ່ຂັ້ນບ້ານ

ໜ້າາທີ່ຮັບຜິດຊອບ:

- ສະໜັບສະໜູນ ຊຸມຊົນເປົ້າໝາຍ ໃນການຈັດຕັ້ງປະຕິບັດຂັ້ນຕອນທີ່ໄດ້ອະທິບາຍໄວ້ໃນປື້ມຄູ່ມື ກຸ່ມຊ່ວຍເຫຼືອ ຊິ່ງກັນ ແລະ ກັນ ແລະ ກຸ່ມການຜະລິດ;

- ເຂົ້າຮ່ວມ ໃນກອງປະຊຸມແນະນຳ ໂຄງການ ທລຍ 3 ໄລຍະເພີ່ມທຶນ ແລະ ກອງປະຊຸມວາງແຜນ

- ຊ່ວຍເຫຼືອກຸ່ມຊ່ວຍເຫຼືອຊື່ງກັນ ແລະ ກັນ ແລະ ກຸ່ມການຜະລິດ ໃນການກະກຽມ ແລະ ຈັດຕັ້ງປະຕິບັດແຜນການລົງທືນຂອງຄອບຄົວ

- ເຂົ້າຮ່ວມກອງປະຊຸມ ທລຍ ປະຈຳເດືອນ ແລະ ການຝຶກອົບຮົມອື່ນໆຕາມການສະເໜີ ຂອງຜູ້ປະສານງານຂັ້ນເມືອງ;

- ຢ້ຽມຢາມບ້ານເປົ້າໝາຍ ເປັນປະຈຳ ເພື່ອຕິດຕາມ ແລະ ສະໜັບສະໜູນ ການຈັດຕັ້ງປະຕິບັດກິດຈະກຳ ການປັບປຸງຊີວິດການເປັນຢູ່ ພ້ອມທັງເກັບກຳ ຂໍ້ມູນຕິດຕາມກວດກາ ແລະ ຕິດຕາມໃນໄລຍະເວລາທີ່ ກຳນົດ ແລະ ລາຍງານໃຫ້ຜູ້ປະສານງານຂັ້ນເມືອງ;

- ແລະ ວຽກອື່ນໆ ......

ຄຸນວຸດທິ ແລະ ປະສົບການ ທີ່ຕ້ອງການ:

- ຈົບປະລິນຍາຕີສາຂາປ່າໄມ້ກະສິກຳ ຫລື ລ້ຽງສັດຊົນນະບົດ, ການພັດທະນາຊຸມຊົນ, ຫລື ວິທະຍາສາດສັງຄົມອື່ນໆ, ເສດຖະກິດຊົນນະບົດ, ການພັດທະນາການສຶກສາ.

- ເປັນນັກສຶກສາທີ່ຈົບໃໝ່ ໃນໄລຍະ 03 ປີ ຜ່ານມາ;

- ມີຄວາມຮູ້ກ່ຽວກັບວຽກງານປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການ, ການສ້າງຄວາມເຂັ້ມແຂງຂອງແມ່ຍິງ, ການເຊື່ອມສານບົດບາດຍິງ - ຊາຍແລະການສ້າງກຸ່ມຕ່າງໆ (ເຊັ່ນ: ກຸ່ມປະຢັດ, ກຸ່ມການຜະລິດຫັດຖະ ກຳ, ກຸ່ມສ້າງລາຍໄດ້ອື່ນໆ

- ມີທັກສະພື້ນຖານດ້ານຄອມພິວເຕີ MS Office (MS Word, Excel,);

7 ) ອາສາສະໝັກວຽກ ໂພຊະນາການ ຂັ້ນບ້ານ

ໜ້າາທີ່ຮັບຜິດຊອບ:

- ສ້າງຕາຕະລາງ ກິດຈະກຳ ຂັ້ນບ້ານ ໃຫ້ສອດຄ່ອງກັບກິດຈະກຳ ປັບປຸງຊີວິດການເປັນຢູ່ (ກຳນົດວ່າມີກອງປະຊຸມໃດແດ່ທີ່ສາມາດຮ່ວມກັນໄດ້, ເຊັ່ນ: ການປະຊຸມແນະນຳໂຄງການ)

- ການຝຶກອົບຮົມທັງໝົດ ເປັນສ່ວນໜຶ່ງ ຂອງ ອາສາສະໝັກ ຕໍ່ກັບ ກຸ່ມໂພຊະນາການຂອງຊາວກະສິກອນ

- ການຝຶກອົບຮົມແຍກຕ່າງຫາກ ສຳລັບ HNG ແລະ ການຮຽນຮູ້ເພື່ອນຮ່ວມສື່ຫຼາຍສື່ໂດຍສະມາຊິກ LFN / CLICKIdentify FNG, ປະກອບເປັນ FNG ແລະ ຮັກສາການລົງທະບຽນປະຈຳເດືອນ

- ແນະນຳຊາວບ້ານປູກຜັກສວນຄົວ ເພື່ອ ໂພຊະນາການ

- ສະໜັບສະໜູນ ຊາວບ້ານໃນການຈັດລຳດັບຄວາມສຳຄັນຂອງຫົວຂໍ້ວິດີໂອ

- ທົບທວນຂໍ້ມູນການຕິດຕາມປະຈຳເດືອນ ແລະ ສົ່ງບົດລາຍງານປະຈຳເດືອນໃຫ້ຜູ້ປະສານງານດ້ານໂພຊະນາການ  ໃນວັນທີ 1 ທຸກໆເດືອນ

- ແລະ ວຽກອື່ນໆ ....

ຄຸນວຸດທິ ແລະ ປະສົບການ ທີ່ຕ້ອງການ:

- ຈົບປະລິນຍາຕີ ສາຂາ ວິທະຍາສາດ ສຸຂະພາບ ແລະ ການແພດ.

- ມີຄວາມຮູ້ກ່ຽວກັບວຽກງານປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການ, ການສ້າງຄວາມເຂັ້ມແຂງຂອງແມ່ຍິງ, ການເຊື່ອມສານບົດບາດຍິງ - ຊາຍແລະການສ້າງກຸ່ມຕ່າງໆ (ເຊັ່ນ: ກຸ່ມປະຢັດ, ກຸ່ມການຜະລິດຫັດຖະ ກຳ, ກຸ່ມສ້າງລາຍໄດ້ອື່ນໆ

- ມີທັກສະພື້ນຖານດ້ານຄອມພິວເຕີ MS Office (MS Word, Excel,);

- ສາມາດເຮັດວຽກ ແລະ ເດີນທາງໃນເຂດຊົນນະບົດ.

 

ເງື່ອນໄຂພິເສດ ແລະ ຄຸນລັກສະນະສະເພາະ: ສໍາລັບທຸກໆຕໍາແໜ່ງ

* ມີຄວາມສັດຊື່ຕໍ່ໜ້າທີ່ວຽກງານ ແລະ ມີປະຫວັດການເຮັດວຽກຜ່ານມາໂປ່ງໃສ

* ມີຄວາມຮູ້ສຶກໄວຕໍ່ກັບບັນຫາບົດບາດຍິງ-ຊາຍ ແລະ ຊົນເຜົ່າ

* ມີຄວາມລື້ງເຄີຍກັບວິທີຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ແລະໂຄງການຊ່ວຍເຫລືອຂອງຕ່າງປະເທດ.

* ສາມາດເຮັດວຽກເປັນໝູ່ຄະນະ ແລະ ເປີດກວ້າງການຮຽນຮູ້ວິຊາການໃໝ່ໆ;

* ສະໜັບສະໜູນໃຫ້ແມ່ຍິງ ໂດຍສະເພາະຜູ້ທີ່ມາຈາກຊົນເຜົ່າສະໝັກ

* ສາມາດສື່ສານພາສາຊົນເຜົ່າຢູ່ພື້ນທີ່ເປົ້າໝາຍໄດ້ຍິ່ງເປັນການດີ

 

ເອກະສານຍື່ນສະໝັກປະກອບມີ:

1)     ໃບ​ຄຳ​ຮ້ອງ​ສະ​ໝັກ​ງານ ເຊິ່ງ​ລະ​ບຸ​ຊື່ຕຳ​ແໜ່ງ,ບ່ອນ​ປະ​ຈຳ​ການ ແລະ ປະ​ສົບ​ການ​ຜ່ານ​ມາ (ຖ້າມີ) ​ທີ່​ແທດ​ເໝາະ​ກັບ​ຕຳ​ແໜ່ງ​ທີ່​ສະ​ໝັກ ພ້ອມ​ດ້ວຍ​ລາຍຊື່ ແລະ ເລກໂທລະສັບຂອງຜູ້ຢັ້ງ​ຢືນ 03 ທ່ານ,

2)    ໃບປະກາດສະນິຍະບັດ ແລະ ໃບຄະແນນ, ໃບຊີ​ວະ​ປະ​ຫວັດ ທີ່ບອກລະອຽດກ່ຽວກັບ ການສຶກສາ, ປະຫວັດປະສົບການເຮັດວຽກໃນໄລຍະຜ່ານມາ(ຖ້າມີ)

3)    ສຳ​ເນົາ​ໃບ​ຂັບ​ຂີ່, ໃບ​ຜ່ານ​ງານ, ໃບ​ແຈ້ງ​ໂທດ, ສຳ​ເນົາ​ບັດ​ປະ​ຈຳ​ຕົວ ຫລື ປຶ້ມ​ສຳ​ມະ​ໂນ​ຄົວ, ພ້ອມ​ດ້ວຍ ຮູບ​ຖ່າຍ​ບໍ່​ກາຍ 3 ເດືອນ ຂະ​ໜາດ 3X4 01 ໃບ.

ສຳລັບຜູ້ທີ່ສົນໃຈສະໝັກ ກະລຸນາສົ່ງເອກະສານສະໝັກທັງໝົດຂອງທ່ານ ໄປຫ້ອງການ  ທລຍ ແຂວງ:

ຜົ້ງສາລີ 088 210828 ທ່ານ ຖາວອນ ໄຊຍະບຸດ ແລະ ທ່ານ ແກ້ວວຽງຄອນ ທຳມະຈັກ

ອຸດົມໄຊ 081 312516 ທ່ານ ຄຳພັນ ພັນທະວົງ ແລະ ນາງ ວິໄລພອນ ເພັງພະຈັນ

ຊຽງຂວາງ 061 213209 ທ່ານ ຄຳພອນ ສີສົມບູນ ແລະ ທ່ານ ເຢັນທໍ່

ຫົວພັນ 064 314196 ທ່ານ ໄອຍະໂກ ກັນດາສັກ ແລະ ນາງ ນິກນາລີ ວົງພະຈັນ

ຫລື ສົ່ງມາ ຫ້ອງການ ທລຍ ສູນກາງ ທີ່ນະຄອນຫລວງວຽງຈັນ ຕັ້ງຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂທລະສັບ 021 261 479-80, ແຟັກ 021 261481. Email: Khemphone@prflaos.org and prfsecretary@prflaos.org.

 

ກະລຸນາຮັບຊາບວ່າ ກອງທຶນຈະທຳການຕິດຕໍ່ຫາຜູ້ທີ່ເໝາະສົມ ແລະ ຖືກຕ້ອງຕາມເງິື່ອນໄຂທີ່ຄົບຖ້ວນເທົ່ານັ້ນ ເພື່ອດຳເນີນຂະບວນການປະເມີນ. (ເອກະສານສະໝັກທຸກຢ່າງຈະບໍ່ອະນຸຍາດໃຫ້ຖອນຄືນ).